ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນັກບິນ ອະວະກາດຈີນ ສາມຄົນ ກັບຄືນ ສູ່ໂລກມະນຸດແລ້ວ


ຍານອະວະກາດ Shenzhou-9 ທີ່ເດີນທາງກັບຄືນມາສູ່ໂລກມະນຸດ ໃນວັນທີ 29 ມິຖຸນານີ້.
ຍານອະວະກາດ Shenzhou-9 ທີ່ເດີນທາງກັບຄືນມາສູ່ໂລກມະນຸດ ໃນວັນທີ 29 ມິຖຸນານີ້.

ຍານອະວະກາດ Shenzhou-9 ຂອງຈີນ ພ້ອມດ້ວຍນັກບິນອະວະກາດ 3 ຄົນໄດ້
ລົງມາເຖິງ​ໂລກ​ມະນຸດ​ແລ້ວ ໃນເຂດສອກຫຼີກຫ່າງ​ໄກ​ທາງພາກເໜືອ ຂອງ​ຈີນ ຫລັງ
ຈາກໄດ້ປະສົບຜົນສໍາເລັດ​ໃນການປະຕິບັດງານເຂົ້າຈອດ​ເຊື່ອມ ຕໍ່ກັບສະຖານີ​ອະວະ
ກາດ ທີ່​ໂຄຈອນ​ອ້ອມ​ໂລກ​ຢູ່​ນັ້ນ.

ນັກບັນອະວະກາດທັງສາມຄົນ ຮວມທັງນັກບິນອະວະກາດ​ແມ່ຍິງຄົນທໍາອິດຂອງຈີນ
ໄດ້ລົງມາເຖິງ​ໂລກ​ມະນຸດດ້ວຍຄວາມປອດໄພ ໃນຕອນເຊົ້າວັນສຸກມື້ນີ້ ​ໃນເຂດມົງໂກ
ເລຍ​ໃນ ທີ່ກວ້າງໃຫ່ຍຂອງ​ຈີນ. ບັນດາໜ່ວຍກູ້ໄພພາກັນ ຟ້າວ​ເຂົ້າໄປອ້ອມຍານດັ່ງ
ກ່າວ ໃນຂະນະທີ່ໂທລະພາບທໍາການຖ່າຍທອດສົດ ເຫດການ ໃຫ້ຜູ້ຊົມທົ່ວປະເທດ​ເບິ່ງ.

ໃນລະຫວ່າງ​ການປະຕິບັດງານເປັນເວລາ​ເກືອບສອງອາທິດນັ້ນ ບັນດານັກບິນອະວະ
ກາດ ໄດ້ສຳ​ເລັດ​ເສັດ​ສິ້ນ ທັງການເຊື່ອມ​ຕໍ່​ແບບ​ມີ​ນັກ​ບິນ​ອະວະກາດຊ່ວຍ ແລະ​ແບບ
​ອັດຕະ​ໂນ​ມັດ ແລະໄດ້ທໍາການທົດລອງຫລາຍໆຢ່າງ ຢູ່ທີ່​ຫ້ອງ​ທົດລອງ​ຫຼືສະຖານີ
ອະວະກາດ Tiangong. ການ​ເຊື່ອມ​ຕໍ່​ທີ່​ໃຊ້​ນັກ​ບິນ​ອະວະກາດ​ເຂົ້າຊ່ອຍ ​ແມ່ນເປັນສິ່ງ
ສຳຄັນທີ່ສຸດ ໃນຂັ້ນຕອນ​ການ​ສ້າງ​ສະຖານີອະວະກາດ ຊຶ່ງຈີນມີຈຸດປະສົງຈະ​ໃຫ້ແລ້ວ
ສຳ​ເລັດ​ພາຍ​ໃນປີ 2020 ນັ້ນ.

XS
SM
MD
LG