ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໕ ມິຖຸນາ ໒໐໒໓

ຈີນວ່າມີຄວາມຫວັງໜ້ອຍຫລາຍ ທີ່ຈະພົບເຫັນຄົນງານທີ່ ຕົກຄ້າງຢູ່ໃນບໍ່ ຍັງມີຊີວິດຢູ່


ຕໍາຫລວດກໍາລັງເຝົ້າຍາມສະຖານທີ່ບໍ່ຖ່ານຫິນ ໃນເມືອງ Yuzhou ແຂວງ Henan, ວັນທີ 17 ຕຸລາ 201.

ທ່ານ Du Bo ຮອງ​ຫົວໜ້າ​ກໍາກັບ​ການ​ດໍາ​ເນີນງານ​ກູ້​ໄພ
ກ່າວ​ກັບອົງການ​ຂ່າວ​ຊິນ​ຫົວຂອງທາງ​ການ​ຈີນ​ວ່າ ​ໄດ້​ມີ
ການ​ພົບ​ເຫັນ​ສົບ​ຂອງພວກ​ຄົນງານ​ໃນ​ບໍ່​ ຕື່ມ​ອີກ 5 ສົບ​
ໃນ​ວັນ​ອາທິດ​ມື້​ນີ້ ຊຶ່ງ​ເຮັດໃຫ້​ຈໍານວນຜູ້​ເສຍ​ຊີວິດ​ ເພີ່ມ​ຂຶ້ນ
ເປັນ 26 ຄົນ​ແລ້ວ. ທ່ານ Du Bo ກ່າວ​ຕື່ມ​ວ່າ ຈາກ​ປະ
ສົບປະ​ການ​ທີ່​ໄດ້​ເຫັນ​ມາ​ກ່ອນ​ນີ້ ມີ​ທາງ​ເປັນ​ໄປ​ໄດ້ວ່າ
ພວກຄົນງານ 11 ຄົນ​ທີ່ຍັງ​ຫາຍ​ສາບ​ສູນ​ຢູ່​ໃນ​ບໍ່​ນັ້ນ ​ຄົງ
ໄດ້​ຖືກຂີ້ຖ່ານ​ຫິນຖົມແລະ​ຫາຍໃຈ​ບໍ່​ອອກ ​ຫລັງ​ຈາກ​ບໍ່ລະ​
ເບີດ​ຂຶ້ນ​ໃນວັນ​ເສົາ​ວານ​ນີ້​ ທີ່​ແຂວງ Henan ນັ້ນ.

ອົງການ​ຂ່າວ​ຊິນ​ຫົວ​ເວົ້າ​ຕື່ມ​ວ່າ ຝຸ່ນ​ຖ່ານ​ຫິນຫລາຍ​ກ່ວາ
2500 ​ໂຕນ ​ໄດ້​ຕັນບໍ່​ ຫລັງ​ຈາກເກີດເຫດລະ​ເບີດແລ້ວ ​ແລະ
ເປັນ​ອຸບປະສັກ​ກີດຂວາງ​ຄວາມ​ພະຍາຍາມ ຊ່ອຍ​ກູ້​ໄພ​.

ມີ​ຄົນງານ​ 276 ຄົນ​ກໍາລັງ​ເຮັດ​ວຽກ​ຢູ່​ໃນ​ບໍ່​ຖ່ານ​ຫິນ​ໃນ​ເມືອງ Yuzhou ​ເວ​ລາ​ເກີດເຫດລະ​ເບີດ ​ແຕ່ຄົນງານ 239 ຄົນ​ໜີ​ລອດ​ອອກ​ມາ​ໄດ້.

XS
SM
MD
LG