ນາຍົກລັດຖະມົນຕີຈີນໄດ້ຮຽກຮ້ອງໃນວັນຈັນມື້ນີ້ ໃຫ້ສົ່ງເສີມການບໍລິໂພກພາຍໃນປະເທດໃຫ້ຫລາຍຂຶຶ້ນ ເພື່ອຮັກສາໃຫ້ເສດຖະກິດມີການຂະຫຍາຍໂຕຕໍ່ໄປ.
ໃນຄໍາປາໄສໄຂກອງປະຊຸມສະພາປະຊາຊົນແຫ່ງຊາດ ນາຍົກລັດຖະມົນຕີ ເຫວິ້ນ ເຈຍ
ບາວ ໃຫ້ຄໍາໜັ້ນສັນຍາທີ່ຈະເພີ່ມຄ່າໃຊ້ຈ່າຍໃນການ ບໍລິການດ້ານການຮັກສາສຸຂະ
ພາບແລະສັງຄົມ ແລະເພີ່ມຄ່າຈ້າງເງິນເດືອນໃຫ້ສູງຂຶ້ນ ສໍາລັບພວກຜູ້ຄົນທີ່ມີລາຍໄດ້
ພໍປານກາງແລະລາຍໄດ້ຕໍ່າ ຕະຫຼອດທັງຂະຫຍາຍສິນເຊື່ອສໍາລັບຜູ້ບໍລິໂພກ ພ້ອມ
ທັງສິ່ງອື່ນໆ ເພື່ອຊ່ອຍໃຫ້ປະຊາຊົນໃຊ້ຈ່າຍເງິນຫລາຍຂຶ້ນ.
ທ່ານເຫວິ້ນເຈຍບາວກ່າວຕື່ມວ່າ ເຖິງແມ່ນໄດ້ມີການທໍາຄວາມພະຍາຍາມເຫຼົ່ານີ້ກໍຕາມ ລັດຖະບານກໍໄດ້ຫລຸດເປົ້າໝາຍການເຕີບໂຕຂອງເສດຖະກິດ ລົງມາສູ່ອັດຕາ 7.5ເປີເຊັນ ສໍາລັບປີນີ້ ຊຶ່ງແມ່ນຫລຸດລົງຢ່າງຫລວງ ຫລາຍຈາກອັດຕາການເຕີບໂຕ 9.2 ເປີເຊັນໃນປີ 2011 ແລະ 10.4 ເປີເຊັນໃນປີຜ່ານມານີ້ ຊຶ່ງທ່ານເຫວິ້ນເຈຍບາວກ່າວວ່າ ເປົ້າໝາຍໃໝ່ນີ້ ແມ່ນສະທ້ອນເຖິງຄວາມມຸ່ງໝັ້ນຂອງລັດຖະບານທີ່ຈະທໍາຄວາມກ້າວໜ້າ ໃນຂະ
ນະດຽວກັນກໍຮັກສາໄວ້ຊຶ່ງສະຖຽນລະພາບຂອງເສດຖະກິດນັ້ນ.
ທ່ານເຫວິ້ນຍອມຮັບວ່າ ລັດຖະບານຕ້ອງດໍາເນີນງານໃຫ້ດີກວ່ານີ້ໃນຫລາຍໆພາກສ່ວນ ຮວມທັງການປົກປ້ອງສິດທິໃນດ້ານຊັບສິນ ຄວບຄຸມລາຄາສິນຄ້າ ແລະຄວາມປອດໄພໃນບ່ອນເຮັດວຽກເຮັດການ.
ທ່ານເຫວິ້ນກ່າວວ່າ “ຍັງມີຄວາມຂາດຕົກບົກພ່ອງແລະຂາດເຂີນຫລາຍຢ່າງຢູ່ໃນວຽກງານຂອງລັດຖະບານ. ພວກເປົ້າໝາຍຕ່າງໆສໍາລັບການປະຢັດພະລັງງານ ຜ່ອນຄາຍການສົ່ງຄວັນເສຍຂຶ້ນສູ່ບັນຍາກາດແລະການຄວບຄຸມລາຄາສິນຄ້າ ແມ່ນຍັງບໍ່ທັນໄດ້ບັນລຸຜົນເທື່ອໃນເວລານີ້. ບັນຫາຕ່າງໆກ່ຽວກັບຍຶດເອົາທີ່ດິນ ການທໍາລາຍບ້ານເຮືອນ ຄວາມປອດໄພໃນບ່ອນເຮັດວຽກເຮັດການ ຄວາມປອດໄພໃນດ້ານອາຫານແລະຢຸກຢາປົວພະຍາດ ແລະການປັນສ່ວນດ້ານລາຍໄດ້ ຍັງຢູ່ໃນຂັ້ນຮ້າຍແຮງຫລາຍ ແລະປະຊາຊົນກໍຍັງມີຄວາມເປັນຫ່ວງຫລາຍກ່ຽວກັບບັນຫາພວກນີ້.”
ນອກນັ້ນ ນາຍົກລັດຖະມົນຕີເຫວິ້ນ ຍັງກ່າວຕື່ມວ່າ ກຸງປັກກິ່ງຈະຮັກສາອັດຕາການແລກປ່ຽນເງິນຕາຂອງຕົນໃຫ້ທຸ່ນທ່ຽງ ແລະຈັດຕັ້ງປະຕິບັດນະໂຍບາຍເພື່ອປົກປ້ອງການສ່ຽງໄພດ້ານການເງິນຢ່າງເປັນລະບົບນັ້ນ.