ທ່ານ Chen Guangcheng ນັກເຄື່ອນໄຫວຕາບອດຈີນທີ່ເດີນທາງມາເຖິງສະຫະລັດ
ເມື່ອບໍ່ດົນມານີ້ ລຸນຫຼັງທີ່ໄດ້ຫຼົບໜີ ຈາກການກັກບໍລິເວນ ຢູ່ທີ່ແຂວງ Shandong ຂອງ
ຈີນໃນເດືອນແລ້ວ ກ່າວວ່າ ການປ່ຽນແປງໄປສູ່ປະຊາທິປະໄຕໃນຈີນ ກຳລັງດຳເນີນໄປ
ຢ່າງຊ້າໆ ແຕ່ຈະບໍ່ສາມາດຕ່າວປີ້ນໄດ້.
ໃນການປະກົດໂຕຕໍ່ສາທາລະນະຊົນຢ່າງເປັນທາງການເທື່ອທຳອິດ ທີ່ສະພາຄວາມສຳພັນ
ກັບຕ່າງປະເທດ ຊຶ່ງມີສຳນັກງານຢູ່ນະຄອນນິວຢອກ ໃນວັນພະຫັດວານນີ້ ທ່ານ Chen
ຍັງຮຽກຮ້ອງໃຫ້ລັດຖະບານຈີນແລະພວກເຈົ້າໜ້າທີ່ຂອງພັກຄອມມູນິສຮວມທັງປະທານາ
ທິບໍດີຫູຈິນເຖົາເຄົາລົບລັດຖະທຳມະນູນ ແລະກົດໝາຍຂອງປະເທດ. ທ່ານເວົ້າວ່າ ບັນຫາ
ຢູ່ຈີນ ບໍ່ແມ່ນເລື່ອງບໍ່ມີກົດໝາຍ ແຕ່ແມ່ນເລື່ອງການບໍ່ເຄົາລົບຕໍ່ກົດໝາຍ ທີ່ມີຢູ່ແລ້ວນັ້ນ.
ໃນການຖະແຫຼງຜ່ານນາຍພາສານັ້ນ ທ່ານ Chen ເວົ້າວ່າ ທ່ານເຫັນພ້ອມກັບພວກທີ່
ເວົ້າວ່າ ປະຊາທິປະໄຕແມ່ນມີຫຼາຍຮູບຫຼາຍແບບ ແລະຈີນບໍ່ຄວນທີ່ຈະຮຽນແບບເອົາແຕ່
ປະຊາທິປະໄຕແບບຕາເວັນຕົກທໍ່ນັ້ນ. ພວກເຮົາຍັງຈຳເປັນຈະຕ້ອງໄດ້ຮຽນຮູ້ກ່ຽວກັບ
ປະຊາທິປະໄຕແບບຕາເວັນອອກ ຍີ່ປຸ່ນ ເກົາຫຼີໃຕ້ ແລະຈີນມີຫຍັງຜິດຖ້າພວກເຮົາມີປະ
ຊາທິປະໄຕຂອງຕົນເອງ? ໄຕ້ຫວັນກໍມີປະຊາທິປະໄຕຄືກັນ ຂ້າພະເຈົ້າຍັງຈື່ໄດ້ ເຄີຍມີ
ຄຳເວົ້າຂອງຈີນໂບຮານທີ່ກ່າວວ່າ ພວກເຮົາຮຽນຮູ້ຈາກສິ່ງດີໆ ແລະສິ່ງບໍ່ດີ ພວກເຮົາ
ແມ່ນພະຍາຍາມຫຼີກເວັ້ນ.
ທ່ານ Chen ທະນາຍຄວາມທີ່ຮຽນຮູ້ດ້ວຍຕົນເອງ ໄດ້ສ້າງຄວາມໂກດແຄ້ນໃຫ້ແກ່ເຈົ້າ
ໜ້າທີ່ຈີນ ຍ້ອນໄດ້ຄັດຄ້ານຕໍ່ນະໂຍບາຍຄວບຄຸມປະຊາກອນຢ່າງເຄັ່ງຄັດ ຂອງລັດຖະ
ບານແລະໃຫ້ຄວາມຊ່ອຍເຫຼືອແກ່ປະຊາຊົນໃນການຕໍ່ສູ້ກັບການກະທຳຜິດຕ່າງໆຂອງ
ລັດຖະບານ. ທ່ານເວົ້າວ່າ ກົດໝາຍນາໆຊາດ ຄວນມີບົດບາດໃນຈີນ ຖ້າຄະນະນຳພາ
ຂອງຈີນຫາກພົວພັນນຳການປະຕິບັດທີ່ບໍ່ຖືກຕ້ອງເໝາະສົມຕໍ່ປະຊາຊົນຂອງຕົນ.