ນັກວິທະຍາສາດ ອາເມຣິກັນ ສອງຄົນ ແລະ ນັກນັກວິທະຍາສາດ ອັງກິດ ຄົນນຶ່ງໄດ້
ຮັບລາງວັນ ໂນແບລຂະແໜງ ເຄມີ ສຳລັບວຽກງານຂອງພວກເພິ່ນ ໃນການພັດທະ
ນາວິທີຂອງການປ່ຽນແປງກຳມະພັນ ແລະ ການເລືອກທີ່ຈະຜະລິດສ່ວນປະກອບ
ໃໝ່, ຢາ ແລະ ເຊື້ອໄຟຊີວະພາບ.
ສະຖາບັນການສຶກສາ ວິທະຍາສາດ ຣາຊະອານາຈັກ ສະວີເດັນ ໄດ້ປະກາດການໃຫ້
ລາງວັນຂອງເຂົາເຈົ້າໃນວັນພຸດມື້ນີ້ ທີ່ມາພ້ອມກັບເງິນ 1 ລ້ານໂດລາ.
ນັກວິທະຍາສາດ ອາເມຣິກັນ ທ່ານນາງ ແຟຣນເຊັສ ອາໂນລ ໄດ້ຮັບກຽດສຳລັບ “ການ
ກຳກັບ ວິວັດທະນາການຂອງທາດໂປຣຕີນ ທີ່ຄວບຄຸມປະຕິກິລິຍາທາງຊີວະເຄມີໃນ
ຮ່າງກາຍ” ດ້ວຍການໃຊ້ກົດເກນຕ່າງໆຂອງການເລືອກຕາມທຳມະຊາດ ເພື່ອສ້າງ
ທາດໂປຣຕີນໃໝ່ຂຶ້ນມາ ເຊິ່ງເປັນຕົວເລັ່ງ ປະຕິກິລິຍາທາງເຄມີ.
ສະຖາບັນການສຶກສາດັ່ງກ່າວໄດ້ເວົ້າວ່າ ວຽກງານຂອງທ່ານນາງ ອາໂນລ ຢູ່ໃນຫ້ອງ
ທົດລອງ ແມ່ນເທົ່າກັບ ການສ້າງວິວັດທະນາການໃໝ່ໃຫ້ໄວຂຶ້ນຫຼາຍເທົ່າ ດ້ວຍຜົນ
ຂອງທາດໂປຣຕີນຕ່າງໆ ທີ່ມີຊັບພະຄຸນໃໝ່ ແລະ ເປັນປະໂຫຍດ.
ນັກວິທະຍາສາດອາເມຣິກັນ ອີກຄົນນຶ່ງ ທ່ານ ຈອຣຈ໌ ສມິທ໌ ໄດ້ຮັບກຽດ ສຳລັບການ
ພັດທະນາຂອງທ່ານ ກ່ຽວກັບ ສິ່ງທີ່ຮູ້ຈັກໃນຖານະ ເທັກນິກການສຶກສາ ກ່ຽວກັບ ໄວ
ຣັສອັນນຶ່ງ ທີ່ສ້າງການຕິດເຊື້ອ ໃນເຊື້ອແບັກທີເຣຍເພື່ອທີ່ຈະພັດທະນາທາດໂປຣຕີນ
ໃໝ່ຂຶ້ນມາ.
ນັກຄົ້ນຄວ້າຊາວ ອັງກິດ ທ່ານ ເກຣັກກໍຣີ ວິນເທີ ຜູ້ທີ່ໄດ້ຮັບລາງວັນຄົນທີສາມ ສຳ
ລັບວຽກງານຂອງທ່ານ ໃນການນຳໃຊ້ເທັກນິກ ກ່ຽວກັບ ໄວຣັສ ທີ່ກໍ່ໃຫ້ເກີດ ການຕິດ
ເຊື້ອຢູ່ໃນເຊື້ອແບັກທີເຣຍ ເພື່ອພັດທະນາວັດຖຸຕໍ່ຕ້ານເຊື້ອໂຣກໃນຮ່າງ ກາຍ ເພື່ອ
ສ້າງຢາໃໝ່ຂຶ້ນມາ. ສະຖາບັນການສຶກສາໄດ້ກ່າວວ່າ ຂະບວນການດັ່ງກ່າວໄດ້ຖືກ
ໃຊ້ ເພື່ອສ້າງຢາ ສຳລັບອາການຕ່າງໆ ເຊັ່ນ ໂຣກໄຂຂໍ້ອັກເສບ, ໂຣກຜິວໜັງຊຳເຮື້ອ
Psoriasis, ໂຣກພູມຕ້ານຕົນເອງ ແລະ ການແຜ່ກະຈາຍຂອງມະເຮັງ.