ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສັງເກດການດ້ານເຄມີ ໄດ້ເກັບກຳ ເອົາຕົວຢ່າງ ໃນເມືອງດູມາ ສະຖານທີ່ສົງໄສວ່າ ຖືກໂຈມຕີ ດ້ວຍແກັສ


ລົດຍົນຂອງອົງການສະຫະປະຊາຊາດ ບັນທຸກ ພວກນັກ
ກວດສອບ ຂອງ ອົງການເພື່ອຫ້າມການໃຊ້ ອາວຸດເຄມີ ຫຼື OPCW ສັງເກດເຫັນໄດ້ ໃນນະຄອນຫຼວງ ດາມາກັສ ຂອງຊີເຣຍ, ວັນທີ 17 ເມສາ 2018.
ລົດຍົນຂອງອົງການສະຫະປະຊາຊາດ ບັນທຸກ ພວກນັກ ກວດສອບ ຂອງ ອົງການເພື່ອຫ້າມການໃຊ້ ອາວຸດເຄມີ ຫຼື OPCW ສັງເກດເຫັນໄດ້ ໃນນະຄອນຫຼວງ ດາມາກັສ ຂອງຊີເຣຍ, ວັນທີ 17 ເມສາ 2018.

ກຸ່ມສັງເກດການດ້ານອາວຸດເຄມີຂອງສາກົນ ໄດ້ກ່າວວ່າ ໃນວັນເສົາວານນີ້
ທີມນັກກວດກາທີມນຶ່ງ ໄດ້ເກັບກຳເອົາຕົວຢ່າງຈຳນວນນຶ່ງ ຢູ່ສະຖານທີ່
ທີ່ສົງໄສວ່າ ຖືກໂຈມຕີດ້ວຍແກັສ ເມື່ອສອງສັບປະດາກ່ອນ ຢູ່ໃນເມືອງ
ດູມາ ຂອງຊີເຣຍ.

ອົງການເພື່ອຫ້າມການໃຊ້ອາວຸດເຄມີ ຫຼື OPCW ໄດ້ກ່າວວ່າ ບົດລາຍງານ
ທີ່ອີງໃສ່ຜົນການສອບສວນ ແລະ ຂໍ້ມູນອື່ນໆ ທີ່ເກັບກຳມາໄດ້ ໂດຍທີມ
ງານນັ້ນ ຈະຖືກຮ່າງຂຶ້ນມາ ຫຼັງຈາກທີ່ພວກຕົວຢ່າງ ໄດ້ຖືກວິເຄາະ ໂດຍ
ຫ້ອງທົດລອງທີ່ໄດ້ຖືກກຳນົດເອົາໄວ້ ແລ້ວນັ້ນ.

ກຸ່ມດັ່ງກ່າວ ເວົ້າຕື່ມວ່າ ຕົນຈະ “ປະເມີນສະຖານະການກ່ອນ ແລະຈະພິຈາ
ລະນາບາດກ້າວຕ່າງໆ ສຳລັບອະນາຄົດ ລວມທັງ ການເປັນໄປໄດ້ວ່າ ຈະ
ກັບຄືນໄປສຳຫຼວດ ເມືອງດູມາ ອີກຄັ້ງນຶ່ງ.”

ຄວາມພະຍາຍາມ ຂອງທີມງານສອບສວນຫາຄວາມຈິງ ເພື່ອຈະເຂົ້າໄປ ໃນ
ເມືອງດັ່ງກ່າວນັ້ນ ໄດ້ຖືກເລື່ອນອອກໄປ ສອງສາມວັນ ເປັນຍ້ອນບັນຫາ
ກ່ຽວກັບຄວາມປອດໄພທີ່ເກີດຂຶ້ນຫຼາຍຄັ້ງລຽນຕິດ.

ພວກຮັບມືກັບພາວະສຸກເສີນ ໄດ້ກ່າວວ່າ ຢ່າງໜ້ອຍ 40 ຄົນ ໄດ້ເສຍຊີວິດ
ຢູ່ໃນການໂຈມຕີ ທີ່ສົງໄສວ່າ ເປັນແກັສພິດ ໃນວັນທີ 7 ເດືອນເມສາ ຜ່ານ
ມາ ເຊິ່ງສະຫະລັດ ແລະພັນທະມິດຂອງຕົນ ໄດ້ຖິ້ມໂທດໃສ່ ລະບອບການ
ປົກຄອງຂອງປະທານາທິບໍດີ ບາຊາຣ ອາລ-ອາຊາດ ຂອງຊີເຣຍ.

ສ່ວນລັດຖະບານຂອງຊີເຣຍ ກໍໄດ້ປະຕິເສດ ຕໍ່ການນຳໃຊ້ອາວຸດເຄມີ ອັນ
ເປັນການລະເມີດ ຕໍ່ກົດໝາຍສາກົນ ແລະ ໄດ້ເຊື້ອເຊີນ ໃຫ້ພວກນັກ
ກວດກາ ເຂົ້າໄປກວດສອບໄດ້.

ພວກເຂົາເຈົ້າ ໄດ້ເດີນທາງໄປຮອດ ຊີເຣຍ ໃນວັນທີ 14 ເດືອນເມສາ ມື້
ດຽວກັນກັບ ສະຫະລັດ ອັງກິດ ແລະ ຝຣັ່ງ ໄດ້ເລີ້ມຕົ້ນໂຈມຕີ ດ້ວຍລູກ
ສອນໄຟ ຫຼາຍລູກ ຕໍ່ເປົ້າໝາຍ ທີ່ເປັນສະຖານທີ່ຜະລິດອາວຸດເຄມີ 3
ແຫ່ງ ຢູ່ໃນຊີເຣຍ.

ທ່ານ ເຄັນ ວວດ ເອກອັກຄະລັດຖະທູດ ສະຫະລັດ ປະຈຳອົງການ OPCW
ກ່າວອ້າງໃນວັນທີ່ 16 ເມສາ ຜ່ານມາ ວ່າ ພວກຣັດເຊຍ ໄດ້ເຂົ້າໄປຢ້ຽມ
ຢາມ ສະຖານທີ່ດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວ ແລະ “ອາດໄດ້ທຳລາຍ ຫລັກຖານ” ອັນເປັນການກ່າວຫາ ທີ່ ມົດກູ ໄດ້ປະຕິເສດນັ້ນ.

Syria
please wait
Embed

No media source currently available

0:00 0:00:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG