ອົງການທີ່ເປັນຜູ້ຈັດການສອບເສັງເພື່ອທົດສອບຄວາມສາມາດ
ຫຼື SAT ສຳລັບໃຊ້ວັດແທກ ໃນການເຂົ້າຮຽນ ຢູ່ມະຫາວິທະຍາ
ໄລໃນສະຫະລັດ ໄດ້ງົດແຈ້ງຜົນການສອບແກ່ນັກຮຽນເກົາຫລີ
ໃຕ້ ແລະຈີນຫຼາຍພັນຄົນ ໃນຄວາມເປັນຫ່ວງເລື້ອງໂກງຂໍ້ສອບ.
ຫ້ອງການບໍລິການສອບເສັງ ດ້ານການສຶກສາ ທີ່ພັດທະນາຂໍ້
ສອບ Scholastic AptitudeTest ຫລື SAT ກ່າວຢູ່ໃນຖະ
ແຫລງການວ່າ ຕົນໄດ້ຮັບ “ຂໍ້ມູນທີ່ ສະເພາະເຈາະຈົງ ແລະ
ເຊື່ອຖືໄດ້” ກ່ຽວກັບການໂກງຂໍ້ສອບ ໃນລະຫວ່າງການສອບ
ເສັງ ເມື່ອວັນທີ 11 ເດືອນຕຸລາ ຜ່ານມານີ້.
ຄຳຖະແຫລງ ທີ່ນຳອອກເຜີຍແຜ່ຮ່ວມກັບຄະນະກຳມະການມະຫາວິທະຍາໄລທີ່ຄຸ້ມຄອງການສອບເສັງ ກ່າວວ່າ ບັນດາອົງການຈັດຕັ້ງຕ່າງໆ ໄດ້ເອົາບາດກ້າວຢ່າງຈີງຈັງ ຕໍ່ການ
ດຳເນີນຄວາມພະຍາຍາມໃດໆກໍຕາມ ທີ່ຈະສໍ້ໂກງການສອບເສັງແລະນະໂຍບາຍຄວາມ
ປອດໄພ. ຖະແຫຼງການຍັງໄດ້ປະນາມຢ່າງແຮງ ຕໍ່ “ອົງການທີ່ຊອກຫາຂໍ້ສອບ ແບບຜິດ ກົດໝາຍ ເພື່ອສ້າງຜົນກຳໄລ ໃຫ້ແກ່ຕົນເອງນັ້ນ."
ທ່ານ Lee Bohn ອະດີດທີ່ປຶກສານະໂຍບາຍການສຶກສາ ຢູ່ເກົາຫລີໃຕ້ ກ່າວຕໍ່ ວີໂອເອ
ວ່າ ມີຄວາມເປັນຫ່ວງກ່ຽວກັບການຊັກຊ້າໃນການເຜີຍແຜ່ຜົນການສອບເສັງ ຊຶ່ງອາດຈະ
ລົບກວນການຍື່ນຄຳຮ້ອງຂໍເຂົ້າມະຫາວິທະຍາ ຂອງນັກສຶກສາ.
ຫ້ອງການບໍລິການສອບເສັງດ້ານການສຶກສາ ກ່າວວ່າ ການສືບສວນອາດໃຊ້ເວລາເຖີງ ສີ່ອາທິດແຕ່ກ່າວວ່າຜົນການສອບເສັງຈະແຈ້ງໃຫ້ຊາບທັນກັບເວລາເສັ້ນຕາຍຂອງການ
ຍືນຄຳຮ້ອງເຂົ້າມະຫາວິທະຍາໄລ ຊຶ່ງສ່ວນໃຫຍ່ແລ້ວແມ່ນຢູ່ໃນເດືອນພະຈິກ.