ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ນຳ ເວເນຊູເອລາ ເດີນທາງ ກັບຄືນຈາກຄິວບາ


ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ໂບກມືໃຫ້ແກ່ ປະຊາ ຊົນທີ່ໄປຮ່ວມງານຄອນເສີດ ຈັດຂຶ້ນເປັນກຽດແກ່ທ່ານ ທີ່ໂຮງມະຫໍລະສົບ Teras Carreno ໃນນະຄອນຫຼວງກາຣາກັສ (23 ກຸມພາ 2012)
ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ໂບກມືໃຫ້ແກ່ ປະຊາ ຊົນທີ່ໄປຮ່ວມງານຄອນເສີດ ຈັດຂຶ້ນເປັນກຽດແກ່ທ່ານ ທີ່ໂຮງມະຫໍລະສົບ Teras Carreno ໃນນະຄອນຫຼວງກາຣາກັສ (23 ກຸມພາ 2012)

ປະທານາທິບໍດີ Hugo Chavez ​ແຫ່ງ​ເວ​ເນ​ຊູ​ເອລາ ​ໄດ້​ເດີນທາງ​ກັບ​ຄືນ​ປະ​ເທດ​ຈາກ​ຄິວ​ບາ
ໃນ​ຕອນ​ແລງ​ຂອງ​ມື້ວັນ​ສຸກ​ວານ​ນີ້ ຫຼັງຈາກ​ໄດ້​ໄປ​ປິ່ນປົວ​ໂຣກມະ​ເຮັງ​ ເປັນ​ເວລາ 11 ມື້ໂດຍ
​ເອີ້ນການ​ບຳບັດ​ດ້ວຍ​ການ​ອາບຣັງສີ​ເທື່ອ​ຫຼ້າສຸດຂອງ​ທ່ານ​ວ່າ ປະສົບ​ຄວາມ​ສຳ​ເລັດ.

ຫຼັງຈາກ​ເດີນທາງ​ໄປ​ຮອດ​ນະຄອນຫຼວງກາຣາກັສ​ແລ້ວ ຜູ້ນຳ​ສັງຄົມ​ນິຍົມ​ອາຍຸ 57 ປີ​ຂອງ​ເວ
​ເນ​ຊູ​ເອລາ​ກ່າວ​ວ່າ ທ່ານ​ຕ້ອງ​ໄດ້​ປະຕິບັດ​ຕາມ​ຄຳແນະນຳ​ທາງດ້ານ​ການ​ແພດ​ຢ່າງ​ເຄັ່ງ​ຄັດ​ໃນ
​ໄລຍະ​ຫຼາຍໆ​ມື້ຂ້າງ​ໜ້ານີ້ ​ເພື່ອ​ພັກ​ຟື້ນ​ໃຫ້ຫາ​ຍດີ.

ທ່ານ Chavez ​ເລີ່​ມຮັບ​ການ​ປິ່ນປົວ​ໃນ​ເດືອນ​ມີນາ​ຜ່ານ​ມາ ​ຫຼັງຈາກ​ທ່ານ​ໄດ້ທຳການຜ່າຕັດ​
ໃນ​ເດືອນ​ກຸມພາ ​ແລະ​ເດືອນ​ມິ​ຖຸນາປີ​ກາຍ ​ເພື່ອ​ຕັດ​ເນື້ອງອກ​ອອກຈາກ​ບໍລິ​ເວນ​ກະດູກ​ງ່າມ
​ຂາ.

ປະທານາທິບໍດີ Chavez ຍັງ​ໄດ້​ບໍ່​ແຈ້ງ​ໃຫ້​ຊາບ​ເທື່ອ​ກ່ຽວ​ກັບ​ຊະນິດ​ຂອງ​ມະ​ເຮັງ​ທີ່​ທ່ານ​ເປັນ.
ທ່ານ​ເຄີຍ​ກ່າວ​ກ່ອນ​ໜ້ານີ້ວ່າ ອາການ​ຂອງ​ທ່ານ​ຈະ​ບໍ່​ສາມາດ​ເຮັດ​ໃຫ້​ທ່ານ ​ຢຸດ​ເຊົາ​ການ​ໂຄ
ສະນາ​ຫາ​ສຽງເພື່ອ​ເຂົ້າຮັບ​ຕຳ​ແໜ່​ງຕື່ມອີກ​ໃນ​ການ​ເລືອກ​ຕັ້ງປະທານາທິບໍດີ​ຊຶ່ງ​ຈະ​ມີ​ຂຶ້ນ​ໃນ
​ວັນ​ທີ 7 ຕຸລາ​ທ້າຍ​ປີນີ້.

ທ່ານ Chavez ​ໄດ້​ເຂົ້າກຳ​ອຳນາດ​ນັບ​ແຕ່​ປີ 1999 ​ເປັນຕົ້ນມາ.

XS
SM
MD
LG