ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. Chavez ຈະ​ບໍ່​​ເຂົ້າຮ່ວມ​ ໃນ​ພິທີ ສາບານ​ໂຕ​ (ວີດິໂອ)


ພະນັກງານສະຖານທູດເວເນຊູເອລາ ທີ່ຄິວບາ ຍົກຮູບຂອງປະທານທິບໍດີ Hugo Chavez ທີ່ກໍາລັງປິ່ນປົວມະເຮັງ ຢູ່ໃນຄິວບາ.
ພະນັກງານສະຖານທູດເວເນຊູເອລາ ທີ່ຄິວບາ ຍົກຮູບຂອງປະທານທິບໍດີ Hugo Chavez ທີ່ກໍາລັງປິ່ນປົວມະເຮັງ ຢູ່ໃນຄິວບາ.
ບັນດາ​ເຈົ້າ​ໜ້າ​ທີ່ ​ເວ​ເນ​ຊູ​ເອລາ ກ່າວ​ວ່າ ປະທານາທິບໍດີ Hugo
Chavez ທີ່​ຍັງ​ເຈັບ​ປ່ວຍ​ຢູ່​ນັ້ນ ຈະ​ບໍ່ເຂົ້າຮ່ວມ​ໃນ​ພິທີສາບານ​ໂຕ​
ຮັບຕໍາ​ແໜ່​ງ​ເປັນສະ​ໄໝທີ​ສາມ ​ແລະຍັງ​ຈະຢູ່​ໃນຄິວ​ບາຕໍ່​ໄປ​ເພື່ອ​
ປິ່ນປົວ​ມະ​ເຮັງ.

​ປະທານ​ສະພາ​ແຫ່ງ​ຊາດ ທ່ານ Disdado Cabello ອ່ານ​ເອກ​
ກະສາ​ນຕໍ່​ບັນດາ​ສະມາຊິກ​ສະພາ ​ໃນ​ວັນ​ອັງຄານວານ​ນີ້ວ່າ ບັນ
ດາ​ນາຍແພດ ສະ​ເໜີ​ບໍ່​ໃຫ້ທ່ານ Chavez ກັບ​ຄືນປະ​ເທດ​ເທື່ອ.
ທ່ານ ​Cabello ກ່າວ​ວ່າ ປະທານາທິບໍດີຈະ​ສາບານ​ໂຕ​ເຂົ້າຮັບ​
ໜ້າ​ທີ່​ຕາມພາຍຫລັງ ​ໂດຍ​ສານ​ສູງ​ສຸດຂອງ​ປະ​ເທດ​.

ຝ່າຍ​ຄ້ານ​ຂອງ​ເວ​ເນ​ຊູ​ເອລາ ​ໂຕ້​ຖຽງ​ວ່າ ຄວາມ​ບໍ່​ສາມາ​ດ ທີ່​ຈະ
ສາບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່​ງ​ ຂອງປະທານາທິບໍດີ ຕາມທີ່​ບົ່ງໄວ້​
ໃນ​ລັດຖະທໍາ​ມະນູນ ໃນ​ວັນ​ທີ 10 ​ເດືອນມັງກອນນີ້ຕາມ​ກົດໝາຍ​ແ​ລ້ວ​ແມ່ນ​ບັງ​ຄົບ​ໃຫ້​ທ່ານລາ​ອອກ​. ​ແຕ່​ວ່າ ບັນດານັກ​ຊ່ຽວຊານ​ດ້ານ​ກົດໝາຍ​ ​ເນັ້ນ​ໜັກ​ວ່າ ລັດຖະທໍາ​ມະນູນ ອະນຸຍາດ​ໃຫ້​ສານ​ສູງ​ສຸດ ສາ ບານ​ໂຕ ປະທານາທິບໍດີ​ເຂົ້າຮັບ​ຕຳ​ແໜ່​ງ ປາສຈາກ​ການ​ກ່າວເຖິງ​ວັນ​ເວລາທີ່ ​ແນ່ນອນ.

ເບິ່ງວີດິໂອກ່ຽວຂ້ອງກັບຂ່າວນີ້:


XS
SM
MD
LG