ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳຂອງໂລກ ສະແດງ ຄວາມໄວ້ອາໄລ ຕໍ່ທ່ານ Chavez (ສະໄລດ໌)


ຜູ້ຍິງຄົນນຶ່ງ ໄຕ້ທຽນໄວ້ອາໄລແກ່ທ່ານ Chavez ຢູ່ຕໍ່ໜ້າຮູບຂອງທ່ານ ຕທີ່ຕິດຢູ່ສະຖານທູດ Venezuela ໃນ ໃນນະຄອນຫລວງ La Paz ຂອງໂບລີເວຍໃນວັນທ 5 ມີນາ 2013
ຜູ້ຍິງຄົນນຶ່ງ ໄຕ້ທຽນໄວ້ອາໄລແກ່ທ່ານ Chavez ຢູ່ຕໍ່ໜ້າຮູບຂອງທ່ານ ຕທີ່ຕິດຢູ່ສະຖານທູດ Venezuela ໃນ ໃນນະຄອນຫລວງ La Paz ຂອງໂບລີເວຍໃນວັນທ 5 ມີນາ 2013
ການເຖິງແກ່ອະສັນຍະກຳຂອງທ່ານ Hugo Chavez ປະ
ທານາທິບໍດີຂອງ Venezuela ໄດ້ເປັນແຮງດົນໃຈໃຫ້ ຫຼາຍຄົນໃນໂລກສະແດງຄວາມໄວ້ອາໄລ ແລະສະແດງ
ອອກຊຶ່ງຄວາມຫວັງ ຕໍ່ປະຊາຊົນ Venezuela.

ປະທານາທິບໍດີ Evo Morales ຂອງໂບລີເວຍ ຊຶ່ງເປັນພັນ
ທະມິດທີ່ໃກ້ຊິດທີ່ສຸດຄົນນຶ່ງຂອງທ່ານ Chavez ກ່າວຄໍາປາໄສ ໂດຍມີນໍ້າຕານອງໜ້າໃນວັນອັງ ຄານວານນີ້ວ່າ ທ່ານ Chavez ຍັງຈະສືບຕໍ່ສ້າງຄວາມດົນໃຈໃຫ້ແກ່ຜູ້ຄົນທີ່ຕໍ່ສູ້ເພື່ອປົດປ່ອຍ
ຕົນເອງ. ທ່ານກ່າວຢໍ້າອີກວ່າ “ທ່ານ Chavez ມີຊີວິດຊີວາ
ຫຼາຍ ຂຶ້ນກວ່າເວລາໃດໝົດ.”

ພັນທະມິດທີ່ໃກ້ຊິດທີ່ສຸດຂອງທ່ານ Chavez ອີກປະເທດນຶ່ງກໍຄື
ຄີວບາ ຊຶ່ງ ໄດ້ປະກາດໃຫ້ຊັກທຸງລົງເຄິ່ງເສົາເປັນເວລາສອງວັນ ເພື່ອໄວ້ອາໄລແກ່ທ່ານ. ຖະແຫລງການຈາກລັດຖະບານຄີວບາ
ເວົ້າວ່າ ປະຊາຊົນຄີວບາ ຖືວ່າທ່ານ Chavez ເປັນ “ລູກຊາຍ
ທີ່ດີທີ່ສຸດ” ຜູ້ນຶ່ງຂອງເຂົາເຈົ້າ.

ປະທານາທິບໍດີ Christina Fernandez ຂອງ Argentina ກໍໄດ້ປະກາດໃຫ້ໄວ້ ອາໄລແກ່ທ່ານ Chavez ເປັນເວລາສາມວັນ. ທ່ານນາງຄາດວ່າຈະເດີນທາງໄປ ຍັງ Venezuela ເພື່ອເຂົ້າຮ່ວມພິທີສົ່ງສະການຂອງທ່ານ Chavez ແລະປະທານາ ທິບໍດີ Jose Mujica ຂອງ Uruguay ກໍຈະໄປຮ່ວມພິທີດັ່ງ ກ່າວເຊັ່ນກັນ.

ປະທານາທິບໍດີ Daniel Ortega ຂອງນີກາຣາກົວນັ້ນ ກໍໄດ້ສັນຍາວ່າ ຈະສືບຕໍ່ນໍາ
ເອົາມູນເຊື້ອຂອງທ່ານ Chavez ໄປປະຕິບັດ.

ປະທານາທິບໍດີ Mahmuoud Ahmadinejad ຂອງອີຣ່ານນັ້ນ ກໍໄດ້ສະແດງຄວາມ
ເສົ້າສະຫລົດໃຈນໍາ ແລະກ່າວວ່າ ທ່ານອາດຈະໄປເຂົ້າຮ່ວມພິທີສົ່ງສະການຂອງ
ທ່ານ Chavez ໃນວັນສຸກທີ່ຈະມາເຖິງນີ້. ທາງດ້ານຈີນນັ້ນ ກໍເອີ້ນ ທ່ານ Chavez ວ່າ
ເປັນຜູ້ນໍາທີ່ຍິ່ງໃຫຍ່ ແລະເປັນເພື່ອນທີ່ດີຍິ່ງ ຂອງປະຊາ ຊົນຈີນ. ສ່ວນຢູ່ອົງການສະ
ຫະປະຊາຊາດນັ້ນ, ທ່ານພັນ ກິມູນ ເລຂາທິການໃຫຍ່ຂອງອົງການ ໄດ້ສົ່ງຄວາມເສົ້າ
ສະຫລົດໃຈໄປຍັງປະຊາຊົນ Venezuela.

ສ່ວນລັດຖະບານສະຫະລັດ ຂອງທ່ານໂອບາມາ ຊຶ່ງມັກຕົກເປັນເປົ້າແຫ່ງການຕິ
ຕຽນຂອງທ່ານ Chavez ນັ້ນ ແມ່ນລະມັດລະວັງໃນການສະແດງທ່າທີຂອງ ຕົນຕໍ່
ເຫດການດັ່ງກ່າວ ໂດຍໄດ້ອອກຖະແຫລງການສະບັບນຶ່ງ ພື່ອສະແດງການສະໜັບ
ສະໜຸນຕໍ່ປະຊາຊົນ Venezuela ແລະສະແດງຄວາມສົນໃຈໃນ “ການພັດທະນາ ສາຍພົວພັນທີ່ມີລັກສະນະສ້າງສັນ ກັບລັດຖະບານ Venezuela.”

ສໍາລັບປະຊາຄົມ Doral ຊຶ່ງເປັນຊາວ Venezuela ທີ່ມີຈໍານວນຫລວງຫລາຍຢູ່ໃນ ນະຄອນ Miami ຂອງລັດຟລໍຣິດາ ທີ່ໄດ້ໜີອອກຈາກປະເທດໃນເວລາທີ່ ທ່ານ Chavez ຂຶ້ນກໍາອໍານາດນັ້ນ ກໍໄດ້ພາກັນລົງສູ່ຖະໜົນຫົນທາງ ເພື່ອສະຫລອງການ
ເຖິງແກ່ອະສັນຍະກຳຂອງທ່ານ. ບາງຄົນກໍໄດ້ສະແດງຄວາມຫວັງອອກມາວ່າ ບັນຫາ
ທີ່ພວກເຂົາເຈົ້າໜີປະນັ້ນ ຊຶ່ງລວມມີ ການກໍ່ອາຊະຍາກໍາ, ການສໍ້ລາດບັງຫວງ, ແລະ ເສດຖະກິດທີ່ປະສົບບັນຫານັ້ນ ໃນທີ່ສຸດກໍຈະເລີ້ມ ໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ປະມວນພາບກ່ຽວກັບທ່ານ Chavez:
XS
SM
MD
LG