ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ Chavez ພວມປິ່ນປົວ ໂຣກມະເຮັງ ​ດ້ວຍ​​ເຄມີບຳບັດ (ສະໄລດ໌)


ຮອງປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກໍາລັງ ຍົກກໍາປັ້ນໃຫ້ກຽດແກ່ ຮູບແຕ້ມ ປະທານາທິບໍດີ Hugo Chavez
ຮອງປະທານາທິບໍດີ ເວເນຊູເອລາ ທ່ານ Nicolas Maduro ກໍາລັງ ຍົກກໍາປັ້ນໃຫ້ກຽດແກ່ ຮູບແຕ້ມ ປະທານາທິບໍດີ Hugo Chavez
ຮອງ​ປະ​ທາ​ນາ​ທິບໍດີ Venezuela ກ່າວ​ວ່າ ປະທານາທິບໍດີ
Hugo Chavez ທີ່​ເປັນ​ໂຣກ​ມະ​ເຮັງ​ນັ້ນ ກໍາລັງ​ຕໍ່ສູ້ເພື່ອ​ໃຫ້​ມີ
​ຊີວິດ​ຢູ່​ລອດ​ ໃນ​ຂະນະ​ທີ່ທ່ານ​ໄດ້​ຮັບ​ການ​ປິ່ນປົວດ້ວຍການໃຊ້
ເຄມີ​ບຳບັດ​ຫຼື Chemo-therapy ຢູ່ທີ່​ໂຮງໝໍ​ທະຫານ​ແຫ່ງ​ນຶ່ງ​
ໃນ​ນະຄອນຫຼວງ Caracas.

ທ່ານ Nicolas Maduro ​ໄດ້​ເປີດ​ເຜີຍ​ເປັນ​ຄັ້ງ​ທໍາ​ອິດ ​ໃນ​ຕອນ​ແລງ​ວັນ​ສຸກວານ​ນີ້ວ່າ ປະທານາທິບໍດີ Chavez ​ໄດ້​ເລີ້ມ​ປິ່ນປົວ​ດ້ວຍເຄມີບຳບັດ ຫຼັງຈາກ​ການຜ່າຕັດ​ຄັ້ງ​ທີ່​ສີ່​ ທີ່ຄິວ​ບາ ​ໃນເດືອນ​ທັນວາປີ​ກາຍ​ນີ້.

ທ່ານ Maduro ກ່າວ​ວ່າ ການ​ປິ່ນ​ປົວປະທານາທິບໍດີ Chavez ນັ້ນ​ ​ແມ່ນ​ຍຸ່ງຍາກ ​ແຕ່​ທ່ານ Maduro ກ່າວ​ວ່າ ທ່ານ Chavez ນັ້ນ​ຍິ່ງ​ແຂງ​ແຮງ​ກ່ອນ​ການ​ປິ່ນປົວ. ທ່ານກ່າວ​ວ່າ ປະທານາທິບໍດີ ມີສະພາບ “ຈິດ​ໃຈ​ເຂັ້ມ​ແຂງດີ​.”

ບັນດາ​ນັກ​ການ​ເມືອງຝ່າ​ຍຄ້ານ ​ໄດ້​ກ່າວ​ຫາ​ລັດຖະບານ​ວ່າ ​ເວົ້າຕົວະ​ກ່ຽວກັບອາການ​ຂອງ​ທ່ານ Chavez.

ບັນດາ​ເຈົ້າ​ໜ້າ​ທີ່ Venezuela ​ໄດ້​ຫົວ​ເຍາະ​ເຍີ້ຍກ່ຽວ​ກັບ​ຂ່າວ​ລື​ທີ່ວ່າ ປະທານາທິບໍດີ​ Chavez ອາດ​ເສຍ​ຊີວິດ​ແລ້ວ.

XS
SM
MD
LG