ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີເວເນຊູເອລາ ໄປຮັບການບໍາບັດຢາຄີໂມ ທີ່ຄິວບາ


ປະທານາທິບໍດີ Hugo Chavez (ຂວາສຸດ) ຂອງເວເນຊູເອລາ
ປະທານາທິບໍດີ Hugo Chavez (ຂວາສຸດ) ຂອງເວເນຊູເອລາ

ທ່ານ Chavez Hugo ປະທານາທິບໍດີ ເວເນຊູເອລາ ໄດ້ເດີນທາງໄປເຖິງຄິວບາ​ ເມື່ອ ຕອນບ່າຍວັນເສົາວານນີ້ ເພື່ອເລິ່ມບໍາບັດດ້ວຍ​ຢາ​ເຄມີ ຫລືຄີໂມ​ເທຣາປີ ຫລັງຈາກ​ໄດ້ ຜ່າຕັດເອົາເນື້ອງອກມະເຮັງອອກເມື່ອເດືອນຜ່ານມາ.

ກ່ອນຈະຂຶ້ນຍົນຢູ່​ນະຄອນຫລວງ​ກາຣາກັສ ທ່ານ Chavez ກ່າວວ່າທ່ານຈະອອກ​ໄປນອກ ປະເທດເປັນເວລາສອງສາມວັນ ແຕ່ໄລຍະເວລາທີ່ ທ່ານຈະຢູ່ໃນຄິວບານັ້ນ ຍັງບໍ່ຮູ້ກັນ​ເທື່ອ.

ກ່ອນໜ້ານັ້ນໃນມື້ດຽວກັນ ປະທານາທິບໍດີ Chavez ໄດ້​ໂອນອໍານາດບາງຢ່າງຂອງທ່ານ
ໃຫ້ແກ່ຮອງປະທານາທິບໍດີ Elias Jaua ແລະລັດຖະມົນຕີກະຊວງການເງິນ Jorge
Giordani ຫລັງຈາກສະພາແຫ່ງຊາດ ອະນຸມັດການເດີນທາງຂອງທ່ານ. ທ່ານ Chavez
ໄດ້ຂັດ​ຂືນຕໍ່ຄໍາຮຽກຮ້ອງຂອງຝ່າຍຄ້ານ ທີ່​ຂໍ​ໃຫ້ມອບອໍານາດປະທານາທິບໍດີຊົ່ວຄາວໃຫ້
ແກ່ຮອງປະທານາທິບໍດີ ໃນລະຫວ່າງທີ່ທ່ານບໍ່ຢູ່ນັ້ນ.

ທ່ານ Chavez ໄດ້ຮັບການຜ່າຕັດຢູ່ຄິວບາ ເມື່ອວັນທີ່ 4 ເດືອນກໍລະກົດ ນີ້ເພື່ອເອົາເນື້ອ ງອກອອກ ມື້ນຶ່ງກ່ອນເວເນຊູເອລາສະເຫລີມສະຫລອງວັນຄົບຮອບ 200 ປີ ຂອງການໄດ້ ຮັບເອກະລາດຈາກສະເປນ.

ຜູ້ນໍາເວເນຊູເອລາ ບໍ່ໄດ້ບອກ​ໃຫ້​ຮູ້ວ່າທ່ານເປັນມະເຮັງຊະນິດໃດ ແລະກໍຍັງມີຄໍາຖາມຢູ່ຕໍ່​ມາວ່າ ອາການເຈັບປ່ວຍຂອງທ່ານຮ້າຍ​ແຮງຫລາຍສໍ່າໃດ ກ່ອນການຜ່າຕັດເອົາເນື້ອງອກ ອອກນັ້ນ ທ່ານ Chavez ກໍໄດ້ຮັບ​ການຜ່າຕັດຢູ່ຄິວບາ ສໍາລັບອັນທີ່ພວກເຈົ້າໜ້າທີ່ກ່າວ ວ່າ ເອົາຝີອອກຈາກກະດູກງ່າມກົ້ນນັ້ນ.

ປະທານາທິບໍດີ Chavez ໄວ 56 ປີ ທີ່ໄດ້ປົກຄອງປະເທດ​ໃນຂົງເຂດອາເມຣິກາໃຕ້​ແຫ່ງ​ນີ້ ມາຕັ້ງແຕ່ປີ 1999 ໄດ້ບອກຊາວເວເນຊູເອລາວ່າ ທ່ານຍັງມີຄວາມຕັ້ງໃຈ ທີ່ຈະ​ເປັນ​ຜູ້ຄວບ ຄຸມປະເທດຢູ່ຕໍ່ໄປ.

XS
SM
MD
LG