ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Chavez ໄປຮັບ ການບໍາບັດສາຍແສງໄຟຟ້າ ທີ່ຄີວບາ


ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ເດີນທາງໄປຮັບການບໍາບັດສາຍແສງໄຟຟ້າ ທີ່ຄີວບາ ອີກຄັ້ງນຶ່ງ.
ປະທານາທິບໍດີເວເນຊູເອລາ ທ່ານ Hugo Chavez ເດີນທາງໄປຮັບການບໍາບັດສາຍແສງໄຟຟ້າ ທີ່ຄີວບາ ອີກຄັ້ງນຶ່ງ.

ປະທານາທິບໍດີ ເວ​ເນ​ຊູ​ເອລາ ທ່າ​ນ Hugo Chavez ​ໄດ້​ກັບ​ຄືນ​ໄປ ຄີວບາ ​ເພື່ອຮັບ​
ການ​ປິ່​ນປົວ​ມະ​ເຮັງ ອີກ​ຮອບນຶ່ງ. ທ່ານ​ໄດ້​ຖືກ​ຮັບ​ຕ້ອ​ນ ຈາກ ປະທານາທິບໍດີ Raul
Castro ​ໃນ​ຕອນ​ແລງ​ວັນ​ເສົາ​ຢູ່​ເດີ່ນບິນ ​ເມືອງ​ຫລວງ Havana​.

ທ່ານ Chavez ​ໄດ້ກ່າວ​ຜ່ານ​ທາງ​ໂທລະສັບ ອອກ​ອາກາດ​ທາງ​ໂທລະ ພາບເວ​ເນ​ຊູ​ເອລາ​
ໃນ​ວັນ​ອາທິດວານ​ນີ້ວ່າ ທ່ານ​ໄດ້​ເລີ້ມຮັບ​ການ​ບໍາບັດ ສາຍ​ແສງໄ​ຟຟ້າ​ແລ້ວ.

ຜູ້​ນໍາເວ​ເນ​ຊູເອລາ ກ່າວ​ວ່າ​ ທ່ານຄາດ​ວ່າ ​ຈະ​ໄດ້​ກັບ​ຄືນເມືອ​ບ້ານ​ໃນ​ວັນ​ພະຫັດ ​ເພື່ອ
ພັກ​ຜ່ອນເປັນ​ເວລາ​ສາມ​ວັນ ​ກ່ອນ​ຈະ​ກັບ​ຄືນ​ໄປຄີວບາ​ ​ເພື່ອ​ຮັບ​ການ​ສາຍ​ແສງ​ອີກ​ຮອບ​
ນຶ່ງ. ປະທາ​ນາ​ທິບໍດີ​ Chavez ກ່າວ​ວ່າ ການ​ປີ່​ນປົວ​ອາດ​ຈະ​ໃຊ້​ເວ​ລາປະ ມານ ສີ່ ຫາ
ຫ້າ​ອາທິດ.

ທ່ານ Chvez ​ຈະ​ຢູ່​ໃນຄີວບາ ​ໃນ​ເວລາ​ດຽວກັນ​ກັບ ສັນຕະປາປາ Benedict ທີ່ຈະ​ເດີນ
ທາງໄປເຖິງໃນມື້​ວັນ​ຈັນນີ້. ​ໂຄສົກສໍານັກ Vatican ກ່າວ​ວ່າ ປັດ​ຈຸ​ບັນ​ນີ້​ຍັງ​ບໍ່​ມີ​ແຜນວ່າ
ສອງ​ຄົນ​ຈະ​ມີ​ການ​ພົບ​ປະກັນ ຫລື​ບໍ່.

XS
SM
MD
LG