ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ເວເນຊູເອລາ ຖະແຫຼງຂ່າວ ກ່ຽວກັບ ອາການຂອງທ່ານ Chavez


ທ່ານ Ernesto Villegas ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ​
Venezuela
ທ່ານ Ernesto Villegas ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ​ Venezuela
ລັດຖະບານ​ປະ​ເທດ Venezuela ​ເວົ້າ​ວ່າ ປະທານາທິບໍດີ Hugo Chavez ປະສົບ​ກັບ​ຄວາມ​ເຈັບ​ປວດ​ຈາກ​ການຜ່າຕັດ​ມະ​ເຮັງ​ເມື່ອ​ຕົ້ນ​ອາທິດ ​ແຕ່​ກໍ​ໄດ້​ຮັບ​ການ​ປິ່ນປົວຫຼາຍ ວິທີ​ທີ່​ເໝາະ​ສົມ ​ແລະບັດ​ນີ້​ອາການ​ກໍາລັງ​ດີ​ຂຶ້ນ​ແລ້ວ.

ທ່ານ Ernesto Villegas ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ​ເວົ້າ​ວ່າ ທ່ານ​ Chavez ມີ​ອາການ​ເລືອດ​ອອກບໍ່​ຢຸດ ຈາກ​ການ​ຜ່າຕັດ​ເມື່ອ​ວັນ​ອັງ ຄານຜ່ານ​ມາ​ທີ່​ປະ​ເທດ​ເກາະ​ຄິວ​ບາ​.

ທ່ານ Villegas ​ເວົ້າ​ຜ່ານ​ທາງ​ທີ​ວີ​ເມື່ອ​ວັນ​ພະຫັດ​ວານ​ນີ້ ວ່າ
ອາການ​ຂອງທ່ານ Chavez ມີ​ຄວາມ​ກ້າວໜ້າຫຼາຍຂຶ້ນ.

ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ​ເວົ້າໃນ​ຕອນ​ບ່າຍ​ວັນພຸດ​ນີ້ ວ່າທ່ານ​ Chavez ມີ​ອາການ​ປົກກະຕິ​ຢູ່​ໃນ​ກຸງ​ຮາ​ວາ​ນາ. ທ່ານ Nicolas Maduro ຮອງ ປະທານາ​ທິບໍດີ​ເວ​ເນ​ຊູ​ເອລາ ​ເວົ້າ​ວ່າ ທ່ານ Chavez ປະ​ເຊີນ​ກັບ​ການ​ພັກ​ຟື້ນ​ທີ່​ລໍາບາກ​ພໍ​ສົມຄວນ​ຈາກ​ການຜ່າຕັດ​ທີ່​ໃຊ້​ເວລາຫົກ​ຊົ່ວ​ໂມງນັ້ນ.

ຊາວ​ເວ​ເນ​ຊູ​ເອລາຫຼາຍພັນ​ຄົນ ພາກັນ​ສວດ​ມົນ​ໄຫວ້ວອນຢູ່​ທົ່ວ​ປະ​ເທດ ​ໃນ​ວັນ​ພຸດ​ເພື່ອ​ສຸກຂະພາບ​ຂອງທ່ານ Chavez. ຮອ​ງປະທາ​ນາ​ບໍດີ Maduro ​ແລະ​ບັນດາ​ເຈົ້າໜ້າ​ທີ່​ຂອງ​ລັດຖະບານກໍ​ໄດ້​ຮ່ວມໃນພິທີສາສະໜາ​ສໍາລັບ​ປະທານາທິບໍດີ ທີ່​ຄ້າຍທະຫານ​ແຫ່ງ​ນຶ່ງ.
XS
SM
MD
LG