ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມຂອງທ້າວໂຊວິນ ຫາວິທີຟ້ອງຮ້ອງ ໃຫ້ລົ້ມເລີກຄໍາຕັດສິນ ຂອງສານ ແລະ ໃຫ້ດໍາເນີນຄະດີຄືນໃໝ່


ພາບຖ່າຍທາງວີດິໂອສະແດງໃຫ້ເຫັນທະນາຍຄວາມຈໍາເລີຍ, ທ່ານ Eric Nelson (ຊ້າຍ) ແລະຈໍາເລີຍ, ທ້າວ Derek Chauvin ອະດີດຕໍາຫລວດເມືອງ Minneapolis ຢຸ່ໃນຂັ້ນຕອນຕັດສິນຢູ່ໃນການດໍາເນີນຄະດີຕໍ່ທ້າວ Chauvin ໃນການຕາຍຂອງທ້າວຟລອຍດ໌ ໃນປີ 2020
ພາບຖ່າຍທາງວີດິໂອສະແດງໃຫ້ເຫັນທະນາຍຄວາມຈໍາເລີຍ, ທ່ານ Eric Nelson (ຊ້າຍ) ແລະຈໍາເລີຍ, ທ້າວ Derek Chauvin ອະດີດຕໍາຫລວດເມືອງ Minneapolis ຢຸ່ໃນຂັ້ນຕອນຕັດສິນຢູ່ໃນການດໍາເນີນຄະດີຕໍ່ທ້າວ Chauvin ໃນການຕາຍຂອງທ້າວຟລອຍດ໌ ໃນປີ 2020

ທະນາຍຄວາມຝ່າຍຈໍາເລີຍຂອງອະດີດເຈົ້າໜ້າທີ່ຕຳຫຼວດເມືອງມິນເນອາໂປລິສ ທີ່ຖືກຕັດສິນວ່າໄດ້ຂ້າທ້າວ ຈອຣຈ໌ ຟລອຍດ໌ (George Floyd) ນັ້ນ ໄດ້ຮຽກ ຮ້ອງໃຫ້ມີການພິຈາລະນາຄະດີໃໝ່ ໂດຍກ່າວວ່າສານບໍ່ໄດ້ໃຊ້ຄວາມຮອບຄອບໃນຫລາຍໆຈຸດ ແລະວ່າ ຄຳຕັດສິນດັ່ງກ່າວ ຄວນຈະຖືກຟ້ອງຮ້ອງຄືນ ຍ້ອນການປະພຶດຜິດຂອງຄະນະຕຸລາການ, ອີງຕາມເອກະສານຂອງສານທີ່ນຳອອກເຜີຍແຜ່ໃນວັນອັງຄານວານນີ້, ຕາມການລາຍງານຂອງອົງການຂ່າວເອພີ (AP).

ທ້າວເດເຣກ ໂຊວິນ (Derek Chauvin), ຜູ້ທີ່ເປັນຄົນຜິວຂາວໄດ້ຖືກຕັດສິນວ່າ ມີຄວາມຜິດໃນເດືອນແລ້ວນີ້ ວ່າທໍາການຄາດຕະກຳລະດັບທີສອງ, ການຄາດຕະກຳໂດຍບໍ່ໄດ້ຕັ້ງໃຈໃນລະດັບທີສາມ ແລະຂ້າຄົນໃນລະດັບທີສອງ ໃນວັນທີ 25 ພຶດສະພາຜ່ານມາ ຢູ່ໃນການຕາຍຂອງທ້າວຟລອຍດ໌. ຫຼັກຖານໃນການໄຕ່ສວນຄະດີໄດ້ສະແດງໃຫ້ເຫັນວ່າ ທ້າວໂຊວິນ (Chauvin) ໄດ້ເນັ້ນຫົວເຂົ່າຂອງຕົນ ລົງໃສ່ຄໍຂອງທ້າວຟລອຍດ໌ເປັນເວລາປະມານ 9 ນາທີເຄິ່ງ ໃນຂະນະທີ່ຊາຍຜິວດຳຄົນນັ້ນເວົ້າວ່າ ລາວຫາຍໃຈບໍ່ອອກແລະບໍ່ເໜັງຕີງເລີຍ.

ທະນາຍຄວາມຂອງຈໍາເລີຍ, ທ່ານ ເອຣິກ ແນລນສັນ (Eric Nelson) ໄດ້ອ້າງອີງເຖິງຫລາຍໆເຫດຜົນ ໃນການຮ້ອງຂໍຂອງທ່ານໃຫ້ມີການໄຕ່ສວນຄະດີຄືນໃໝ່. ທ່ານກ່າວວ່າ ຜູ້ພິພາກສາ ພີເຕີ ຄາຮີລ (Peter Cahill) ໄດ້ໃຊ້ການຕັດສິນຂອງສານໃນທາງຜິດ ແລະລະເມີດສິດທິຂອງທ້າວໂຊວິນ (Chauvin) ໃນຂະບວນການດຳເນີນຄະດີຕາມກົດໝາຍ ແລະການດຳເນີນຄະດີແບບຍຸຕິທຳ ເມື່ອທ່ານປະຕິເສດຄຳຮ້ອງຂໍຂອງທ່ານແນລສັນ (Nelson) ໃຫ້ຍ້າຍການດຳ ເນີນຄະດີໄປຍັງເມືອງອື່ນ ຍ້ອນການເປີດເຜີຍໃຫ້ປະຊາຊົນຮູ້ກ່ອນການດໍາເນີນຄະດີ.

ທ່ານຍັງກ່າວອີກວ່າ ທ່ານຄາຮີລ (Cahill) ໃຊ້ການພິຈາລະນາແບບບໍ່ຖືກຕ້ອງໃນການຕັດສິນໃຈຂອງທ່ານ ໃນເວລາທີ່ທ່ານໄດ້ປະຕິເສດຕໍ່ຄຳຮ້ອງຂໍໃຫ້ມີການ ດໍາເນີນຄະດີໃໝ່ໃນເມື່ອກ່ອນ ໂດຍອີງໃສ່ການເຜີຍແຜ່ໃຫ້ຄົນຮູ້ໃນລະຫວ່າງການດຳເນີນຄະດີຢູ່ນັ້ນ, ເຊິ່ງທ່ານແນລສັນກ່າວວ່າ ມັນເປັນການຂົ່ມຂູ່ເຖິງຄວາມຍຸຕິທຳຂອງການດໍາເນີນຄະດີນັ້ນ.

ນອກນັ້ນ ທ່ານແນລສັນ ຍັງໄດ້ຖືເອົາການປະຕິເສດຂອງທ່ານຄາຮີລ ຕໍ່ການຮ້ອງຂໍໃຫ້ແຍກຄະນະຕຸລາການ ອອກຈາກກັນ ໃນການໄຕ່ສວນຄະດີ ຫລືຕັກ ເຕືອນເຂົາເຈົ້າໃຫ້ຫລີກລ້ຽງການລົມກັບທຸກສື່ມວນຊົນນັ້ນ, ແລະຖືເອົາການປະ ຕິເສດຂອງທ່ານບໍ່ອະນຸຍາດໃຫ້ຊາຍຄົນນຶ່ງທີ່ຢູ່ກັບທ້າວຟລອຍດ໌ໃນເວລາຖືກຈັບຕົວມາໃຫ້ປາກຄໍານັ້ນວ່າເປັນບັນຫາ.

ທ່ານແນລສັນໄດ້ຂໍຮ້ອງໃຫ້ຜູ້ພິພາກສາທໍາການຕ້ອງຕິຕໍ່ຄຳຕັດສິນດັ່ງກ່າວດ້ວຍເຫດຜົນທີ່ວ່າ ຄະນະຕຸລາການໄດ້ກະທຳຜິດ, ຮູ້ສຶກຖືກກົດດັນ, ແລະ/ຫຼືບໍ່ປະຕິ ບັດຕາມ ຂໍ້ຊີ້ນຳສໍາລັບຄະນະຕຸລາການ, ແຕ່ວ່າ ການຍື່ນຄໍາຟ້ອງຮ້ອງນັ້ນບໍ່ໄດ້ ລວມເອົາລາຍລະອຽດກ່ຽວກັບການຢືນຢັນດັ່ງກ່າວ. ການຕ້ອງຕິໃຫ້ລົ້ມເລີກຄຳຕັດສິນຂອງສານ ແມ່ນການຕັ້ງຂໍ້ສົງໄສກ່ຽວກັບຄວາມຖືກຕ້ອງຂອງມັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG