ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ້າວ ໂຊວິນ ຖືກຕັດສິນມີຄວາມຜິດ ທັງສາມຂໍ້ກ່າວຫາ ໃນການຕາຍຂອງ ທ້າວ ຈອຣຈ໌ ຟລອຍດ໌


ອະດີດຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ຖືກນຳຕົວອອກຈາກຫ້ອງສານ ດ້ວຍມືຖືກໃສ່ກັບມື ຫຼັງຈາກຄະນະຕຸລາການໄດ້ພົບວ່າ ລາວມີຄວາມຜິດໃນທຸກຂໍ້ກ່າວຫາ ໃນການດຳເນີນຄະດີ ສຳລັບການຄາດຕະກຳ ທ້າວ ຈອຣຈ໌ ຟລອຍດ໌, ນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ. 20 ເມສາ, 2021.
ອະດີດຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ຖືກນຳຕົວອອກຈາກຫ້ອງສານ ດ້ວຍມືຖືກໃສ່ກັບມື ຫຼັງຈາກຄະນະຕຸລາການໄດ້ພົບວ່າ ລາວມີຄວາມຜິດໃນທຸກຂໍ້ກ່າວຫາ ໃນການດຳເນີນຄະດີ ສຳລັບການຄາດຕະກຳ ທ້າວ ຈອຣຈ໌ ຟລອຍດ໌, ນະຄອນ ມິນເນອາໂປລິສ, ລັດ ມິນເນໂຊຕ້າ. 20 ເມສາ, 2021.

ອະດີດເຈົ້າໜ້າທີ່ຕຳຫຼວດນະຄອນ ມິນເນອາໂປລິສ ທ້າວ ເດເຣັກ ໂຊວິນ ຖືກພົບວ່າ ມີຄວາມຜິດໃນທຸກຂໍ້ກ່າວຫາ ໃນວັນອັງຄານວານນີ້ ສຳລັບການຕາຍ ຂອງທ້າວ ຈອຣຈ໌ ຟລອຍດ໌ ເກືອບນຶ່ງປີທີ່ຜ່ານມາ.

ຫຼັງຈາກການປິດການໃຫ້ການໃນວັນຈັນທີ່ຜ່ານມາ, ສະມາຊິກຄະນະຕຸລາການ 12 ຄົນ ທີ່ປະກອບມີຄົນຂາວ 6 ຄົນ ແລະ 6 ຄົນຜູ້ທີ່ເປັນຄົນຜິວດຳ ຫຼື ເຊື້ອຊາດຜິວພັນອື່ນ ໄດ້ໃຊ້ເວລາ 6 ຊົ່ວໂມງເພື່ອປຶກສາຫາລືຂໍ້ມູນຈາກການດຳເນີນຄະດີສາມອາທິດ ກ່ອນໄດ້ມີການຕັດສິນໃຈ.

ທ້າວ ໂຊວິນ ຖືກພົບວ່າມີຄວາມຜິດ ໃນການຄາດຕະກຳໂດຍບໍ່ຕັ້ງໃຈລະດັບທີສອງ, ການຄາດ ຕະກຳລະດັບທີສາມ ແລະ ການຂ້າຄົນລະດັບທີສອງ.

ສີໜ້າຂອງລາວແມ່ນມີປະຕິກິລິຍາເລັກນ້ອຍ, ເຊິ່ງສ່ວນນຶ່ງຖືກປົກດ້ວຍໜ້າກາກກັນ COVID-19. ການປະກັນຕົວຂອງລາວໄດ້ຖືກຖອນໄປ, ແລະ ລາວຖືກນຳພາຕົວອອກໄປໂດຍທີ່ມືຂອງລາວຖືກໃສ່ກັບມືຢູ່ທາງຫຼັງຂອງລາວ.

ການຕັດສິນໂທດໃນຄະດີດັ່ງກ່າວຈະຖືກຈັດຂຶ້ນໃນສອງເດືອນ, ອີິງຕາມການກ່າວຂອງບັນດາເຈົ້າໜ້າທີ່.

ທ້າວ ຟລອຍດ໌ ຖືກສົງໄສ ກ່ຽວກັບ ການສົ່ງເງິນໃບ 20 ໂດລາປອມ ຢູ່ແຈ ຂອງຮ້ານຂາຍເຄື່ອງແຫ່ງນຶ່ງໃນເດືອນພຶດສະພາປີກາຍນີ້. ໃນຂະນະທີ່ທ້າວ ໂຊວິນ ແລະ ເຈົ້າໜ້າທີ່ອີກສາມຄົນໄດ້ພະຍາຍາມຈັບກຸມລາວ, ທ້າວ ໂຊວິນ ໄດ້ເຕັງຫົວເຂົ່າໃສ່ຄໍຂອງທ້າວ ຟລອຍດ໌ ປະມານ 9 ນາທີ.

ວີດີໂອ ຂອງຜູ້ເຫັນເຫດການໃນຈຸດເກີດເຫດ ແມ່ນໄດ້ຖືກສົ່ງຕໍ່ໄປຢ່າງກວ້າງ ຂວາງ, ແລະ ການຕາຍຂອງທ້າວ ຟລອຍດ໌ ໄດ້ກໍ່ໃຫ້ເກີດການປະທ້ວງຕໍ່ຕ້ານ ການຈຳແນກເຊື້ອຊາດຜິວພັນ ແລະ ຄວາມໂຫດຮ້າຍຂອງຕຳຫຼວດໃນຫຼາຍຕົວ ເມືອງ ຂອງ ສະຫະລັດ ແລະ ໃນພາກສ່ວນອື່ນໆຂອງໂລກ.

ນັບຕັ້ງແຕ່ການດຳເນີນຄະດີໄດ້ເລີ່ມຂຶ້ນ, ຝູງຄົນໄດ້ເຕົ້າໂຮມກັນຢູ່ສູນກາງລັດ ຖະບານຂອງເມືອງ ເຮັນເນພິນ ບ່ອນທີ່ການດຳເນີນຄະດີໄດ້ຈັດຂຶ້ນ, ແລະ ຢູ່ຈຸດທີ່ທ້າວ ຟລອຍດ໌ ໄດ້ເສຍຊີວິດ. ເຂົາເຈົ້າໄດ້ຮ້ອງເຊຍຂຶ້ນເວລາທີ່ການ ຕັດສິນໂທດໄດ້ຖືກປະກາດ.

ຢູ່ໃກ້ກັບສີ່ແຍກ ບ່ອນທີ່ທ້າວ ຟລອຍດ໌ ໄດ້ຖືກເຕັງລົງພື້ນນັ້ນ, ນາງ ຈາເນ ເຮັນຣີ, ຜູ້ທີ່ອາໄສຢູ່ໃກ້ຄຽງໄດ້ກ່າວວ່າ ລາວຮູ້ສຶກດີໃຈ ແລະ ໂລ່ງໃຈ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG