ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໓໐ ພຶດສະພາ ໒໐໒໓

ພັນລະຍາ ຜູ້ທີ່ຖືກຍິງຕາຍ ຢູ່ເມືອງ Charlotte ເປີດເຜີຍ ວີດີໂອ


ຜູ້ບັນຊາການຕຳຫຼວດ ເມືອງ Charlotte ລັດ North Carolina ທ່ານ Kerr Putney ກ່າວຕໍ່ກອງປະຊຸມ ຖະແຫຼງຂ່າວ ເມື່ອວັນທີ 22 ກັນຍາ 2016.

ຜູ້​ບັນຊາ​ການ​ຕຳຫຼວດ​ທີ່​ເມືອງ Charlotte ລັດ North Carolina ໃນພາກຕາ​ເວັນອອກ ສຽງ​ໃຕ້​ຂອງ​ສະຫະລັດ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ວ່າ ວີ​ດີ​ໂອ​ຂອງ​ຕຳຫຼວດທີ່​ບັນທຶກ​ຮູ​ບພາບ​ໃນ​ລະຫວ່າງ​ການຍິງ​ສັງຫານ​ຜູ້​ຊາຍອາ​ເມຣິກັນເຊື້ອສາຍ​ອາ​ຟຣິກາຄົນນຶ່ງ​ໂດຍ​ຕຳຫຼວດ ນັ້ນຈະ​ມີ​ການ​ນຳ​ອອກ​ເຜີຍ​ແຜ່​ໃນ​ທີ່​ສຸດ.

ຜູ້​ບັນຊາ​ການ Kerr Putney ກ່າວ​ໃນ​ກອງ​ປ​ະຊຸມ​ຖ​ະ​ແຫລງຂ່າວ​ວ່າ “ມັນ​ຂຶ້ນຢູ່​ກັບ​ວ່າ​ເວ ລາ​ໃດ ​ແລະ ​ມັນ​ເປັນ​ເລື້ອງ ຂອງ​ລຳດັບ​ເຫດການ. ຂ້າພະ​ເຈົ້າ ຢາກ​ໃຫ້​ເປັນ​ທີ່​ຮອບ​ຄອບ​ແລະ​ສຸຂຸມ​ຕື່ມ​ໃນ​ການ​ນຳ​ສະ​ເໜີ​ເລື້ອງລາວ​ທັງ​ໝົດ.”

ແຜນທີ່ ເມືອງ Charlotte ລັດ North Carolina
ແຜນທີ່ ເມືອງ Charlotte ລັດ North Carolina

ໃນ​ຂະນະ​ດຽວ​ກັນ ຄອບຄົວ​ຂອງ​ທ້າວ Keith Lamont Scott ກໍ​ໄດ້​ນຳ​ເຜີຍ​ແຜ່​ວີ​ດີ​ໂອ​ທີ່​ຖ່າຍ​ຈາກໂທລະສັບ​ມື​ຖື​ທີ່​ພັນ​ລະ​ຍາ​ຂອງ​ທ້າວ Scott ນາງ Rakiya ​ໄດ້​ບັນທຶກ​ໄວ້ກ່ອນ ​ທີ່​ສາມີ​ຂອງ​ນາງ​ຈະ​ເສຍ​ຊີວິດ ​ໃນ​ວັນ​ອັງຄານ​ຜ່ານ​ມາ.

ວີ​ດີ​ໂອຈາກ​ໂທລະສັບ​ມື​ຖື​ ບໍ່​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ Scott ມີ​ປືນ​ຢູ່​ໃນ​ມື​ຫຼືບໍ່​ ເວລາ​ ຜູ້ກ່ຽວ​ປະ​ເຊີນ​ໜ້າ​ກັບ​ຕຳຫຼວດ ​ແຕ່​ແນວ​ໃດ​ກໍ​ຕາມ​ ໄດ້​ຍິນ​ສຽງ​ພັນລະ​ຍາ​ຂອງ​ລາວ​ຮ້ອງ​ ຂໍບໍ່​ໃຫ້​ຕຳຫຼວດຍິງລາວ ແລະ​ໃຫ້​ສາມີ​ຂອງ​ນາ ງອອກ​ມາ​ຈາກ​ລົດ. ນອກ​ນັ້ນແລ້ວຍັງ​ໄດ້​ ຍິນ​ສຽງ​ຮ້ອງ​ຂອງ​ນາງ​ວ່າ ​ສາມີ​ຂອງ​ນາງ ບໍ່​ມີ​ອາວຸດ ​ໃນ​ຂະນະ​ທີ່ຕຳຫຼວດ ສັ່ງ​ໃຫ້​ທ້າວ Scott ຖິ້ມ​ປືນ​ລົງ. ຫລັງ​ຈາກ​ນັ້ນ ກໍ​ໄດ້​ຍິນ​ສຽງ​ປືນ​ດັງຂຶ້ນ ​ແລະ​ກໍ​ເຫັນ​ຮູບ​ທ້າວ Scott ນອນຢຽດ​ຢູ່​ທີ່ຫົນ​ທາງ.

Charlotte Protests Over Police Killing Mostly Peaceful on Third Night
please wait

No media source currently available

0:00 0:01:29 0:00

​ມີ​ຫລາຍຮ້ອຍ​ຄົນພາກັນເດີນ​ຂະ​ບວນຢູ່​ຕາມຖະໜົນ​ຫົນທາງທີ່​ເມືອງ Charlotte ​ເປັນ​ຄືນ​ທີ​ສີ່​ໃນ​ວັນ​ສຸກ​ວານ​ນີ້ ​ເພື່ອ​ປະ​ທ້ວງຕໍ່​ການ​ຍິງ​ສັງຫານ​ດັ່ງກ່າວ.

​ເຮືອບິນ​ເຮລີຄອບ​ເຕີ້​ໄດ້ບິນ​ເວີ່ນ​ຢູ່​ທາງ​ເທິງ​ພວກ​ເດີນ​ຂະ​ບວນ ​ແລະ​ກໍ​ສາມາດ​ແນມ​ເຫັນ​ກອງ​ກຳລັງ​ຮັກສາ​ດິນ​ແດນ​ຕາມ​ຖະໜົນສາຍຕ່າງໆ. ພ້ອມ​ນີ້ຕຳຫຼວດ ຍັງ​ໄດ້​ປິດ​ຫົນທາງ​ຫລາຍ​ສາຍ ທີ່​ພວກ​ປະ​ທ້ວງ​ມັກ​ໄປ​ໃນ​ລະຫວ່າງ​ການ​ເດີນ​ຂະ ບວນຄັ້ງກ່ອນໆ​ໃນ​ອາທິດ​ນີ້.

WATCH: Live video from Friday night march

​ພາຍ​ໃນ​ເວລາ 9 ​ໂມງ​ແລງ ພວກ​ປະ​ທ້ວງ​ ໄດ້​ພາກັນ​ອອກ​ໄປ​ສູ່​ທາງ​ຫຼວງ ສາຍ​ສຳຄັນໆ ​ໃກ້ໆ​ກັບ​ເມືອງ Charlotte ​ແລະ​ໄດ້​ອັດ​ບໍ່​ໃຫ້ມີ​ການ​ສັນຈອນ​ໄປມາ. ຕໍ່​ມາພວກ​ປະ​ທ້ວງ​ໄດ້​ແຍກ​ກັນ​ອອກ​ເປັນ​ກຸ່ມໆ ​ແລະ​ຫລາຍໆ​ຄົນ​ໄດ້​ພາກັນ​ກັບຄືນ​ໄປ​ສູ່​ເຂດ​ໃຈກາງ​ເມືອງ​ອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG