ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ຢູ່ເມືອງ Charlotte ທ້າທາຍ ຕໍ່ຄຳສັ່ງຫ້າມ ອອກນອກບ້ານ


Charlotte Protests Over Police Killing Mostly Peaceful on Third Night
please wait

No media source currently available

0:00 0:01:29 0:00

ພວກເດີນຂະບວນ ຢູ່ເມືອງ Charlotte ທີ່ພາກັນປະທ້ວງ ການຍິງສັງຫານຂອງຕຳຫຼວດ ໃນຄືນທີ 3 ແມ່ນດຳເນີນໄປ ໃນທາງທີ່ຂ້ອນຂ້າງສະຫງົບ.

ຄືນ​ທີ​ສາມໃນ​ການ​ເດີນ​ຂະ​ບວນ ຢູ່ທີ່​ເມືອງ Charlotte ລັດ North Carolina ​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ ​ເພື່ອ​ປະ​ທ້ວງ​ຕໍ່ການ​ຍິງ​ສັງຫານ​ຜູ້​ຊາຍອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາຄົນນຶ່ງ ​ໂດຍ​ຕຳຫຼວດ ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງ.

ພວກ​ປະ​ທ້ວງຫຼາຍຮ້ອຍ​ຄົນທີ່ບໍ່​ຍອມ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຫ້າມ​ອອກ​ນອກ​ບ້ານໃນເວລາ​ທ່ຽງ​ຄືນ​ໄດ້​ພາກັນ​ເດີນ​ຂະ​ບວນໂດຍ​ປາສະຈາກ​ເຫດ​ຮ້າຍ​ໃດໆ ໃນຕອນເຊົ້າມືດ​ວັນ​ສຸກ​ມື້ນີ້. ພວກ​ເຈົ້າໜ້າ​ທີ່​ກ່າວ​ວ່າ ​ເຂົາ​ເຈົ້າບໍ່​ມີ​ແຜນການ​ໃດໆ ທີ່​ຈະ​ປະຕິບັດ​ຕາມ​ ຄຳ​ສັ່ງ​ດັ່ງ ກ່າວ ຕາບ​ໃດ​ທີ່​ພວກ​ປະ​ທ້ວງ​ຍັງ​ພາກັນ​ເດີນ​ຂະ​ບວນດ້ວຍຄວາມ​ສະຫງົບ.

​ລາຍ​ງາ​ນຂ່າວ​ທາງ​ໂທລະພາບ​ສ​ະ​ແດງ​ໃຫ້​ເຫັນ​ວ່າ ພວກ​ປະ​ທ້ວງ​ບາງ​ຄົນໄດ້​ຈັບ​ມື​ກັບ​ກຳ ລັງ​ຮັກສາ​ດິນ​ແດນທີ່​ຫົວຍິ້ມ ​ໃນ​ຕອນ​ເຊົ້າມືດ​ຂອງ​ວັນ​ສຸກ​ມື້ນີ້.

​ໃນ​ຄ່ຳ​ຄືນ​ວັນ​ພະຫັດ​ມີ​ຝູງ​ຊົນ​ຂະໜາດ​ໃຫຍ່​ໄດ້​ພາກັນ​ເດີນ​ຂະ​ບວນ​ໄປ​ຢູ່​ໃນ​ເຂດ​ໃຈກາງ​ເມືອງ Charlotte ຊຶ່ງ​ເປັນ​ເມືອງ​ໃຫຍ່​ສຸດ ໃນລັດ North Carolina. ​ມີການ​ຍິງ​ລະ​ເບີດ​ນ້ຳ​ຕາ​ຂັບ​ໄລ່​ພວກ​ປະ​ທ້ວງ​ຢູ່​ສະຖານ​ທີ່​ແຫ່ງ​ນຶ່ງ ແຕ່​ເຫດການ​ໃນທຳນອງ​ນີ້ ​ແມ່ນ​ບໍ່ຄ່ອຍ​ໄດ້​ເຫັນ​ກັນ.

ຕຳຫຼວດທີ່ຢູ່​ໃນ​ຊຸດ​ປາບ​ຈະລາຈົນ​ໄດ້​ຖືກ​ສົ່ງ​ໄປ​ຍັງ​ຈຸດ​ຕ່າງໆ​ໃນ​ທົ່ວ​ຕົວເມືອງ.

ຜູ້​ປົກຄອງ​ລັດ ທ່ານ Pat McCrory ຊຶ່ງເປັນ​ອະດີດ​ເຈົ້າຄອງ​ກຳ​ແພງ​ເມືອງ Charlotte ກ່ອນ​ໜ້ານີ້​ ໄດ້​ປະກາດ​ພາວະ​ສຸກ​ເສີນ​ແລະ​ກ່າວ​ວ່າ ຕຳຫຼວດຈະຈັບ​ບຸກຄົນ​ໃດ​ກໍ​ຕາມ​ທີ່​ລະ​ເມີດ​ກົດໝາຍ. ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຈະ​ບໍ່​ປ່ອຍ​ໃຫ້ ​ມີ​ການ​ກໍ່​ຄວາມ​ຮຸນ​ແຮງ​ໃດໆ ຫລື​ການ​ທຳລາຍ​ຊັບ​ສິນ​ເກີດ​ຂຶ້ນ.”

ຜູ້​ຄົນ​ທີ່​ມາ​ຈາກ​ທົ່ວ​ລັດ North Carolina ​ໄດ້​ເຂົ້າຮ່ວມການ​ປະ​ທ້ວງ​ທີ່​ເມືອງ Charlotte. ນັກ​ເຄື່ອນ​ໄຫວ Black Live Matter ​ແລະ​ນັກ​ຈັດ​ແຈງ​ສັງຄົມ Cherrell Brown ທີ່​ໄດ້​ປຸກລະດົມ​ຜ່ານ​ທາງ Twitter ທີ່​ເອີ້ນວ່າ “Corolina Bama” ​ໄດ້​ຂັບ​ລົດ ​ມາ​ຈາກ​ເມືອງ Greensboro ທີ່​ຕັ້ງຢູ່​ໃກ້​ຄຽງ ​ເພື່​ອສະ​ແດ​ງຄວາມ​ເປັນ​ເອກ​ກະພາບ ​ກັບ​ເມືອງ Char- lotte ​ແລະ​ປະຊາ​ຄົມ​ອາ​ເມຣິກັນ​ເຊື້ອສາຍ​ອາ​ຟຣິກາ.

ນາງ​ກ່າວ​ຕໍ່​ວີ​ໂອ​ເອວ່າ “ນີ້ບໍ່​ແມ່ນ​ເລື້ອງ​ໃໝ່ ທີ່​ກ່າວ​ເຖິງ ​ການ​ປະ​ທ້ວງ​ຢູ່ທີ່​ເມືອງ Char- lotte ​ແລະ​ຂະ​ບວນການ Black Live Matter ​ໂດຍ​ທົ່ວ​ໄປ. ນີ້​ແມ່ນ​ຂັ້ນຕອນ​ຂອງ​ຂະ​ບວນການ​ທີ່​ມີ​ມາ​ເປັນ​ເວລາ 500 ປີ ນັບ​ຕັ້ງ​ແຕ່​ສະ​ໄໝ​ຂ້າ​ທາດ​ຖືກ​ປົດ​ປ່ອຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG