ກຸ່ມກໍ່ການຮ້າຍ al-Qaida ສາຂາເຢເມນ ໄດ້ອອກມາອ້າງເອົາ
ຄວາມຮັບຜິດຊອບ ໃນການໂຈມຕີໃນສັບປະດາແລ້ວນີ້ ທີ່ສຳນັກ
ງານວາລະສານເຍາະເຍີ້ຍຊວນຫົວ Charlie Hebdo ໂດຍກ່າວ
ວ່າ “ເປັນການກະທຳເພື່ອແກ້ແຄ້ນ” ໃຫ້ແກ່ພະສາດສະດາ
Muhammad.
ວາລະສານ Charlie Hebdo ແມ່ນພິມເລື້ອງຕໍ່ຕ້ານສາສະໜາ
ຕ່າງໆຢູ່ເປັນປະຈຳ ແລະໃນຫຼາຍໆໂອ ກາດ ກໍໄດ້ພິມເຜີຍແຜ່
ຮູບແຕ້ມ ທີ່ກ່ຽວຂອງກັບພະສາດສະດາ Muhammad ຊຶ່ງເປັນ
ການກະທຳທີ່ຊາວມຸສລິມຫຼາຍຄົນ ຄິດວ່າເປັນການເຍາະເຍີ້ຍ
ສຽດສີສາສະໜາເຂົາເຈົ້າ. ໃນວັນພຸດມື້ນີ້ ວາລະສານດັ່ງກ່າວ
ໄດ້ພິມອອກເຜີຍແຜ່ ເປັນຄັ້ງທຳອິດ ຫຼັງຈາກທີ່ໄດ້ມີການໂຈມຕີ ໃນອາທິດແລ້ວນີ້ ຊຶ່ງໜ້າປົກແມ່ນຮູບກາຕູນທີ່ວາດພາບ ພະສາດສະດາ Muhammad ພ້ອມທັງຫົວຂໍ້ ທີ່ຂຽນວ່າ “ທັງໝົດນັ້ນແມ່ນອະໂຫສິໃຫ້ແລ້ວ.” ວາລະສານສະບັບນີ້ ແມ່ນຂາຍດິບຂາຍດີ ປານເທນ້ຳ ເທທ່າ ໃນທົ່ວຝຣັ່ງ.
ພາບວີດີໂອ ທີ່ນຳອອກເຜີຍແຜ່ທາງອິນເຕີແນັດໃນວັນພຸດມື້ນີ້ ຜູ້ຊາຍທີ່ລະບຸວ່າແມ່ນທ້າວ Nasr al-Ansi ຜູ້ນຳສູງສຸດຂອງກຸ່ມກໍ່ການຮ້າຍ al-Qaida ໃນແຫຼມ Arabian ໄດ້ກ່າວວ່າ ກຸ່ມຂອງລາວ ເປັນຜູ້ ວາງແຜນການແລະໃຫ້ການສະໜັບສະໜຸນທາງການເງິນ ໃນການໂຈມຕີຕໍ່ວາລະສານ Charlie Hebdo ທີ່ໄດ້ສັງຫານ 12 ຄົນນັ້ນ.
ຕຳຫຼວດຝຣັ່ງທີ່ໄດ້ສັງຫານພວກໂຈມຕີ ວາລະສານ Charlie Hebdo ທ້າວ Said ແລະທ້າວ Cherif Kouachi ໃນວັນສຸກແລ້ວນີ້ ຊຶ່ງເປັນມື້ດຽວກັນກັບທີ່ນັກຕໍ່ສູ້ຫົວຮຸນແຮງອິສລາມອີກຄົນນຶ່ງ ທ້າວ Amedy Coulibaly ໄດ້ສັງຫານຊາວຢິວ 4 ຄົນ ໃນຕະຫຼາດຂາຍ
ອາຫານການກິນຂອງຊາວຢິວ ທີ່ເອີ້ນວ່າ Kosher ໃນພາກຕາເວັນອອກຂອງນະຄອນຫຼວງ
ປາຣີນັ້ນ ກ່ອນທີ່ລາວຈະຖືກຕຳຫຼວດຍິງຕາຍ. ທ້າວ Coulibaly ໄດ້ສັງຫານຕຳຫຼວດແມ່ຍິງຝຣັ່ງ ມື້ນຶ່ງກ່ອນໜ້ານັ້ນ.
ຜູ້ນຳຂອງກຸ່ມກໍ່ການຮ້າຍ al-Qaida ໃນເຢເມນ ໄດ້ກ່າວວ່າ ການໂຈມຕີຂອງທ້າວ Coulibaly ນັ້ນ ບໍ່ແມ່ນພາກສ່ວນນຶ່ງຂອງກຸ່ມ ແລະວ່າ ການກະທຳຂອງລາວນັ້ນ ແມ່ນເປັນເລື້ອງບັງເອີນ.
ໃນຂະນະດຽວກັນນີ້ ນັກຕະລົກຝຣັ່ງ ທ່ານ Dieudonne ໄດ້ຖືກຈັບກຸມໃນວັນພຸດມື້ນີ້ ໃນຖານະທີ່ປົກປ້ອງ ກຸ່ມກໍ່ການຮ້າຍ ຫຼັງຈາກທີ່ໄດ້ລົງເຜີຍແຜ່ຖະແຫລງການສະບັບນຶ່ງທາງສື່ສັງຄົມ ທີ່ເບິ່ງຄືກັບວ່າສະໜັບສະໜຸນພວກໂຈມຕີໃນສັບປະດາແລ້ວນັ້ນ. ທ່ານ Dieudonne ເຄີຍມີຊື່ສຽງໃນທາງທີ່ບໍ່ດີມາ ແລ້ວ ໃນການກ້າປາກ ກ້າເວົ້າ ກ້າສະແດງອອກໃນອະດີດ ສິ່ງທີ່ຮັບຮູ້ກັນສ່ວນໃຫຍ່ນັ້ນ ແມ່ນການຍົກ ມືຄຳນັບ ທີ່ບາງຄົນເຫັນວ່າ ເປັນການຕໍ່ຕ້ານ ຊາວ
ຢິວ ຍ້ອນຄ້າຍຄືກັນກັບການຄຳນັບ ຂອງພວກ Nazi ເຢຍຣະມັນນັ້ນ.
ໃນເທີກີ ຕຳຫຼວດໄດ້ຍາມທີ່ໂຮງການ ຂອງໜັງສືພິມ Cumhuriyet ທີ່ບໍ່ນິຍົມສາສະໜາ ໃນວັນພຸດມື້ນີ້ ທີ່ໄດ້ພິມ 4 ໜ້າ ທີ່ດຶງອອກມາຈາກວາລະສານ Charlie ຮວມທັງກາຕູນຈຳນວນນຶ່ງແລະບົດບັນນາທິ ການນຳດ້ວຍ.