ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂບດ Emanuel AME ຈັດພິທີ​ທາງ​ສາສະໜາ ຄັ້ງທຳ​ອິດ ຫຼັງຈາກການສັງຫານ ເມື່ອອາທິດແລ້ວ


Worshippers Attend Emanuel AME's First Service Since Shooting
please wait

No media source currently available

0:00 0:01:56 0:00

ຊົມວີດີໂອ ລາຍງານນີ້

ບັນດາ​ຜູ້​ໄປ​ສວດ​ມົນ​ພາວະນາ​ຢູ່​ໂບດ ​ໄດ້ພາກັນ​ກັບ​ຄືນ​ມາຍັງ
​ໂບດທີ່​ຖືກ​ໂຈມ​ຕີຢູ່​ລັດ South Carolina ​ທາງ​ພາກ​ຕາ​ເວັນ​
ອອກສຽງ​ໃຕ້​ ຂອງ​ສະຫະລັດ​ ໃນ​ວັນ​ອາທິດ​ວານ​ນີ້ ​ເພື່ອ​ຮ່ວມ
​ໃນ​ພິທີ​ທາງ​ສາສະໜາ ຄັ້ງທຳ​ອິດ ນັບຕັ້ງ​ແຕ່ ມື​ປືນ​ຄົນ​ຜິວ​ຂາວ
ຄົນ​ນຶ່ງ ​ໄດ້​ຍິງສັງຫານ ກຸ່ມ​ພວກ​ຮຽນພະ​ຄຳ​ພີ Bible ຢູ່​ໂບດ​
ປະຫວັດ​ສາດ​ແຫ່ງ​ນັ້ນ ຂອງ​ຊາວ​ອາ​ເມຣິກັນ ​ເຊື້ອສາຍ​ອາ​ຟຣິກາ
​ເມື່ອ​ອາທິດ​ແລ້ວ​ນີ້.

ຄຸນ​ພໍ່ Norvel Goff ນັກບວດ​ຮັບ​ເຊີນ ​ໄດ້ທຳ​ໜ້າ​ທີ່​ແທນ ຄຸນ​ພໍ່
ຂອງ​ໂບດ Emanuel AME ​ໃນ​ເມືອງ​ Charleston ດ້ວຍນ້ຳ​
ສຽງທີ່​ດັງ​ກ້ອງໂບດ. ຄຸນ​ພໍ່ Clementa Pinckney ​ແມ່ນ​ຮວມ
ຢູ່​ໃນ 9 ຄົນ ​ ທີ່​ຖືກສັງຫານ ​ເມື່ອວັນ​ພຸດ​ຜ່ານ​ມາ ​ໃນ​ອັນ​ທີ່​ ຕຳຫຼວດກຳລັງ​ສືບສວນ​
ສອບ​ສວນ ​ໃນ​ຖານະເປັນ​ຄະດີກໍ່​ອາ​ຊະ​ຍາ​ກຳ​ຍ້ອນ​ຄວາມ​ກຽດ​ຊັງ.

ຄຸນ​ພໍ່ Goff ​ໄດ້ຮຽກຮ້ອງຝຸງ​ຊົນ ຫຼາຍຮ້ອຍ​ຄົນ ​ໃຫ້​ເພິ່ງ​ພາ ພະຜູ້​ເປັນ​ເຈົ້າ ​ໃນ​ຂະນະ​ທີ່
ເຂົາ​ເຈົ້າ​ມີ​ຄວາມ​ໂສກ​ເສົ້າ​ເສຍ​ໃຈ​ຢູ່ນັ້ນ.

ບັນດາ ​ພວກ​ທີ່​ມາ​ຢ້ຽມຢາມ ຈາກ​ເມືອງ Charleston ​ແລະ​ໄກ​ອອກ​ໄປ ​ຮອດ​ລັດ
California ​ໄດ້​ເຂົ້າ​ໄປ​ແອ​ອັດ​ກັນ​ຢູ່​ໃນ​ໂບດ ຢ່າງ​ໜາ​ແໜ້ນ. ​ໃນ​ລະຫວ່າງ​ພິທີ​ທາງ​
ສາສະໜາ ບັນດາ​ອາສາ​ສະໝັກ​ໄດ້​ຢາຍ​ນ້ຳດື່ມ ​ແລະ ພັດ​ວີ ​ໃຫ້​ແກ່​ຜູ້​ເຂົ້າຮ່ວມ​ພິທີ
​ໃນ​ຂະນະ​ທີ່​ອຸນຫະພູມ ຢູ່​ພາຍ​ໃນ​ໂບດ​ນັ້ນ ພຸ້ງສູງ​ຂຶ້ນ ​ພາຍ​ໃຕ້ຄວາມ​ອົບ​ເອົ້າ ຂອງ​
ລະດູ​ຮ້ອນ.

ປະຊາຊົນພາກັນຮ້ອງເພງ ຢູ່ນອກໂບດ Emanuel AME:

Group Sings Outside Charleston Church
please wait

No media source currently available

0:00 0:00:16 0:00

​ໂບດ​ຕ່າງໆ​ຢູ່​ ໃນ​ເມືອງ Charleston ​ໄດ້​ຕີ​ລະຄັງ​ຂອງ​ພວກ​ຕົນ ​ໃຫ້​ເປັນ​ສຽງ​ດຽວ​ພ້ອມພຽງ​ກັນ ກ່ອນ​ໜ້າ ພິທີ​ໄຫວ້​ພະ​ຮ່ວມ​ກັນ​ຢູ່​ໃນ​ເມືອງ​ນັ້ນ. ຕໍ່​ມາ​ໃນ​ຕອນ​ຄ່ຳ​ວັນ​ອາທິດ ບັນດາ​ຜູ້​ຈັດ​ງານ ​ໄດ້​ຮຽກຮ້ອງ​ ຫຼາຍພັນ​ຄົນ ໃຫ້ຈັບ​ມືຕໍ່​ກັນຢູ່​ເທິງ ຂົວ Arthur Ravenel Jr. ທີ່​ເຊື່ອມ​ຕໍ່​ ​ໃຈ​ກາງ​ເມືອງ Charleston ​ກັບ​ເມືອງ Mount Pleasant ​ທີ່ຢູ່​ອີກ​ຟາກ​ໜຶ່ງ​ຂອງ​ຂົວ ​ໃນ​ການສະ​ແດງ​ເຖິງ ຄວາມ​ສາມັກຄີ​ກັນ​ ອີກຄັ້ງນຶ່ງ.

First service at Emanuel AME since the shooting
please wait

No media source currently available

0:00 0:00:31 0:00

US Shooting
please wait
Embed

No media source currently available

0:00 0:03:33 0:00

XS
SM
MD
LG