ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໂບດ Emanuel AME ຂອງເມືອງ Charleston ລັດ South Carolina ເປີດຄືນແລ້ວ


Charleston Shooting
please wait
Embed

No media source currently available

0:00 0:01:32 0:00

ຊົມວີດີໂອ ລາຍງານນີ້

ໂບດ Emanuel AME ​ເຊິ່ງ​ເປັນ​ໂບດ​ຂອງ​ຊາວ​ອາ​ເມຣິກັນ​
ເຊື້ອສາ​ຍ ອາ​ຟຣິກາ ຢູ່​ໃນ​ເມືອງ Charleston ລັດ South
Carolina ທາງ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ສະຫະລັດ
ບ່ອນ​ທີ່ຄົນຜິວ​ດຳ ເກົ້າຄົນ ຢູ່​ໃນ​ກຸ່ມສຶກສາພະ​ຄຳ​ພີ Bible
​ໄດ້​ຖືກ​ສັງຫານ​ໂດຍ ມື​ປືນ​ຄົນ​ຜິວຂາວ ​ເມື່ອ​ອາທິດ​ແລ້ວ​ນີ້ ​
ແມ່ນ​ມີ​ກຳນົດ​ທີ່​ຈະໄຂ​ຄືນ ​ໃນ​ວັນ​ອາທິດມື້​ນີ້ ສຳ​ຫຼັບປະກອບ
ພິທີທາງ​ສາສະໜາ​ຕາມປົກກະຕິ ​ແລະ ເປີດໂຮງຮຽນ​ວັນ​ອາທິດ
ສຳ​ຫລັບ​ເດັກນ້ອຍ.

ທ່ານ Harold Washington ສະມາຊິກ​ຄົນ​ໜຶຶ່ງຂອງໂບດ
ກ່າວ​ໃນ​ວັນ​ເສົາ​ວານ​ນີ້​ວ່າ ລາວ​ຄາດ​ວ່າ ພິທີ​ທາງ​ສາສະໜາ
​ຂອງ​ວັນ​ອາທິດມື້ນີ້ ຈະ​ເຕັມ​ໄປ​ດ້ວຍຄວາມຮູ້ສຶກ​ໂສກ​ເສົ້າສະ​ເທືອ​ນ​ໃຈ. ລາວ​ເວົ້າວ່າ “ຂ້າພະ​ເຈົ້າຄິດ​ວ່າ ມັນ​ຈະ​ເປັນ​ຊ່ວງເວລາ​ທີ່​ສະ​ທ້າ​ນ​ໃຈ ​ເຊິ່ງຈະ​ມີ​ການ​ຮ້ອງໄຫ້​ກັນຫຼາຍ ​ແລະ ​ໂອບກອດກັນ​.”

ຜູ້ກ່ຽວ​ກ່າວອີກ​ວ່າ ລາວ​ຄາດ​ວ່າ​ ຈະ​ເຫັນ​ຜູ້​ມາ​ໃໝ່ຫຼາຍຄົນ​ຄື​ກັນ. ທ່ານ Washington ​
ເວົ້າ​ວ່າ “ພວກ ​ເຮົາ​ຈະ​ມີ​ຜູ້​ຄົນ​ມາ​ແວ່ ທີ່​ພວກ​ເຮົາ​ບໍ່​ເຄີຍ​ເຫັນ​ມາກ່ອນ ​ແ​ລະຄົງຈະບໍ່
​ເຫັນ​ອີກ​ເລີຍ ​ແລະ ມັນ​ກໍ​ບໍ່​ເປັນ​ຫຍັງ. ມັນ​ແມ່ນ ​ໂບດ​ຂອງ​ພະຜູ້​ເປັນ​ເຈົ້າ ສະນັ້ນ
ເຮົາບໍ່​ຄວນ​ທີ່​ຈະ​ປະຕິ​ເສດ​ຜູ້​ໃດ​ເລີຍ.”

ການ​ເຕົ້າ​ໂຮມ​ຊຸມນຸມ ​ໄດ້​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ເສົາ​ວານ​ນີ້ ຢູ່​ທີ່​ເມືອງ Charleston ​ແລະ​ທົ່ວ​
ສະຫະ​ລັດ ​ເຊິ່ງປະຊາຊົນໄດ້​ມາ​ຮວມ​ກັນ ລະ​ລຶກ​ເຖິງ ​ແລະ​ສະແດງ​ຄວາມ​ເຄົາລົບ​ຕໍ່ບັນດາ
​ຜູ້​ເຄາະຮ້າຍ ຈາກ​ການໂຈມ​ຕີໂບດ ​ເມື່ອ​ຕອນ​ຄ່ຳ​ວັນ​ພຸດ ​ທີ່​ຜ່ານ​ມານັ້ນ.

Saturday Evening Prayer Outside Emanuel AME Church
please wait

No media source currently available

0:00 0:00:19 0:00

Obama Speaks About Race in Relation to Church Shootings
please wait

No media source currently available

0:00 0:02:11 0:00

XS
SM
MD
LG