ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະນາຍຄວາມ ຂອງທ່ານ Taylor ປະທ້ວງ ໄອຍະການ


ອະດີດ ປະທານາທິບໍດີ Liberian ທ່ານ Charles Taylor ກົ້ມລົງໃນຂະນະທີ່ທ່ານລໍຖ້າຟັງການຕັດສິນ ຢູ່ທີ່ສານພິເສດ ກ່ຽວກັບ Sierra Leone ທີ່ Leidschendam ໃກ້ໆກັບນະຄອນ Hague ທີ 26 ເມສາ 2012.
ອະດີດ ປະທານາທິບໍດີ Liberian ທ່ານ Charles Taylor ກົ້ມລົງໃນຂະນະທີ່ທ່ານລໍຖ້າຟັງການຕັດສິນ ຢູ່ທີ່ສານພິເສດ ກ່ຽວກັບ Sierra Leone ທີ່ Leidschendam ໃກ້ໆກັບນະຄອນ Hague ທີ 26 ເມສາ 2012.

ບັນດາ​ທະນາຍຄວາມ​ຂອງທ່ານ Charles Taylor ​ພວມພາກັນ​ປະ​ທ້ວງ​ຕໍ່ການ​ທີ່​ໄອ​ຍະ​ການ
​ກຳລັງ​ຊອກ​ຫາ​ຊ່ອງ​ທາງ​ຢາກ​ໃຫ້ຕັດສິນໂທດ​ຈຳ​ຄຸກທ່ານ 80 ປີຫລັງຈາກ​ໄດ້​ມີ​ການ​ພົບ​ເຫັນ​
ວ່າ​ທ່ານ ​Taylor ມີ ຄວາມ​ຜິດ ​ໃນ​ການ​ກໍ່​ໂທດ​ກຳຕ້ານ​ມະນຸດຊາດ.

​ໃນ​ມື້ວັນສຸກ​ວານນີ້ພວກທະນາຍຄວາມ​ຂອງ​ທ່ານ Taylor ​ໄດ້​ຍື່ນ​ເອກ​ກະສາ​ນກ່າວ​ວ່າການ
ສະ​ເໜີ​ລົງ​ໂທດ​ທີ່​ວ່າ​ນີ້ ​ແມ່ນ​ຄວາມອາ​ຄາດ​ແຄ້ນ ​ແລະ​ໄດ້​ຖິ້ມ​ໂທດ​ສ່ວນ​ໃຫຍ່ກ່ຽວ​ກັບ​ການ​ກໍ່​
ໂທດ​ກຳ​ໃນ​ປາງ​ສົງຄາມ​ຢູ່ Sierra Leone ​ໃສ່​ອະດີດ​ປະທານາທິບໍດີ​ໄລ​ບີ​ເຣຍ.

ການ​ຕັດ​ສິນໂທດທ່ານ Taylor ​ກໍານົດ​ຈະ​ມີ​ຂຶ້ນໃນ​ວັນ​ທີ 30 ​ເດືອນພຶດສະພານີ້.

​ໃນ​ເດືອນ​ແລ້ວ​ນີ້ ສານພິ​ເສດ​ ທີ່​ໄດ້​ຮັບ​ການສະໜັບສະໜຸນ​ ໂດຍອົງການ​ສະຫະ​ປະຊາ​ຊາດ
ກ່ຽວ​ກັບ​ Sierra Leone ​ໄດ້​ພົບ​ເຫັນ​ວ່າ ທ່ານ Taylor ມີ​ຄວາມ​ຜິດ​ 11 ກະທົງກ່ຽວ​ກັບ​
ການ​ກໍ່​ໂທດ​ກຳ​ຕ້ານ​ມະນຸດ ຊາດ ຮວມ​ທັງການ​ກໍ່​ການ​ຮ້າຍ ການຄາດ​ຕະກໍາ ​ແລະ​ຂົ່ມຂືນ.

​ພວກໄອ​ຍະການ​ກ່າວ​ວ່າ ທ່ານ Taylor ​ເປັນຜູ້​ບົງ​ການ ໃນ​ການ​ເຮັດ​ສົງ​ຄາມ​ກາງ​ເມື​ອງທິີ່
Sierra Leone ​ໃນ​ຊຸມປີ 1990 ​ໂດຍ​ໄດ້ປະ​ກອບ​ອາວຸດ ​ແລະ​ ໃຫ້ການຊ່ວຍ​ເຫລືອ​ພວກ
​ກະບົດ ​ເພື່ອ​ເປັນ​ການ​ແລກປ່ຽນກັບ “​ເພັດ​ເລືອດ” ທີ່​ມີ​ການ​ຂຸດ​ຄົ້ນ ​ໃນ​ພາກ​ຕາ​ເວນ​ອອກ​
ຂອງ Sierra Leone.

XS
SM
MD
LG