ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທ້າວ ຊາລສ໌ ແມນສັນ ຄາດຕະກອນຕໍ່ເນື່ອງ ເສຍຊີວິດ ອາຍຸໄດ້ 83 ປີ


ທ້າວ ຊາລສ໌ ແມນສັນ, ຫົວໜ້າລັດທິຮິບປີ ຖືກກ່າວຫາ ກ່ຽວກັບ ການຄາດຕະກຳຄົນຈຳນວນຫຼາຍ, ເດີນທາງ
ອອກຈາກສານ ນະຄອນ ລອສ ແອນເຈລິສ.
22 ທັນວາ, 1969.
ທ້າວ ຊາລສ໌ ແມນສັນ, ຫົວໜ້າລັດທິຮິບປີ ຖືກກ່າວຫາ ກ່ຽວກັບ ການຄາດຕະກຳຄົນຈຳນວນຫຼາຍ, ເດີນທາງ ອອກຈາກສານ ນະຄອນ ລອສ ແອນເຈລິສ. 22 ທັນວາ, 1969.

ທ້າວ ຊາລສ໌ ແມນສັນ, ນຶ່ງໃນຄາດຕະກອນຕໍ່ເນື່ອງທີ່ມີຊື່ສຽງເໜົ່າເໝັນທີ່ສຸດໃນ
ສະຫະລັດ, ໄດ້ເສຍຊີວິດໃນວັນອາທິດວານນີ້, ມີອາຍຸໄດ້ 83 ປີ, ຫລັງຈາກຖືກຂັງຄຸກ
ມາສີ່ທົດສະວັດເຄິ່ງ.

ກົມດັດສ້າງ ແລະ ບຳບັດ ລັດຄາລິຟໍເນຍ ກ່າວວ່າ ທ້າວ ແມນສັນ ໄດ້ເສຍຊີວິດ
ແບບທຳມະຊາດ ທີ່ໂຮງໝໍໃນເມືອງ ເຄີນ.

ທ້າວ ແມນສັນ ແລະ ພັກພວກຂອງລາວ 6 ຄົນ ໄດ້ຖືກຈັບເຂົ້າຄຸກໃນປີ 1971 ຍ້ອນການຄາດຕະກຳຂົນຫົວລຸກ 7 ຄັ້ງໃນຂົງເຂດນະຄອນ ລອສ ແອນເຈລິສ ໃນສອງຂ້າມຄືນເມື່ອປີ 1969. ພັກພວກຂອງລາວອີກສາມຄົນຕໍ່ມາ ໄດ້ຖືກຈັບເຂົ້າຄຸກສຳລັບອາຊະຍາກຳ ທີ່ເຊື່ອມໂຍງກັບທ້າວ ແມນສັນ.

ທ້າວ ແມນສັນ ໄດ້ເກີດມາຈາກແມ່ ທີ່ບໍ່ໄດ້ເຂົ້າພິທີແຕ່ງງານ ໃນນະຄອນ ຊິນຊິນເນຕິ
ລັດ ໂອຮາຍໂອ ປີ 1934. ລາວໃຊ້ຊິວິດຂອງລາວ ເຂົ້າ ແລະ ອອກຈາກຄຸກສຳລັບ
ການກໍ່ອາຊະຍາກຳຫຼາຍຄັ້ງ. ລາວໄດ້ເລີ່ມຊີວິດໄວໜຸ່ມຂອງລາວ ດ້ວຍການຖືກຈັບ
ຍ້ອນການລັກເຄື່ອງ ແລະ ໃຊ້ອາວຸດປຸ້ນສະດົມຄົນ. ຕອນເປັນຜູ້ໃຫຍ່, ມີການເຊື່ອວ່າ
ທ້າວ ແມນສັນ ແມ່ນກືກໜັງສື, ແຕ່ຫວ່າງງານເປັນປະຈຳ, ລາວເປັນນັກຂຽນເພງຮູບ
ແບບຂອງລາວເອງ ແລະ ໄດ້ດຶງດູດເອົາຜູ້ຕິດຕາມດ້ວຍຄວາມມີໜ້າຕາດີ ແລະ ພອນ
ສະຫວັນ. ໃນກາງຊຸມປີ 1960 ລາວໄດ້ກາຍເປັນຜູ້ນຳຂອງລັດທິນ້ອຍແຫ່ງນຶ່ງ ທີ່ຮູ້ຈັກ
ກັນວ່າຄອບຄົວ ແມນສັນ ເຊິ່ງລາວໄດ້ເປັນຜູ້ນຳພາໃນການຄາດຕະກຳ ໃນປີ 1969.

ທ້າວ ແມນສັນ ຖືກອ້າງວ່າ ໄດ້ຮັບອິດທິພົນມາຈາກເພງ Helt Skelter ຂອງວົງດິນຕີ
The Beatles. ລາວໄດ້ກ່າວວ່າ ລາວເຊື່ອວ່າ ເພງດັ່ງກ່າວໄດ້ອ້າງເຖິງສົງຄາມເຊື້ອ
ຊາດທີ່ໃກ້ຈະເກີດຂຶ້ນ ທີ່ຈະນຳມາ ການຄາດຕະກຳ ເຊິ່ງລາວ ແລະ ພັກພວກຂອງ
ລາວ ໄດ້ກະທຳ.

ຜູ້ເຄາະຮ້າຍທີ່ມີຊື່ສຽງທີ່ສຸດຂອງທ້າວ ແມນສັນ ແມ່ນດາລານັກສະແດງຍິງ ອາເມຣິ
ກັນ ນາງ ຊາຣັອນ ເທດ, ອາຍຸ 26 ປີ ແລະ ຖືພາ 8 ເດືອນເຄິ່ງ ໃນເວລາທີ່ລາວຖືກແທງ
ຈົນຕາຍໂດຍແກັງຂອງທ້າວ ແມນສັນ ຢູ່ເຮືອນທີ່ລາວຢູ່ຮ່ວມກັບສາມີຂອງລາວ ທີ່ເປັນ
ຜູ້ກຳກັບຮູບເງົາ ທ່ານ ໂຣມັນ ໂປລານສກີ ໃນເມືອງ ເບັນເນດິກ ແຄນຢອນ ລັດ ຄາລິ
ຟໍເນຍ. ຜູ້ທີ່ຖືກຂ້າຕາຍໃນສະຖານທີ່ດຽວກັນກໍແມ່ນເພື່ອນສະໜິດຂອງນາງ ເທດ ຊື່
ວ່າ ທ້າວ ເຈ ເຊບຣິງ, ນາງ ອາບິເກລ ຟໍລເຈີ, ທ້າວ ວໍເຈ ຟຣາຍໂຄສກີ ພ້ອມກັບທ້າວ
ສະເຕີເວັນ ແພເຣັນ, ໝູ່ຂອງຄົນເຝົ້າບ້ານ. ຈຸດເກີດເຫດ ຄາດຕະກຳ ໄດ້ກາຍເປັນສະ
ພາບ ທີ່ເປັນຕາຂົນຫົວລຸກ. ນຶ່ງໃນສະມາຊິກຂອງແກັງທ້າວ ແມນສັນ ໄດ້ໜີອອກໄປ
ດ້ວຍການຂຽນຄຳເວົ້າດ້ວຍເລືອດຢູ່ໜ້າປະຕູວ່າ “Pig” ແປວ່າ ໝູ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG