ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ພະນັກງານ ອົງການ​ກຸສົນ ຢູ່ໃນອິນເດຍ ຖືກລັກພາໂຕ ໄປຂົ່ມຂືນໝູ່


ເດັກນ້ອຍນັກຮຽນຍິງພາກັນຖືປ້າຍ ເດີນປະທ້ວງ ຕ້ານການຂົ່ມຂືນ ທີ່ອິນເດຍ ທີ 8, ມິຖຸນາ 2018.
ເດັກນ້ອຍນັກຮຽນຍິງພາກັນຖືປ້າຍ ເດີນປະທ້ວງ ຕ້ານການຂົ່ມຂືນ ທີ່ອິນເດຍ ທີ 8, ມິຖຸນາ 2018.

ພວກ​ເຈົ້າ​ໜ້າ​ທີ່​ອິນ​ເດ​ຍກ່າວ​ວ່າ ​ແມ່ຍິງ​ຫ້າ​ຄົນທີ່ເຮັດ​ວຽກ​ໃຫ້​ແກ່​ອົງການ​ກຸສົນ​ໄດ້​ຖືກ​
ລັກພາ​ໂຕ ​ແລະ​ຖືກເອົາປືນ​ຈີ້​ເພື່ອ​ໃຫ້ພວກ​ຜູ້​ຊາຍ​ທໍາການ​ຂົ່ມຂືນ​ໝູ່​ຢູ່​ເຂດ​ຫ່າງ​ໄກ
ສອກຫຼີກ​ແຫ່ງ​ນຶ່ງ ​ໃນ​ເຂດເມືອງ​ຂອງຊົນ​ເຜົ່າ​ຈາກຮານ ຢູ່​ໃນ​ທາງ​ພາກຕາ​ເວັນ​ອອກ
ຂອງປະ​ເທດ.

ພວກ​ແມ່ຍິງດັ່ງ​ກ່າວບອກ​ຕຳຫຼວດວ່າ​ ພວກເຂົາ​ເຈົ້າ​ກໍາລັງ​ສະ​ແດງ​ລະຄອນ​ເພື່ອເຮັດ
​ໃຫ້​ຄົນເຂົ້າ​ໃຈ​ເຖິງ​ການ​ຄ້າ​ມະນຸດ ​ໃນ​ເວລາ​ພວກ​ຜູ້​ຊາຍ​ຕິດ​ອາວຸດ​ເຂົ້າ​ມາ​ລົບ​ກວນ
​ການສະ​ແດງ ​ແລະ​ລັກພາ​ໂຕ​ເຂົາ​ເຈົ້າ​ໄປ.

ຕຳຫຼວດ​ຄົນ​ນຶ່ງ​ກ່າວ​ວ່າ ພວກ​ແມ່ຍິງດັ່ງກ່າວ​ເຮັດ​ວຽກໃຫ້​ແກ່ອົງການ​ອາຊາ ກີຣານ
ຊຶ່ງ​ເປັນ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ ຫລື NGO ທີ່​ໄດ້​ຮັບ​ການສະ ໜັບສະໜູນ​ຈາກ
ກຸ່ມ​ຄຣິສຕຽນ ທີ່ປະຕິບັດ​ງານໃນທ້ອງ​ຖິ່ນດັ່ງກ່າວ.​

ຕຳຫຼວດ​ກ່າວ​ວ່າ​ເຂົາ​ເຈົ້າ​ສົງ​ໄສ​ພວກ​ສະໜັບສະໜູນ​ຂອງກຸ່ມ​ປາທາ​ນກາ​ດີ ອາດ​ຈະ
ເປັນ​ຜູ້​ຮັບ​ຜິດ​ຊອບ​ໃນ​ການ​ກະທໍາ​ນີ້. ບັນດາ​ຜູ້​ສະໜັບສະໜູນກຸ່ມ​ປາທາ​ນກາ​ດີ ບໍ່​ມັກ
​ຄົນ​ພາຍ​ນອກ ​ແລະ​ບໍ່​ອະນຸຍາດ​ໃຫ້​ເຂົາ​ເຈົ້າ​ເຂົ້າໄປ​ໃນ ຫຼືໄປຕັ້ງ​ຖິ່ນ​ຖານ​ຢູູ່​ໃນ​ເຂດ​
ພວກເຂົາ.

ໂລກ​ໄດ້​ເພັ່ງ​ເລັງຄວາມ​ສົນ​ໃຈໃສ່​ປະ​ເພນີ​ທໍາ​ການ​ຂົ່ມຂືນ​ຂອງ​ອິນ​ເດຍ​ໃນ​ປີ 2012 ​
ເວລາ​ແມ່ຍິງ​ຄົນ​ນຶ່ງ​ໄດ້​ຖືກ​ຂົ່ມຂືນ​ໝູ່ ​ແລະ​ຂ້າ​ຕາຍ​ຢູ່​ເທິງ​ລົດເມໃນນະຄອນ​ນິວ​ແດລລີ​
ທີ່ກໍ່​ໃຫ້​ເກີດ​ການປະ​ທ້ວງດ້ວຍຄວາມ​ໂກດ​ແຄ້ນຢ່າງ​ໃຫຍ່.

​ໃນ​ປີ 2016 ມີລາຍງານວ່າ ຜູ້ຍິງ 40,000 ຄົນ​ໄດ້​ຖືກ​ຂົ່ມ​ຂືນຢູ່ໃນ​ອິນ​ເດຍ ​ເພີ້ມຂຶ້ນ 60
​ເປີ​ເຊັນ ​ນັບ​ແຕ່​ປີ 2012 ​ເປັນຕົ້ນມາ. ​ເກືອບ 40 ​ເປີ​ເຊັນ​ຂອງ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຈາກ
ການ​ຂົ່​ມຂືນ​ແມ່ນ​ພວກເດັກນ້ອຍ.​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG