ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຳນວນຟ້ອງ ອະດີດຫົວໜ້າ ຮັກສາຄວາມປອດໄພ ຈີນ ຖືກສົ່ງໄປໃຫ້ ໄອຍະການ


ທ່ານ Zhou Yongkang ອະດີດກຳມະການ ກົມການເມືອງ
ສູນກາງ ພັກຄອມນິວນິສຈີນ.
ທ່ານ Zhou Yongkang ອະດີດກຳມະການ ກົມການເມືອງ ສູນກາງ ພັກຄອມນິວນິສຈີນ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ​ໄດ້​ສົ່ງ​ຄະດີ​ສໍ້​ລາດ​ບັງ​ຫລວງ ຕໍ່ອະ​ດີດ​ຫົວ
ໜ້າ​ຮັກສາ​ຄວາມ​ປອດ​ໄພ​ແຫ່ງ​ຊາດ ທ່ານ Zhou Yongkang
​ໄປ​ໃຫ້ຄະນະໄອ​ຍະ​ການ​ ອັນ​ເປັນ​ການ​ເຄື່ອ​ນ​ໄຫວຫ​ລ້າ​ສຸດ ໃນ
ການປຸກລະດົມຕ້ານການສໍ້​ລາດ​ບັງ​ຫຼວງຂອງ ປະທານ​ປະ​ເທດ
Xi Jinping.

ຄະນະ​ກຳມາທິການສູນ​ກາງ ເພື່ອກວາດກາດ້ານລະບຽບວິໄນ
ຊຶ່ງເປັນ​ສິ້​ງຊອມ ເພື່ອຕໍ່ຕ້ານການ​ສໍ້​ລາດ​ບັງ​ຫລວງ​ຂອງປັກ​ກິ່ງ
​ໄດ້​ປະກາດ​ຢູ່​ໃນ​ໜ້າເວັບ​ໄຊ​ຂອງ​ຕົນ ​ໃນ​ວັນ​ພຸດມື້​ນີ້​ວ່າ ຄະດີ​
ຂອງທ່ານ Zhou ພ້ອມດ້ວຍບຸກຄົນ​ອຶ່ນໆ​ອີກຫຼາຍ​ຄົນ ​ໄດ້​ຖືກ​
ສົ່ງ​ໄປ​ຫາ“ອົງການຈັດຕັ້ງຕຸລາການ” ​ເພື່ອ​ແຜ້ວທາງ​ໄປ​ສູ່​ການ
​ດຳ​ເນີນ​ຄະດີ.

ທ່ານ Zhou ​ເປັນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສຸດ ທີ່​ໄດ້​ຖືກ​ຈັບ ຢູ​ໃນ​ການ​ກວດ​ລ້າງ​ຕ້ານ​ການສໍ້ລາດ
​ບັງຫລວງ ຂອງປະທານ​ປະ​ເທດ Xi Jinping.

​ໃນ​ຕົ້ນ​ເດືອນ​ທັນ​ວາຜ່ານມາ ທ່ານ Yongkang ​ໄດ້​ຖືກ​ຈັບ ​ແລະ​ປົດ​ອອກ​ຈາກ ການ​ເປັນ
​ສະມາ​ຊິກ​ພັກ​ຄອມ​ມິ​ວນິສ ​ໃນ​ຂໍ້​ຫາເປີດເຜີຍຄວາມ​ລັບ​ຂອງ​ປະ​ເທດ ​ແລະ​ຮັບ​ສິນ​ບົນ.
ສະມາຊິກບຳນານ​ຂັ້ນ​ນຳພາ ຂອງຄະນະກໍາມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກທ່ານນີ້
ແມ່ນເຈົ້າ​ໜ້າ​ທີ່​ສູງ​ສຸດ​ຂອງພັກ​ຄອມ​ມິ​ວນິສຈີນ ທີ່ໄດ້​ຖືກ​ດຳເນີນຄະດີ ໃນຮອບ​ສາມ​ທົດ​
ສະ​ວັດກວ່າໆ.

ຍັງບໍ່ເປັນ​ທີ່​ແຈ້ງຂາວເທື່ອວ່າ​ ​ນະ​ໂຍບາຍປຸກລະດົມ​ຕ້ານການສໍ້ລາດບັງຫຼວງຈະ​ເປັນ​ຜົນ
ສຳ​ເລັດຫລືບໍ່ ໃນເມື່ອເປັນທີ່​ປາກົດ​ວ່າ ບໍ່​ໄດ້ຜົນ ​ໃນການປະຕິບັດ​ງານ ຄຽງຄູ່​ກັບ​ການ
​ປະຕິ​ຮູບ​ຢ່າງ​ກວ້າງຂວາງໃດໆໃນລະບົບ​ການ​ເມືອງ​ຂອງ​ຈີນ. ​ຍິ່ງ ​ໄປ​ກວ່າ​ນັ້ນ ບັນດາ​
ສານ​ຂອງ​ປະ​ເທດ ຍັງຄວບ​ຄຸມ​ໂດຍ​ພັກ​ຄອມ​ມິ​ວນິສ​ເຮັດ​ໃຫ້ ​ມີ​ຄວາມ​ລຳບາກ ​ໃນ​ການ
​ຕັດສິນວ່າ ການ​ລົງ​ໂທດໃນດ້ານ​ສໍ້​ລາດ​ບັງ​ຫລວ​ງນັ້ນ​ມີຈຸດປະສົງທາງ​ການ​ເມືອງ​ຫລື​ບໍ່.

​ແຕ່​ວ່າ ປະທານ​ປະ​ເທດ ທ່ານ Xi ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ທີ່​ຈະ​ດຳເນີນການໄປ​ໜ້າ ໃນ
ການປຸກລະດົມດັ່ງກ່າວ ​ໂດຍ​ກ່າວ​ວ່າ ການແຜ່​ຂະ​ຫຍາ​ຍ​ຢ່າງຮ້າຍແຮງ ຂອງການສໍ້​
ລາດ​ບັງ​ຫລວງ ​ເປັນ​ໄພ​ຂົ່ມຂູ່​ຕໍ່ຄວາມຖືກຕ້ອງຊອບທຳແລະການປົກ ຄອງຂອງ​ພັກ
ຄອມມິວນິສຊຶ່ງ​ເປັນ​ພັກການເມືອງທີ່ປົກຄອງປະເທດພຽງພັກດຽວ ເທົ່ານັ້ນໃນ​ຈີນ.

XS
SM
MD
LG