ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ກ່າວຫາ ທ່ານ Sanders ວ່າລົບກວນ ການໂຮມຊຸມນຸມ ຫາສຽງຂອງທ່ານ ທີ່ ນະຄອນຊິກຄາໂກ


US Pokitics
please wait
Embed

No media source currently available

0:00 0:01:42 0:00

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ
ທ່ານ Donald Trump ຖິ້ມໂທດໃສ່ ທ່ານ Bernie Sanders
ສັງກັດພັກເດໂມແຄຣັດ ແລະ ພວກທີ່ສະໜັບສະໜູນທ່ານ
Sanders ສຳລັບ ອັນທີ່ທ່ານ ກ່າວວ່າ ການວາງແຜນລົບກວນ
ທີ່ໄດ້ບັງຄັບໃຫ້ທ່ານ Trump ຕ້ອງຍົກເລີກ ການໂຮມຊຸມນຸມ
ຢູ່ທີ່ນະຄອນ Chicago ໃນຄໍ່າຄືນຂອງວັນສຸກທີ່ຜ່ານມາ.

ມີການຕົບຕີກັນເກີດຂຶ້ນ ພາຍໃນກຸ່ມພວກສະໜັບສະໜູນ ທ່ານ
Trump ກັບ ຝ່າຍກົງກັນຂ້າມ ກ່ອນທີ່ຕຳຫຼວດ ຈະກະຈາຍພວກ
ຝຸງຄົນອອກໄປ ແລະ ໄດ້ທຳການຈັບກຸມ 5 ຄົນ. ພວກປະທ້ວງ
ຫຼາຍຄົນ ໄດ້ຮ້ອງໂຮ ວ່າ “Bernie, Bernie” ແລະ ໄດ້ໂບກປ້າຍ
ຂອງທ່ານ Sanders.

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ຮັບຮູ້ ການຕົບມືຂອງພວກສະໜັບສະໜູນ ທ່ານ ຢູ່ທີ່ການໂຮມຊຸມນຸມໂຄສະນາຫາສຽງ ໃນນະຄອນ St. Louis, Missouri, ວັນທີ 11 ມີນາ 2016.
ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ Donald Trump ຮັບຮູ້ ການຕົບມືຂອງພວກສະໜັບສະໜູນ ທ່ານ ຢູ່ທີ່ການໂຮມຊຸມນຸມໂຄສະນາຫາສຽງ ໃນນະຄອນ St. Louis, Missouri, ວັນທີ 11 ມີນາ 2016.

ໃນການໂຄສະນາຫາສຽງ ໃນນະຄອນ Cleveland ຂອງລັດ Ohio ໃນວັນເສົາວານນີ້
ທ່ານ Trump ໄດ້ເຍາະເຍີ້ຍ ສະມາຊິສະພາສູງ ຈາກລັດ Vermont ຫົວສັງຄົມນິຍົມ ວ່າ
“ເພື່ອນຄອມມຸຍນິສຂອງພວກເຮົາ.”

ທ່ານ Trump ໄດ້ຖາມວ່າ “ພວກຄົນເຫຼົ່ານີ້ ມາແຕ່ໃສ?” ແລະ ເວົ້າວ່າ “ພວກເຂົາເຈົ້າ
ແມ່ນຝຸງຄົນຂອງ Bernie. ເຮີ້ຍ Bernie. ໃຫ້ເອົາພວກຄົນຂອງເຈົ້າ ຈັດຕັ້ງກັນເປັນ
ແຖວແດ່ Bernie.”

ໃນພາບຖ່າຍ ວັນທີ 11 ມີ່ນາ 2016, ຂອງຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສະມາຊິກສະພາສູງ ຈາກລັດຟໍລີດາ ທ່ານ Marco Rubio, ສັງກັດພັກຣີພັບບລີກັນ ຖັກທາຍ ບັນດາຜູ້ສະໜັບສະໜູນ ໃນນະຄອນ Naples ຂອງລັດຟໍລີດາ.
ໃນພາບຖ່າຍ ວັນທີ 11 ມີ່ນາ 2016, ຂອງຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສະມາຊິກສະພາສູງ ຈາກລັດຟໍລີດາ ທ່ານ Marco Rubio, ສັງກັດພັກຣີພັບບລີກັນ ຖັກທາຍ ບັນດາຜູ້ສະໜັບສະໜູນ ໃນນະຄອນ Naples ຂອງລັດຟໍລີດາ.

ທ່ານ Sanders ໄດ້ອອກຖະແຫລງການສະບັບນຶ່ງ ໃນວັນເສົາວານນີ້ ໂດຍກ່າວປະຕິເສດ
ວ່າ ການໂຄສະນາຫາສຽງຂອງທ່ານ ບໍ່ໄດ້ຈັດແຈງ ການປະທ້ວງດັ່ງກ່າວ ແລະໄດ້ຖິ້ມໂທດໃສ່
ວ່າ ທ່ານ Trump ໃຊ້ຄາລົມຮ້າຍແຮງ.

ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ John Kasich ກ່າວຖະແຫລງຕໍ່ພວກຜູ້ຊົມ ຢູ່ທີ່ ການຢຸດແວ່ ໂຄສະນາຫາສຽງ ທີ່ນະຄອນ Grosse Pointe Woods, ລັດ ມິຊິກກັນ, ວັນທີ 7 ມີນາ 2016.
ຜູ້ສະໝັກແຂ່ງຂັນ ເປັນປະທານາທິບໍດີ ສັງກັດພັກຣີພັບບລີກັນ ທ່ານ John Kasich ກ່າວຖະແຫລງຕໍ່ພວກຜູ້ຊົມ ຢູ່ທີ່ ການຢຸດແວ່ ໂຄສະນາຫາສຽງ ທີ່ນະຄອນ Grosse Pointe Woods, ລັດ ມິຊິກກັນ, ວັນທີ 7 ມີນາ 2016.

ຖະແຫລງການກ່າວອີກວ່າ “ອັນທີ່ກໍ່ໃຫ້ເກີດຄວາມຮຸນແຮງ ຢູ່ທີ່ການໂຮມຊຸມນຸມ ຂອງ
ທ່ານ Trump ແມ່ນວ່າເພິ່ນເປັນຜູ່ສະໝັກ ທີ່ສົ່ງເສີມ ຄວາມກຽດຊັງ ແລະ ການແບ່ງ
ແຍກ ລະຫວ່າງ ຊາວອາເມຣິກັນລາຕິນ ຊາວມຸສລິມ ພວກແມ່ຍິງ ແລະ ພວກຄົນພິການ.”

XS
SM
MD
LG