ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

“ຜູ້​ຊາຍ​ໃຈ​ດໍາ” - ຈັນທະ​ວີ ສິນ​ທະ​ສົມ​ພອນ


ຈັນທະວີ ສິນທະສົມພອນ
ຈັນທະວີ ສິນທະສົມພອນ

ໃນຄໍ່າຄືນນີ້ ວັນນະສອນຈະນໍາຜົນງານເພງລາວໃໝ່ໆ ຊຶ່ງເປັນຊຸດທໍາອິດ ຂອງສິນລະປິນ ສາວລາວ ຈັນທະວີ ສິນທະສົມພອນ ຈາກລັດ Wisconsin ມາສະເໜີທ່ານ ໃນອັນດັບຕໍ່ໄປ ຂໍເຊີນເຂົ້າຮັບຟັງ ໄດ້ເລີຍໃນລາຍການ ສຽງເພງຈາກແດນໄກຂອງ VOA.

ສະບາ​ຍດີ​ທ່ານຜູ້ຟັງ​ທີ່​ເຄົາ​ລົບ ດັ່ງ​ທີ່​ໄດ້​ບອກ​ໄປ​ແລ້ວ​ວ່າ ມື້ນນີ້ ວັນນະ​ສອນ​ຈະ​ນໍາ
ຜົນງານ​ເພງ​ຊຸດ​ໃໝ່ ຊຶ່ງ​ເປັນ​ຊຸດ​ທໍາ​ອິດ​ຂອງ​ນັກ​ຮ້ອງ​ສາວ​ລາວ​-ອາ​ເມຣິກັນ ຈາກລັດ
Wisconsin ​ແລະແລ້ວກໍ​ໄດ້​ຟັງ​ສົມ​ໃຈ. ​ເອົາ​ໄປ​ຟັງ​ກັນ​ເລີຍແລະ​ວ່າ ​ເພງ​ນີ້​ຄົງ​ພາໃຫ້​
ໜຸ່ມໆ​ປ່ຽນ​ໃຈ​ ຈາກຄົນ​ໃຈ​ດໍາໃຈ​ແຫຼ້ ມາ​ເປັນ​ຄົນຮັກ​ດຽວ​ໃຈ​ດຽວ ກໍ​ໄດ້​ໃຜ​ຈະ​ຮູ້.
​ເອົາ​ໄປຟັງ​ເພງ ຜູ້​ຊາຍ​ໃຈ​ດໍາ ຂອງ ຈັນທະ​ວີ ສິນ​ທະ​ສົມ​ພອນ ກັນກ່ອນ ​ແລ້ວ​ຈຶ່ງ
​ລົມກັນ​ໃໝ່.

ເພງ: ຜູ້​ຊາຍ​ໃຈ​ດໍາ

ວ່າ​ຈັງ​ໄດ໋ລະ​ເພງ​ຈັງຫວະ​ລໍາວົງຜູ້​ຊາຍ​ໃຈ​ດໍາຂອງ​ສິນລະປິນ​ໜ້າ​ໃໝ່​ທີ່​ວັນນະສອນ​
ໄດ້​ມີ​ໂອ້​ກາດ​ພົບພໍ້​ໃນ​ງານ​ສຫຼອງ 55 ປີ​ຂອງ​ອາຈານ ສ. ​ແສງ​ສິຣິວັນ ​ໃນ​ເດືອນ​ແລ້ວ​ນີ້.
ກໍ​ເລີຍ​ໄດ້​ນໍາ​ຜົນງານ​ເພງ​ໃໝ່ໆ​ມາ​ຝາກ​ທ່ານ​ຜູ້​ຟັງໄປ​ໃສ​ມາ​ໃສ ກໍ​ຍັງ​ບໍ່​ລືມ ຢາກ​ໃຫ້​ທ່ານ​
ຜູ້​ຟັງ ໄດ້​ຟັງນໍາ​ກັນ. ເອົາ​ລອງ​ໄປ​ຟັງ​ເພງ​ຊ້າໆ​ຂອງ​ຜູ້ກ່ຽວ​ອີກ​ຕື່ມ​ເພງ​ນຶ່ງ ​ໃນ​ບົດ​ເພງ
"ຮັກ​ຈິງ​ຈາກ​ໃຈ."

ເພງ: "ຮັກ​ຈິງ​ຈາກ​ໃຈ"

ຈິງ​ໆ​ແລ້ວ ວັນນະ​ສອນ​ມີໂອກາດ ໄດ້​ຍິນ​ ຈັນທະ​ວີ ລໍາ​ລາວ ​ແລະຄິດ​ວ່າ ສຽງ​ມ່ວນ​ຫຼາຍ
ຫວັງ​ວ່າ ຈັນທະ​ວີ ຄົງ​ໄດ້​ມີ​ໂອກາດມີ​ຊຸດ​ເພງ​ໃໝ່ໆ ທີ່​ເປັນ​ລໍາ​ລາວ​ແບ​ບພື້​ນບ້ານ​ໃຫ້​ພວກ
ເຮົາ​ໄດ້​ຟັງ​ກັນ. ​ເອົາ​ຂໍ​ຝາກ​ຜົນງານ​ຂອງ ຈັນທະ​ວີ ໄວ້​ກັບ​ທ່ານ​ຜູ້​ຟັງ ​ໄດ້ຟັງ​ກັນ​ອີກ​ຕື່ມ​
ເພງ​ນຶ່ງເພື່ອ​ປິດ​ທ້າ​ຍລາຍການ ​ດ້ວຍ​ບົດ​ເພງ "ຈິງ​ຫຼື​ວ່າ​ບໍ່" ຂໍ​ໃຫ້​ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ.

XS
SM
MD
LG