ສຳລັບຊາວອາເມຣິກັນ ຫຼາຍໆຄົນແລ້ວ ວັນພັກປະຈຳປີແຫ່ງຊາດ ທີ່ເອີ້ນກັນວ່າ Columbus Day ຊຶ່ງເປັນການສະເຫຼີມສະຫຼອງ ມໍລະດົກຕົກທອດ ແລະຜົນງານການປະກອບສ່ວນຕ່າງໆ ຂອງຊາວອາເມຣິກັນເຊື້ອສາຍອີຕາລີ ຈຳນວນ ຫຼາຍກວ່າ 17 ລ້ານຄົນ ຜູ້ທີ່ອາໄສຢູ່ໃນທົ່ວສະຫະລັດ. ແຕ່ການໃຫ້ກຽດຍົກຍ້ອງ ນັກເດີນເຮືອ ຜູ້ມີນາມວ່າ ທ່ານຄຣິສໂຕເຟີ ໂຄລຳບັສ ທ່ານນີ້ ຊຶ່ງຫຼາຍໆຄົນໄດ້ພິຈາລະນາ ມາດົນນານແລ້ວວ່າ ເປັນການດູຖູກຕໍ່ຄົນພື້ນເມືອງອາເມຣິກາ ຜູ້ທີ່ໄດ້ດຳລົງຊີວິດຢູ່ໃນອັນທີ່ເອີ້ນກັນວ່າ ໂລກໃໝ່ ມາດົນນານແລ້ວ ກ່ອນທີ່ ທ່ານໂຄລຳບັສ ຈະເດີນທາງມາຮອດດິນແດນແຫ່ງນີ້ ໃນປີ 1942. ກ່ຽວກັບພາລະກິດ ເພື່ອປ່ຽນ “ປະຫວັດສາດໃຫ້ຖືກຕ້ອງ” ແລະ ເພື່ອ ໃຫ້ກຽດຍົກຍ້ອງ ຄວາມມານະອົດທົນ ຂອງພວກຊົນເຜົ່າພື້ນເມືອງອາເມຣິກາ ຈຶ່ງໄດ້ເກີດມີການເຄື່ອນໄຫວ ເພື່ອປ່ຽນວັນພັກປະຈຳປີດັ່ງກ່າວ ເພີ້ມຂຶ້ນນັບມື້ ແລະມີແຮງກຳລັງຜັກດັນຫຼາຍຂຶ້ນ ໃນທົ່ວປະເທດ. ຣາໂມນ ເທເລີ ແລະຈູລີ ທາບໍ ນັກຂ່າວຂອງວີໂອເອ ມີລາຍງານເລື້ອງນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ຕະຫຼອດໄລຍະ 75 ປີຜ່ານມາ ຊາວອາເມຣິກັນ ເຊື້ອສາຍອີຕາລີ ຢູ່ນະຄອນ ນິວຢອກ ໄດ້ພາກັນສະເຫຼີມສະຫຼອງ ວັນໂຄລຳບັສ ດ້ວຍຂະບວນແຫ່ ອັນຫລູຫລາສະງ່າງາມ ທີ່ໃຫຍ່ທີ່ສຸດໃນໂລກ ທີ່ເລາະໄປຕາມຖະໜົນ ເລກ 5 ຂອງເຂດແມນແຮັດຕັນ (Manhattan). ສຳລັບພວກຜູ້ຈັດຂະບວນແຫ່ປະຈຳປີ ຂອງວັນໂຄລຳບັສ ເພື່ອທ່ານຄຣິສໂຕເຟີ ໂຄລຳບັສ ແລ້ວ ກໍຍັງຄົງເປັນການສະເຫຼີມສະຫຼອງ ທີ່ກຸ້ມຄ່າ.
ທ່ານອາລໂດ ເວີແຣລີ ປະທານຂະບວນແຫ່ ປະຈຳ ມູນນິທິພົນລະເມືອງໂຄລຳບັດ ໄດ້ໃຫ້ຄຳເຫັນກ່ຽວກັບພິທີແຫ່ດັ່ງກ່າວ ວ່າ “ສຳລັບຂ້າພະເຈົ້າແລ້ວ ໂຄລຳບັສ ຈະເປັນວັນໂຄລຳບັສ ຕະຫຼອດໄປ ແລະປະຊາຊົນຈຳພວກນັ້ນ ຜູ້ໃດກໍຕາມ ທີ່ຢູ່ໃນຍຸກສະໄໝນັ້ນ ພວກເຮົາຕ້ອງຈົດຈຳຄຸນງາມຄວາມດີ ທີ່ພວກເຂົາເຈົ້າໄດ້ກະທຳໄປ. ຈົ່ງໃຫ້ລືມເລື້ອງກ່ຽວກັບບັນຫາຖົກຖຽງກັນອື່ນໆ ທັງໝົດນັ້ນສະ.”
ມັນເປັນການໃຫ້ຄວາມເຫັນ ທີ່ໄດ້ສ້າງຄວາມແຕກແຍກ ຂອງຊາວອາເມຣິກັນ ມາເປັນເວລາຍາວນານ ໃນເລື້ອງຂອງປະເພນີການສະເຫຼີມສະຫຼອງ ຫຼືເລື້ອງ ການປ່ຽນປະຫວັດສາດໃຫ້ຖືກຕ້ອງ ແລະແກ້ໄຂຄວາມຜິດພາດຂອງອະດີດ.
ສະມາຊິກສະພາຕ່ຳ ຈາກລັດນິວເມັກຊິໂກ ທ່ານນາງ ແດບ ຮາແລນ ກ່າວວ່າ “ສິ່ງທີ່ສຳຄັນ ພວກຊາວຢູໂຣບ ພະຍາຍາມຈະກຳຈັດພວກເຮົາ. ພວກເຂົາ ໄດ້ນຳເອົາພະຍາດເຂົ້າມາ. ໃນເວລາຕໍ່ມາ ພວກເຂົາ ກໍໄດ້ຂັບໄລ່ໄສສົ່ງພວກເຮົາ ໃຫ້ອອກໄປຢູ່ໃນເຂດສະຫງວນໄວ້ສຳລັບພວກເຮົາ ໃນເວລາ ທີ່ລັດຖະບານສະຫະລັດ ໄດ້ກາຍມາເປັນກຳລັງທີ່ແຂງຂັນ.”
ທ່ານນາງຮາແລນ ເປັນນຶ່ງໃນແມ່ຍິງຊາວອາເມຣິກັນພື້ນເມືອງຈຳນວນ 2 ຄົນ ທີ່ໄດ້ຖືກເລືອກ ໃຫ້ເຂົ້າໄປນັ່ງໃນສະພາສະຫະລັດ ແລະ ທັງເປັນສະມາຊິກ ຂອງຊົນເຜົ່າ ລາກູນາ ພາບໂບລ (Laguna Pueblo) ແລະເມື່ອບໍ່ດົນມານີ້ ທ່ານນາງ ໄດ້ເປັນຄູ່ຮ່ວມສະໜັບສະໜຸນ ໂຄງການແກ້ໄຂແຫ່ງຊາດ ເພື່ອທີ່ຈະກຳນົດ ວັນຈັນທີສອງ ໃນເດືອນຕຸລາ ໃຫ້ເປັນ “ວັນຂອງຊົນເຜົ່າພື້ນເມືອງ ຫຼື Indigenous Peoples' Day”
ສະມາຊິກສະພາຕ່ຳ ທ່ານນາງ ເດບ ຮາແລນ ໄດ້ກ່າວອີກວ່າ “ມີຊົນເຜົ່າທີ່ແຕກຕ່າງກັນ ຈຳນວນ 573 ເຜົ່າ ໃນປັດຈຸບັນນີ້ ຢູ່ໃນປະເທດຂອງພວກເຮົາ ແລະພວກເຮົາທັງໝົດມີຄວາມແຕກຕ່າງກັນ. ແລະຂ້າພະເຈົ້າ ຂ້າພະເຈົ້າຄຶດວ່າ ມັນເປັນແນວທາງທີ່ດີເລີດ ສຳລັບພວກເຮົາ ທີ່ຈະສະເຫຼີມສະຫຼອງຄວາມຫລາກຫລາຍ ແລະໃຫ້ຮັບຮູ້ ໃນເວລາທີ່ ພວກຊົນເຜົ່າພື້ນເມືອງອື່ນໆ ເຂົ້າມາໃນປະເທດນີ້ ວ່າ ຍັງມີສະຖານທີ່ສຳລັບພວກເຂົາເຈົ້າຢູ່ທີ່ແຫ່ງນີ້.”
ທ່ານນາງ ຮາແລນ ແລະຊາວອາເມຣິກັນ ໃນຈຳນວນທີ່ເພີ້ມສູງຂຶ້ນນັບມື້ ແມ່ນກຳລັງສົ່ງສຽງອອກມາ ກ່ຽວກັບ ສິ່ງທີ່ພວກເຂົາເຈົ້າເອີ້ນວ່າ ‘ຄວາມຜິດພາດ’ ໃນວັນໂຄລຳບັສ. ອາເມຣິກາ ທ່ານນາງ ກ່າວວ່າ ບໍ່ເຄີຍວ່າ ‘ຖືກຄົ້ນພົບໄດ້’ ເລີຍ ໃນເບື້ອງຕົ້ນ ຄວາມຄິດທີ່ຊີ້ໄປໃນຄວາມຂັດແຍ້ງໂດຍກົງ ຕໍ່ປຶ້ມບົດຮຽນທັງຫຼາຍ ກ່ຽວກັບປະຫວັດສາດຂອງອາເມຣິກາ ທີ່ເກົ່າແກ່ຫຼາຍທົດສະວັດແລ້ວ ນັ້ນ ແລະພວກຄົນ ຜູ້ທີ່ປົກປ້ອງມູນເຊື້ອ ທີ່ໄດ້ຕົກທອດໄວ້ ຈາກໂຄລຳບັສ.
ທ່ານຣີຈິສ ເປໂຄສ ອະດີດຜູ້ປົກຄອງ ຊົນເຜົ່າ ໂກຊີຕີ ພາບໂບລ ກ່າວວ່າ “ໃນຄວາມຄິດຂອງພວກເຂົາເຈົ້າ ການຮັບເອົາຄວາມຈິງ ແມ່ນວ່າ ບາງສິ່ງບາງຢ່າງ ຫັນອຳນາດໄປໃນທິດທາງໃດທາງນຶ່ງ ອັນນັ້ນ ມັນສົ່ງຜົນໃຫ້ ຊົນເຜົ່າກຸ່ມນ້ອຍນຶ່ງ ສູນເສຍອຳນາດ ຕໍ່ຊົນເຜົ່າກຸ່ມໃຫຍ່ອື່ນ. ແລະຂ້າພະເຈົ້າຄຶດວ່າ ທັດສະນະຄະຕິເຫຼົ່ານີ້ ແລະພຶດຕິກຳຕ່າງໆ ແມ່ນໄດ້ຖືກປູກຝັງໄວ້ຢ່າງເລິກເຊິ່ງ ທີ່ວ່າ ຄວາມຈິງແລ້ວ ມັນຂຶ້ນຢູ່ກັບ ຄວາມຢ້ານກົວທີ່ຈະສູນເສຍເລື້ອງລາວ ເຖິງແມ່ນວ່າ ເລື້ອງລາວອັນນີ້ ມັນຜິດກໍຕາມ.”
ເປັນຄັ້ງທຳອິດ ໃນປະຫວັດສາດຂອງລັດ ລັດນິວແມັກຊິໂກ ໄດ້ສັບປ່ຽນ ວັນໂຄລຳບັສ ດ້ວຍ ວັນຂອງຊົນເຜົ່າພື້ນເມືອງ ຢ່າງເປັນທາງການ ໃນປີ 2019 ນີ້ ໂດຍທີ່ໄດ້ເຂົ້າຮ່ວມ ບັນຊີລາຍຊື່ກັບຫຼາຍລັດທີ່ເພີ້ມຂຶ້ນນັບມື້ ແລະຫຼາຍກວ່າ 130 ຕົວເມືອງ ກໍໄດ້ປ່ຽນຊື່ຂອງວັນພັກໄປແລ້ວ ຢ່າງຖືກຕ້ອງຕາມກົດໝາຍ.
ພວກທີ່ເຂົ້າຮ່ວມໃນງານບຸນ ຢູ່ໃນເມືອງຫຼວງ ແຊນຕາ ເຟ ຂອງລັດນິວເມັກຊິໂກ ກ່າວວ່າ ມັນເປັນຂີດໝາຍຂອງຄວາມກ້າວໜ້າ.
ຜູ້ເຂົ້າຮ່ວມໃນງານບຸນຄົນນຶ່ງ ຊື່ວ່າ ຈອຣ໌ຈ ໂທຢາ ກ່າວວ່າ “ຄວາມຈິງກໍຄືຄວາມຈິງ. ແລະສະນັ້ນແລ້ວ ໂດຍມີ ວັນຂອງຊົນເຜົ່າພື້ນເມືອງ ມັນເປັນບາດກ້າວໄປໃນທິດທາງທີ່ຖືກຕ້ອງ.”
ໃນຂະນະດຽວກັນ ພວກຄົນອື່ນໆ ຢູ່ໃນ ຂະບວນແຫ່ ວັນໂຄລຳບັສ ຂອງນະຄອນ ນິວຢອກ ບໍ່ຄວນມີການຕັດສິນໃຈ ທີ່ວ່າ ເປັນແບບໃດກໍໄດ້.
ນາງແຮເຕີ ຟີຕຊ໌ຣອຍ ພົນລະເມືອງນິວຢອກ ກ່າວວ່າ “ຈຳພວກຜູ້ທີ່ຢາກຈະສະເຫຼີມສະຫຼອງ ໂຄລຳບັສ ສະນັ້ນແລ້ວ ພວກເຂົາເຈົ້າ ເກັບເອົາວັນນັ້ນໄວ້ ກໍໄດ້. ແຕ່ພວກຄົນຜູ້ທີ່ຢາກຈະສະຫຼອງ ແບບໃດແບບນຶ່ງ ຜູ້ທີ່ເຄີຍອາໄສຢູ່ກ່ອນພວກເຮົາ ເຊັ່ນພວກຊົນເຜົ່າພື້ນເມືອງຂອງອາເມຣິກາ ຖ້າພວກເຂົາເຈົ້າ ຢາກຈະຍົກຍ້ອງໃ ຫ້ກຽດແກ່ພວກເຂົາເຈົ້າ ອັນນັ້ນ ກໍເປັນໄປໄດ້ ເຊັ່ນກັນ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ
For many Americans, the annual Columbus Day holiday honors the heritage and contributions of the 17 million-plus Italian Americans living in the United States. But honoring navigator Christopher Columbus has long been considered by many as an affront to Native Americans who were in the so-called New World long before Columbus arrived in 1492. On a mission to "correct history" and honor the resilience of America's Indigenous peoples, a growing movement to change the holiday is picking up steam across the country. VOA's Ramon Taylor and Julie Taboh report.
For the 75th year, New Yorkers celebrated the world's largest display of Italian American pageantry along Manhattan's Fifth Avenue. To organizers of the annual Columbus Day Parade, Christopher Columbus remains worth celebrating.
(Aldo Verrelli, Parade Chairman, Columbus Citizens Foundation)
"To me, Columbus will always be Columbus Day, and any of those people in those days, we have to remember the good that they did. Let's forget about all the other controversy."
It's a suggestion that has long divided Americans: honor tradition, or correct history and rectify the past.
(Congresswoman Deb Haaland, New Mexico)
"The Europeans essentially tried to eradicate us. They brought disease. They banished us to reservations later on when the U.S. government became an active force."
One of the first two Native American women elected to the U.S. Congress, and a member of the Laguna Pueblo, Deb Haaland recently co-sponsored a national resolution to designate the second Monday in October "Indigenous Peoples' Day".
(Congresswoman Deb Haaland, New Mexico)
"There's 573 distinct tribes right now in our country, and we're all diverse. And I just I think that it's an excellent way for us to celebrate the diversity and recognize that, when other indigenous people come to this country, that there's a place for them also."
Haaland and a growing number of Americans are speaking out about what they call a 'misnomer' in Columbus Day.America, she says, was never 'discoverable' in the first place, a concept that runs in direct contradiction to decades-old American history textbooks and the people who defend Columbus's legacy.
(Regis Pecos, Former Governor, Cochiti Pueblo)
"In their minds, accepting the truth is somehow shifting the power — (in) that it contributes to the loss of power by minority over the majority. And I think that these attitudes and behaviors are so deeply entrenched that it is really based upon fear of losing a narrative, as false as that narrative is."
(New Mexico Indigenous Peoples Day celebration)
For the first time in state history, New Mexico officially replaced Columbus Day with Indigenous Peoples Day in 2019, joining a growing list of several states and more than 130 cities that have legally renamed the holiday.
Festival attendees in the state's capitol, Santa Fe, say it marks progress.
(George Toya, Celebration Attendee)
"The truth is the truth. And so, with Indigenous Peoples' Day, it's a step in the right direction."
While others at New York's Columbus Day Parade say it shouldn't be an either-or decision.
(Heather Fitzroy, New York Resident)
"Those who want to honor Columbus, then they keep that day. But those who want to honor the ones who lived before us, like the indigenous people of America, if they want to honor them, then that's OK, too."