ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

​ໂອ​ກາດ​ທີ່ ​ພວກ​ນັກ​ລົບ ລັດ​ອິ​ສ​ລາມ ທີ່​ຖືກ​ຈັບ​ໄດ້​ນັ້ນ ຈະ​ກັບ​ຄືນ​ໄປ​ ສະ​ໜາມ​ລົບ ແມ່ນ​ມີ​ທ່າ​ອ່ຽງສູງ​ຂຶ້ນ


ພວກ​ຜູ້​ຊາຍ ທີ່​ສົງ​ໄສວ່າ ມີ​ສ່ວນ​ພົວ​ພັນ​ກັບ​ກຸ່ມ​ລັດ​ອິ​ສ​ລາມ ຫຼື (IS), ​ຢູ່​ຮ່ວມ​ກັນ​ໃນ​ຄຸກ ຕັ້ງ​ໃນ​ເມືອງ​ຮາ​ຊາ​ເກ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ຊີ​ເຣຍ ໃນ​ວັນ​ທີ 26 ຕຸ​ລາ 2019.
ພວກ​ຜູ້​ຊາຍ ທີ່​ສົງ​ໄສວ່າ ມີ​ສ່ວນ​ພົວ​ພັນ​ກັບ​ກຸ່ມ​ລັດ​ອິ​ສ​ລາມ ຫຼື (IS), ​ຢູ່​ຮ່ວມ​ກັນ​ໃນ​ຄຸກ ຕັ້ງ​ໃນ​ເມືອງ​ຮາ​ຊາ​ເກ ທາງ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ ຂອງ​ຊີ​ເຣຍ ໃນ​ວັນ​ທີ 26 ຕຸ​ລາ 2019.

ບັນ​ດາ​ເຈົ້າ​ໜ້າ​ທີ່​ປາບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ ສະ​ຫະ​ລັດ ໄດ້​ມີ​ຄວາມ​ເປັນ​ຫ່ວງ​ຍິ່ງ​ຂຶ້ນ​ກັບ​ພວກ​ນັກ​ຮົບ​ລັດ​ອິ​ສ​ລາມ​ທີ່​ຖືກ​ຈັບ​ໄດ້ ໃນ​ຂະ​ນະ​ທີ່ເມືອງຫຼວງ​ທີ່​ໄດ້​ພັງ​ລົງ​ຂອງ​ກຸ່ມ​ກໍ່​ການ​ຮ້າຍ​ໃນ ຊີ​ເຣຍ ນັ້ນ​ຈະ​ຫາ​ທາງ​ກັບ​ຄືນ​ມາ​ສູ່​ສະ​ໜາມ​ຮົບ.

ພວກ​ເພິ່​ນ​ເວົ້າ​ວ່າ, ຄວາມ​ເປັນ​ຫ່ວງ​ດັ່ງ​ກ່າວແມ່ນ​ຮຸນ​ແຮງ​ທີ່​ສຸດ ສຳ​ລັບ​ນັກ​ຮົບ​ຕ່າງ​ປະ​ເທດ​ປະ​ມານ 2,000 ຄົນ ຜູ້​ທີ່​ຖືກຂັງ​ໄວ້​ໃນ​ບ່ອນ​ທີ່​ຖືກ​ຖິ້ມ, ຄຸກຊົ່ວ​ຄາວ​ທີ່​ຄວບ​ຄຸມ​ໂດຍກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ ຊີ​ເຣຍ ທີ່​ໄດ້​ຮັບ​ການ​ໜູນຫຼັງ​ໂດຍ ສະ​ຫະ​ລັດ ໃນ​ຂະ​ນະ​ທີ່​ປະ​ເທດ​ບ້ານ​ເກີດ​ຂອງ​ເຂົາ​ ​ປະ​ຕິ​ເສດ​ທີ່​ຈະ​ຮັບ​ເອົາ​ພວກ​ເຂົາ​ຄືນ.

ຮັກ​ສາ​ການ​ອຳ​ນວຍ​ການ​ ສູນກາງ​ປາ​ບ​ປາມ​ລັດ​ທິ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ ສະ​ຫະ​ລັດ ທ່ານ ຣັ​ສ​ໂຊ​ລ ທ​ຣາ​ເວີ​ສ໌ ໄດ້​ກ່າວ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ວ່າ “ພວກ​ເຮົາ​ຂ້ອນ​ຂ້າງ​ຈະ​ຖືຊະ​ຕາ​ຊີ​ວິດ ກ່ຽວ​ກັບ ບັນ​ຫານີ້.”

ທ່ານ​ໄດ້​ກ່າວ​ຕໍ່​ຜູ້​ຟັງ​ຢູ່​ສະ​ຖາ​ບັນ ວໍ​ຊິງ​ຕັນ ສຳ​ລັບ​ນະ​ໂຍ​ບາຍ​ຕາ​ເວັນ​ອອກ​ໃກ້ ວ່າ “ມັນ​ມີ​ຄວາມ​ເປັນ​ໄປ​ໄດ້​ຫຼາຍຂຶ້ນ​ວ່າ ໃນ​ທີ່​ສຸດ​ພວກ​ເຮົາ​ອາດ​ໄດ້​ເຫັນ​ນັກ​ຮົບ​ຕ່າງ​ປະ​ເທດ​ພວກນີ້ຫຼາຍ​ຄົນ​ອີກ ເມື່ອ​ພວກ​ເຂົາ​ໄດ້​ໜີ​ອອກ​ຈາກ​ຄຸກ ຫຼື ຖືກ​ປ່ອຍ​ຕົວ. ຄວາມ​ເປັນ​ຫ່ວງ​ທີ່​ໃຫຍ່​ທີ່​ສຸດ​ແມ່ນ​ການ​ເກັບ​ນັກ​ໂທດ​ພວກ​ນັ້ນ​ໄວ້ ແລະ ບໍ່​ແມ່ນ​ສະ​ໜັບ​ສະ​ໜູນສະ​ຖາ​ນະ​ພາບ​ຂອງ​ພວກ​ລັດ​ອິ​ສ​ລາມ ແລະ ເຫັນ​ພວກ​ນັກ​ຮົບ​ຕ່າງ​ປະ​ເທດ ຫຼັ່ງ​ໄຫຼ​ອອກ​ຈາກ ຊີ​ເຣຍ.”

ເປັນ​ເວ​ລາຫຼາຍ​ເດືອນ​ແລ້ວ, ບັນ​ດາ​ເຈົ້າ​ໜ້າ​ທີ່ ສະ​ຫະ​ລັດ ໃນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ທຳ​ນຽບ​ຫ້າ​ແຈ ໄດ້​ຮຽກ​ຮ້ອງ​ປະ​ເທດ​ຕ່າງໆ, ໂດຍ​ສະ​ເພາະ​ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ໃນ​ພັນ​ທະ​ມິດ​ເພື່ອ​ເອົາ​ຊະ​ນະ​ກຸ່ມ IS, ໃຫ້​ຮັບ​ເອົາ ແລະ ລົງ​ໂທດ​ປະ​ຊາ​ຊົນຂອງ​ເຂົາ​ເຈົ້າ ຫຼື​ຜູ້​ທີ່ອ​າ​ໄສ​ຢູ່​ໃນ​ປະ​ເທດ​ທີ່​ໄດ້​ໜີອອ​ກ​ໄປ ​ເພື່ອ​ຕໍ່​ສູ້​ໃຫ້​ເມືອງຫຼວງ​ທີ່​ປະ​ກາດ​ຂຶ້ນ​ມາ​ເອງ​ນັ້ນ.

ແຕ່​ການ​ຮຽກ​ຮ້ອງ​ດັ່ງ​ກ່າວ​ສ່ວນຫຼາຍ​ແມ່ນ​ໄປ​ບໍ່​ຮອດ​ໃສ, ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ ຢູ​ໂຣບ ໄດ້​ຍົກ​ຄວາມ​ເປັນ​ຫ່ວງ​ຂຶ້ນ​ມາ, ໂດຍ​ໂຕ້​ຖຽງ​ວ່າ ລະ​ບົບ​ກົດ​ໝາຍ​ຂອງ​ເຂົາ​ເຈົ້າ​ຈະ​ບໍ່​ອະ​ນຸ​ຍາດ​ໃຫ້​ລົງ​ໂທດ​ນັກ​ຮົບ IS ດ້ວຍ​ຄວາມ​ສຳ​ເລັດ ຜູ້​ທີ່​ການ​ກໍ່​ອາ​ຊະ​ຍາ​ກຳ​ຂອງ​ພວກ​ເຂົາ ແມ່ນ​ໄດ້​ເຮັດ​ຢູ່​ໄກຫຼາຍ​ພັນ​ກິ​ໂລ​ແມັດ​ອອກ​ໄປ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG