ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກາເຟເປັນ ສິນຄ້າສົ່ງອອກ ອັນດັບ 1 ຂອງແຂວງຈໍາປາສັກ ໃນປີກາຍນີ້


Yuichiro Miura training in Tokyo for his 2013 climb up Mount Everest. (Miura Dolphins)
Yuichiro Miura training in Tokyo for his 2013 climb up Mount Everest. (Miura Dolphins)

ການສົ່ງອອກກາເຟຂອງແຂວງຈໍາປາສັກ ໄປຍັງຕ່າງປະເທດ ໃນປີ 2011 ທີ່ຜ່ານມາ ມີປະລິ ມານລວມຫລາຍກວ່າ 25,000 ໂຕນ ຊຶ່ງເຮັດໃຫ້ກາເຟເປັນສິນຄ້າສົ່ງອອກທີ່ສ້າງລາຍຮັບ ເປັນອັນດັບ 1 ຂອງແຂວງ.

ພະແນກອຸດສາຫະກໍາ ແລະການ
ຄ້າແຂວງຈໍາປາສັກ ໄດ້ສະເໜີ
ລາຍງານວ່າ ຜົນຜະລິດໃນພາກ
ກະສິກໍາ ຍັງຄົງເປັນສິນຄ້າທີ່ມີ
ມູນຄ່າການສົ່ງອອກຫຼາຍທີ່ສຸດ
ຂອງແຂວງຈໍາປາສັກໃນຕະ
ຫລອດປີ 2011 ທີ່ຜ່ານມາ ແລະ
ກໍມີສ່ວນຢ່າງສໍາຄັນ ໃນການ
ເຮັດໃຫ້ລາຍໄດ້ສະເລ່ຍຂອງປະ
ຊາຊົນລາວໃນແຂວງຈໍາປາສັກ
ໄດ້ເພີ່ມສູງຂຶ້ນເປັນ 1,100 ໂດ
ລາ ຕໍ່ຄົນ ໃນປີ 2011 ທີ່ຜ່ານ
ມານີ້ ແລະຖ້າຫາກວ່າສະພາບການຍັງຄົງດໍາເນີນໄປໃນທິດທາງນີ້ຕໍ່ໄປ ກໍເຮັດໃຫ້ເຊື່ອໄດ້ວ່າ ລາຍໄດ້ສະເລ່ຍຂອງປະຊາຊົນລາວໃນແຂວງຈໍາປາສັກ ຈະເພີ່ມສູງຂຶ້ນເປັນ 1,955 ໂດລາ ຕໍ່ຄົນຕາມເປົ້າໝາຍທີ່ວາງໄວ້ ໃນປີ 2015 ຢ່າງແນ່ນອນ.

ສໍາລັບສິນຄ້າສົ່ງອອກທີ່ສ້າງລາຍຮັບໃຫ້ກັບແຂວງຈໍາປາສັກໄດ້ຫຼາຍເປັນອັນດັບ 1 ຂອງ
ການສົ່ງອອກສິນຄ້າທັງໝົດຂອງແຂວງຈໍາປາສັກ ກໍຄືກາເຟ ເຊິ່ງໃນປີ 2011 ທີ່ຜ່ານມາ
ກໍປະກົດວ່າ ຈາກການສົ່ງອອກກາເຟໄປຕ່າງປະເທດໃນປະລິມານລວມ 25,848 ໂຕນ ແລະສາມາດສ້າງລາຍຮັບເປັນເງິນຕາຕ່າງປະເທດ ໃຫ້ແກ່ແຂວງຈໍາປາສັກໄດ້ຫຼາຍກວ່າ
61 ລ້ານໂດລາ ຫຼືຄິດເປັນ 83% ຂອງມູນຄ່າການສົ່ງອອກທັງໝົດໃນຕະຫຼອດປີ 2011
ດັ່ງກ່າວ.

ໝາກກາເຟ ເປັນສິນຄ້າສົ່ງອອກ ທີ່ສ້າງລາຍຮັບອັນດັບ 1 ໃຫ້ແກ່ ແຂວງຈໍາປາສັກ ໃນປີ 2011
ໝາກກາເຟ ເປັນສິນຄ້າສົ່ງອອກ ທີ່ສ້າງລາຍຮັບອັນດັບ 1 ໃຫ້ແກ່ ແຂວງຈໍາປາສັກ ໃນປີ 2011

ຍິ່ງໄປກວ່ານັ້ນ, ການທີ່ລາຄາ
ກາເຟໃນຕະຫຼາດໂລກໄດ້ປັບ
ຕົວສູງຂຶ້ນຈາກ 1,000 ໂດລາ
ເປັນ 3,000 ໂດລາ ຕໍ່ໂຕນ
ໃນເວລານີ້ ກໍຍັງເຮັດໃຫ້ຜູ້
ສົ່ງອອກກາເຟລາວ ໄດ້ສະ
ແດງການຄາດໝາຍອີກດ້ວຍ
ວ່າ ການສົ່ງອອກກາເຟໃນຕະ
ຫຼອດປີ 2012 ນີ້ ຈະເພີ່ມຂຶ້ນ
ທັງໃນດ້ານປະລິມານ ແລະ
ມູນຄ່າອີກດ້ວຍ. ເຊິ່ງເມື່ອປະກອບກັບກາເຟຂອງແຂວງຈໍາປາສັກ ເປັນກາເຟຄຸນນະພາບດີ ທີ່ເປັນທີ່ຕ້ອງ ການຂອງຕະຫຼາດຕ່າງປະເທດຢ່າງບໍ່ຈໍາກັດອີກດ້ວຍນັ້ນ, ໂດຍສະເພາະແມ່ນຢີ່ປຸ່ນ ກໍເຊື່ອ ວ່າ ຈະເຮັດໃຫ້ການສົ່ງອອກກາເຟຂອງແຂວງຈໍາປາສັກໃນຕະຫຼອດປີນີ້ ມີປະລິມານລວມ ເກີນກວ່າ 27,000 ໂຕນຢ່າງແນ່ນອນ.

ດັ່ງທີ່ທ່ານນາງ ເລືອງ ລິດດັງ ປະທານກຸ່ມບໍລິສັດດາວເຮືອງ ເຊິ່ງເປັນຜູ້ສົ່ງອອກກາເຟ
ລາຍໃຫຍ່ທີ່ສຸດຂອງລາວໃນປະຈຸບັນນີ້ ໄດ້ໃຫ້ການຊີ້ແຈງເຖິງສະພາບການດັ່ງກ່າວໃນ
ຕອນນຶ່ງວ່າ:

ທ່ານນາງ ເລືອງ ລິດດັງ ປະທານກຸ່ມບໍລິສັດ ດາວເຮືອງ ເຊິ່ງເປັນຜູ້ສົ່ງອອກກາເຟລາຍ ໃຫຍ່ທີ່ສຸດຂອງລາວ
ທ່ານນາງ ເລືອງ ລິດດັງ ປະທານກຸ່ມບໍລິສັດ ດາວເຮືອງ ເຊິ່ງເປັນຜູ້ສົ່ງອອກກາເຟລາຍ ໃຫຍ່ທີ່ສຸດຂອງລາວ

ການສົ່ງອອກກາເຟມັນບໍ່ພໍ
ແຕ່ລະປີຕ້ອງໄດ້ເຮັດກ້າເບ້ຍ
ໃຫ້ປະຊາຊົນປູກຕື່ມ ແລະ
ຕະຫຼາດເຮົານີ້ ກໍແມ່ນຢີ່
ປຸ່ນມີເທົ່າໃດເຂົາກໍ່ເອົາໝົດ,
ພໍເຊັນສັນຍາກັບຢີ່ປຸ່ນແລ້ວ
ກະເຮົາເຮັດໃຫ້ເຂົາ ກໍຕ້ອງ
ເອົາຂອງດີໆ ຂາຍ ແລ້ວເຮົາ
ກະເພີ່ມລາຄາຂຶ້ນ ເຂົາກະຍັງ
ຊື້ ກະເລີຍເຮັດໃຫ້ປະຊາຊົນ
ທີ່ປູກຫັ້ນ ມີກໍາໄລຫຼາຍ.

ກ່ອນໜ້ານີ້ ກຸ່ມບໍລິສັດດາວເຮືອງໄດ້ລົງທຶນເຖິງ 70 ລ້ານໂດລາເພື່ອດໍາເນີນການກໍ່ສ້າງ
ໂຮງງານຜະລິດກາເຟເຄິ່ງສໍາເລັດຮູບ. ພາຍຫຼັງຈາກການກໍ່ສ້າງໂຮງງານສໍາເລັດແລ້ວໃນ
ເດືອນມີນານີ້ ກໍຈະເຮັດໃຫ້ກຸ່ມບໍລິສັດດາວເຮືອງ ສາມາດທີ່ຈະເພີ່ມມູນຄ່າການສົ່ງ​ອອກ​ເປັນກາເຟເຄິ່ງສໍາເລັດຮູບໄດ້ເຖິງ 8,000 ໂຕນ ຕໍ່ປີ. ພ້ອມກັນນັ້ນ ກໍໄດ້ສົ່ງເສີມໃຫ້ປະຊາຊົນ​ໃນເຂດປາກຊ່ອງປູກກາເຟເພີ່ມຂຶ້ນອີກ 625 ເຮັກຕາ, ໂດຍທີ່ທາງບໍລິສັດໃຫ້ການຕອບສະ
ໜອງດ້ານແນວພັນ, ເທັກນິກ ແລະການຮັບຊື້. ສ່ວນຜູ້ປູກນັ້ນກໍມີການປະກອບສ່ວນໃນ
ດ້ານທີ່ດິນ ແລະແຮງງານ.

ການເຊັນສັນຍາລົງທຶນພັດທະນາເຂດເສດຖະກິດພິເສດຄອນພະເພັງ ລະຫວ່າງຜູ້ຕາງໜ້າ ລັດຖະບານລາວ ແລະຜູ້ລົງທຶນທີ່ຈັດຂຶ້ນໃນປີ 2011 ທີ່ຜ່ານມານີ້
ການເຊັນສັນຍາລົງທຶນພັດທະນາເຂດເສດຖະກິດພິເສດຄອນພະເພັງ ລະຫວ່າງຜູ້ຕາງໜ້າ ລັດຖະບານລາວ ແລະຜູ້ລົງທຶນທີ່ຈັດຂຶ້ນໃນປີ 2011 ທີ່ຜ່ານມານີ້

ນອກຈາກການສົ່ງອອກກາເຟ ແລະຜົນຜະລິດດ້ານກະສິກໍາ
ແລ້ວ ທາງການແຂວງຈໍາປາສັກ
ກໍຍັງໄດ້ໃຫ້ຄວາມສໍາຄັນຢ່າງຍິ່ງ
ຕໍ່ການພັດທະນາໃນດ້ານການ
ທ່ອງທ່ຽວ ແລະບໍລິການ. ໃນ
ໄລຍະ 5ປີ ທີ່ຜ່ານມາກໍປາກົດ
ວ່າ ພາກທຸລະກິດການທ່ອງ
ທ່ຽວໃນແຂວງຈໍາປາສັກນັ້ນ
ໄດ້ຂະຫຍາຍຕົວເພີ່ມຂຶ້ນສະເລ່ຍ ເຖິງ 10% ໃນແຕ່ລະປີ.

ຍິ່ງໄປກວ່ານັ້ນ ດ້ວຍການຈັດຕັ້ງເຂດເສດຖະກິດພິເສດຄອນພະເພັງຂຶ້ນມາຢ່າງເປັນທາງ
ການຫວ່າງໝໍ່ໆ ມານີ້ ກໍຍັງເຮັດໃຫ້ທາງການແຂວງຈໍາປາສັກເຊື່ອໝັ້ນວ່າ ຈະສາມາດສ້າງ
ວຽກເຮັດງານທໍາໃຫ້ປະຊາຊົນພາຍໃນແຂວງໄດ້ຫຼາຍໝື່ນຄົນ ເຊິ່ງກໍຈະຍັງຜົນເຮັດໃຫ້ສາ
ມາດລົບລ້າງຄວາມທຸກຍາກຂອງປະຊາຊົນພາຍໃນແຂວງໄດ້ຢ່າງແທ້ຈິງອີກດ້ວຍ.

XS
SM
MD
LG