ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງການລາວ ຂຶ້ນທະບຽນ ແລະ ອອກໃບອະນຸຍາດ ໃຫ້ແຮງງານຕ່າງຊາດ


ທາງການລາວ ຈັດພິທີຖະແຫລງຂ່າວ ການຂຶ້ນທະບຽນ ແລະ ອອກອະນຸຍາດເຄື່ອນໄຫວ ໃຫ້ແກ່ແຮງງານຊາວຕ່າງປະເທດ ຢູ່ ສປປ ລາວ.
ທາງການລາວ ຈັດພິທີຖະແຫລງຂ່າວ ການຂຶ້ນທະບຽນ ແລະ ອອກອະນຸຍາດເຄື່ອນໄຫວ ໃຫ້ແກ່ແຮງງານຊາວຕ່າງປະເທດ ຢູ່ ສປປ ລາວ.

ທາງການແຂວງຈຳປາສັກ ຂຶ້ນທະບຽນແຮງງານຊາວຕ່າງຊາດ
ທີ່ເຂົ້າມາທຳງານ ຢູ່ໃນແຂວງໂດຍຜິດກົດໝາຍ ຈຳນວນຫຼາຍ
ກວ່າ 30,000 ຄົນ ໂດຍສ່ວນຫຼາຍ ເປັນແຮງງານ ຊາວຫວຽດ
ນາມແລະ ຈີນ.

ທ່ານລຳພອນ ທຳມະວົງຄຳ ຮອງຫົວໜ້າ ພະແນກແຮງງານ ແລະສະຫວັດດີການສັງຄົມ
ແຂວງຈຳປາສັກ ຖະແຫລງຢືນຢັນວ່າ ໃນລະຍະແຜນການ ປະຈຳປີ 2014-2015 ທີ່
ຜ່ານມາ ໄດ້ມີການຂຶ້ນທະບຽນຊາວຕ່າງຊາດ ຈຳນວນຫຼາຍກວ່າ 30,000 ຄົນ ທີ່ເດີນ
ທາງເຂົ້າມາທຳງານ ໃນແຂວງຈຳປາສັກ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຊຶ່ງສ່ວນຫຼາຍ
ກໍແມ່ນຊາວຫວຽດນາມ ແລະ ຈີນ ທີ່ເດີນທາງມາໃນຖານະນັກທ່ອງທ່ຽວ ແລ້ວກໍໄດ້ພາ
ກັນ ລັກລອບທຳງານ ແລະຄ້າຂາຍໂດຍບໍ່ໄດ້ຂໍອະນຸຍາດ ຈາກທາງການລາວ ແຕ່ຢ່າງໃດ.

ແຮງງານຊາວຕ່າງປະເທດ ທີ່ເຂົ້າມາເຮັດວຽກ ຢູ່ໃນລາວ ສ່ວນໃຫຍ່ ແມ່ນ ຄົນຫວຽດນາມ ແລະ ຈີນ.
ແຮງງານຊາວຕ່າງປະເທດ ທີ່ເຂົ້າມາເຮັດວຽກ ຢູ່ໃນລາວ ສ່ວນໃຫຍ່ ແມ່ນ ຄົນຫວຽດນາມ ແລະ ຈີນ.

ທ່ານລຳພອນ ໄດ້ໃຫ້ການຢືນຢັນດ້ວຍວ່າ ຍັງມີແຮງງານຊາວ
ຕ່າງຊາດອີກ ຫຼາຍກວ່າ 2,000 ຄົນ ທີ່ຍັງບໍ່ໄດ້ຂຶ້ນທະບຽນ ແລະ
ຍັງໄດ້ພາກັນລັກລອບທຳງານ ຢູ່ໃນແຂວງຈຳປາສັກ ໂດຍຜິດກົດ
ໝາຍ ຊຶ່ງຖ້າຫາກວ່າ ຊາວຕ່າງຊາດເຫຼົ່ານີ້ ຍັງບໍ່ໄດ້ຂໍຂຶ້ນທະບຽນ
ກັບທາງການລາວ ພາຍໃນເດືອນມິຖຸນາ 2016 ນີ້ ກໍຈະຖືກຈັບ
ແລະສົ່ງຕົວກັບຄືນປະເທດທີ່ເປັນພູມລຳເນົາທັນທີ ເນື່ອງຈາກ
ວ່າ ການເຂົ້າມາໂດຍຜິດກົດໝາຍດັ່ງກ່າວ ຍັງເປັນການຍາດ
ວຽກເຮັດງານທຳຂອງຄົນລາວ ທັງຍັງມີປາກົດການຫຍໍ້ທໍ້ເກີດ
ຂຶ້ນເຊັ່ນ ຂີ້ລັກງັດແງະ ຄ້າຢາເສບຕິດ ແລະ ສິ່ງຜິດກົດໝາຍ
ຕັ້ງຮ້ານກິນດື່ມແອບແຝງ ຂາຍບໍລິການທາງເພດ ແລະຄ້າມະ
ນຸດອີກດ້ວຍ.

ແຕ່ຢ່າງໃດກໍຕາມ ກະຊວງແຮງງານ ແລະສະຫວັດດີການສັງຄົມ ກໍໄດ້ດຳເນີນການຂຶ້ນ
ທະບຽນ ແລະອອກໃບອະນຸຍາດເຄື່ອນໄຫວຊົ່ວຄາວ ໃຫ້ກັບບັນດາແຮງງານຊາວຕ່າງ
ຊາດໃນລາວ ນັບຕັ້ງແຕ່ວັນທີ 15 ທັນວາ 2015 ເປັນຕົ້ນມາແລ້ວ ໂດຍຈະດຳເນີນການ
ໄປຈົນເຖິງວັນທີ 15 ມີນາ 2016 ນີ້ ແລະຄາດວ່າ ຈະມີຊາວຕ່າງຊາດຫຼາຍກວ່າ 30,000 ຄົນ ທີ່ຈະໄດ້ຮັບການຂຶ້ນທະບຽນ ແລະ ໄດ້ຮັບບັດອະນຸຍາດໃຫ້ທຳງານຢູ່ໃນລາວໄດ້ ເປັນ
ການຊົ່ວຄາວ ຊຶ່ງບໍ່ລວມເຖິງຊາວຕ່າງຊາດ ໃນແຂວງຈຳປາສັກ ແຕ່ຢ່າງໃດ.

ທັງນີ້ ໂດຍແຮງງານຊາວຕ່າງຊາດ ຈະຕ້ອງເສຍຄ່າທຳນຽມຄົນລະ 3 ແສນກີບຕໍ່ເດືອນ
ແລະຖ້າຫາກວ່າ ແຮງງານຊາວຕ່າງຊາດ ຍັງຄົງບໍ່ມາແຈ້ງ ເພື່ອຂໍຂຶ້ນທະບຽນ ເມື່ອເກີນ
ກຳນົດ ວັນທີ 15 ມີນາ ດັ່ງກ່າວແລ້ວນັ້ນ ກໍຈະຖືວ່າ ເປັນແຮງງານຊາວຕ່າງຊາດ ທີ່ເຄື່ອນ
ໄຫວ ຢ່າງບໍ່ຖືກຕ້ອງ ແລະຈະຕ້ອງຖືກດຳເນີນ ມາດຕະການຕາມກົດໝາຍ ຂອງລາວ
ຕໍ່ໄປ ໂດຍພາກສ່ວນທີ່ຮັບຜິດຊອບ ດຳເນີນມາດຕະການດັ່ງກ່າວນີ້ ກໍຄື ກະຊວງປ້ອງກັນ
ຄວາມສະຫງົບ ຮ່ວມກັບ ກະຊວງແຮງງານ ແລະສະຫວັດດີການສັງຄົມ ດັ່ງທີ່ ທ່ານພົງໄຊສັກ
ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ໄດ້ໃຫ້ການຢືນຢັນວ່າ:

“ໂດຍການມອບໝາຍຈາກລັດຖະບານ ສປປ. ລາວ ກໍເຫັນດີມອບໃຫ້ກະຊວງ ແຮງງານ ແລະສະຫວັດດີການສັງຄົມ ແລະ ກະຊວງປ້ອງກັນຄວາມສະຫງົບ
ດຳເນີນການແກ້ໄຂ ບັນຫາຄົນຕ່າງປະເທດ ທີ່ເຄື່ອນໄຫວແບບ ບໍ່ຖືກຕ້ອງຕາມ
ກົດໝາຍ ແລະ ລະບຽບການຂອງ ສປປ. ລາວ ຕາມແຜນການສະບັບ ເລກທີ
62 ນຍ. ລົງວັນທີ 13 ພະຈິກ 2015 ວ່າດ້ວຍການອຳນວຍຄວາມສະດວກ ແລະ
ໃຫ້ການຮ່ວມມື ໃນການຂຶ້ນທະບຽນ ແລະ ອອກບັດອະນຸຍາດເຄື່ອນ ໄຫວຊົ່ວ
ຄາວ ໃຫ້ແກ່ຊາວຕ່າງປະເທດ.”

ທ່ານພົງໄຊສັກ ບອກວ່າ ການຂຶ້ນທະບຽນຄັ້ງນີ້ ແມ່ນເພື່ອເກັບກຳ ຈຳນວນຊາວຕ່າງຊາດ
ທີ່ທຳງານຢູ່ໃນລາວໂດຍບໍ່ຖືກຕ້ອງວ່າ ມີຈຳນວນເທົ່າໃດແລ້ວ ກະມາແຍກໃຫ້ເຫັນ ລັກ ສະນະການເຄື່ອນໄຫວ ຂອງພວກເຂົາເຈົ້າ ເພື່ອຈະໄດ້ມອບຄວາມຮັບຜິດຊອບ ໃຫ້ຂະ
ແໜງການທີ່ກ່ຽວຂ້ອງເປັນຜູ້ຄຸ້ມຄອງຕໍ່ໄປ ທັງຍັງຈະສົ່ງຜົນດີ ຕໍ່ການວາງແຜນພັດທະນາ
ດ້ານແຮງງານຂອງລາວ ໃນຊ່ວງປີ 2016-2020 ທີ່ລັດຖະບານລາວ ໃຫ້ຄວາມສຳຄັນ
ເປັນພິເສດ ກັບການພັດທະນາຫລັກສູດ ແລະຝຶກອົບຮົມແຮງງານ ທີ່ມີຝີມື ໃຫ້ໄດ້ຫຼາຍ
ກວ່າ 658,000 ຄົນ ເພື່ອຕອບສະໜອງໃຫ້ແກ່ ບໍລິສັດຕ່າງຊາດ ທີ່ລົງທຶນໃນລາວ ໃຫ້ໄດ້
ຢ່າງພຽງພໍ.

ພ້ອມກັນນີ້ ລັດຖະບານລາວ ຍັງໄດ້ວາງເປົ້າໝາຍ ທີ່ຈະສ້າງມາດຕະຖານ ຝີມືແຮງງານ
ໃໝ່ໃຫ້ໄດ້ ໃນ 25 ສາຂາອາຊີບ ດຳເນີນການທົດສອບ ແລະອອກໃບຢັ້ງຢືນມາດຕະຖານ
ຝີມືແຮງງານ 27 ສາຂາອາຊີບ ໃຫ້ກັບແຮງງານລາວຈຳນວນ 12,500 ຄົນ ທີ່ມີຝີມື ໃນ
ລະ ດັບ ມາດຕະຖານ ໃນກຸ່ມອາຊຽນດ້ວຍກັນ.

XS
SM
MD
LG