ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈໍາປາສັກ ຈະສົ່ງເສີມ ການລົງທຶນຂອງຫວຽດນາມ ໃນພາກສ່ວນກະສິກໍາ ຫຼາຍຂຶ້ນ


ກອງປະຊຸມຄັ້ງທີ 34 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຶ່ງເປົ້າໝາຍອັນນຶ່ງ ກໍຄືເຮັດໃຫ້ການຄ້າ ລະຫວ່າງລາວກັບຫວຽດນາມ ບັນລຸເຖິງ 2 ພັນລ້ານໂດລາໃນປີ 2015.
ກອງປະຊຸມຄັ້ງທີ 34 ຂອງຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ຊຶ່ງເປົ້າໝາຍອັນນຶ່ງ ກໍຄືເຮັດໃຫ້ການຄ້າ ລະຫວ່າງລາວກັບຫວຽດນາມ ບັນລຸເຖິງ 2 ພັນລ້ານໂດລາໃນປີ 2015.

ເຈົ້າແຂວງ ແຂວງຈໍາປາສັກຢືນຢັນວ່າ ຈະສົ່ງເສີມໃຫ້ບັນດານັກທຸລະກິດຊາວຫວຽດນາມ ເຂົ້າມາລົງທຶນໃນພາກກະສິກໍາຫຼາຍຂື້ນ ເພື່ອເຮັດໃຫ້ການຄ້າລະຫວ່າງລາວກັບຫວຽດນາມ ບັນລຸເຖິງ 2 ພັນລ້ານໂດລາໃນປີ 2015.

ທ່ານສອນໄຊ ສີພັນດອນ ເຈົ້າແຂວງ ແລະເລຂາພັກແຂວງຈໍາປາສັກ ຖະແຫລງຢືນຢັນວ່າ ເພື່ອເປັນການຕອບສະໜອງຕໍ່ເປົ້າໝາຍຂອງລັດຖາບານລາວກັບຫວຽດນາມ ທີ່ໄດ້ຕົກ
ລົງຮ່ວມກັນໄວ້ວ່າ ຈະເພີ່ມມູນຄ່າການຄ້າລະຫວ່າງກັນໃຫ້ເຖິງ 2 ພັນລ້ານໂດລາ ໃຫ້ໄດ້
ພາຍໃນປີ 2015 ນັ້ນ ທາງການແຂວງຈໍາປາສັກ ກໍໄດ້ວາງແຜນການ ທີ່ຈະສົ່ງເສີມໃຫ້ນັກ
ທຸລະກິດຫວຽດນາມ ເຂົ້າມາລົງທຶນໃນແຂວງຈໍາປາສັກ ຫຼາຍຂຶ້ນຢ່າງຕໍ່ເນື່ອງ.

ໂດຍສະເພາະແມ່ນພາກກະສິກໍານັ້ນ ຖືເປັນທ່າແຮງທີ່ສໍາຄັນທີ່ທາງການແຂວງຈໍາປາສັກ ຈະສົ່ງເສີມໃຫ້ນັກທຸລະກິດຫວຽດນາມເຂົ້າມາລົງທຶນຫຼາຍເປັນພິເສດ ເພາະວ່າໃນປັດຈຸບັນ ກໍມີບໍລິສັດຈາກຫວຽດນາມຈໍານວນ 5 ລາຍ ທີ່ໄດ້ລົງທຶນປູກຢາງພາລາ ບົນເນື້ອທີ່ກວ້າງ
ກວ່າ 29,000 ເຮັກຕາໃນແຂວງຈໍາປາສັກຢູ່ແລ້ວ ຊຶ່ງເມື່ອປະກອບກັບພື້ນທີ່ໃນແຂວງຈໍາປາ
ສັກ ກໍຍັງເໝາະກັບການປູກພືດຊະນິດອື່ນໆ ເຊັ່ນກາເຟ ພືດຜັກ ແລະເຂົ້າອີກດ້ວຍແລ້ວ
ຈຶ່ງເຮັດໃຫ້ ທາງການແຂວງຈໍາປາສັກ ໄດ້ຕັ້ງເປົ້າໝາຍທີ່ຈະສົ່ງເສີມໃຫ້ບັນດານັກທຸລະກິດ
ຫວຽດນາມເຂົ້າມາລົງທຶນໃນດ້ານດັ່ງກ່າວນີ້ຫຼາຍຂຶ້ນ ດັ່ງທີ່ ທ່ານສອນໄຊ ໃຫ້ການຊີ້ແຈງວ່າ:

ທ່ານສອນໄຊ ສີພັນດອນ ເຈົ້າແຂວງຈຳປາສັກຂອງລາວ
ທ່ານສອນໄຊ ສີພັນດອນ ເຈົ້າແຂວງຈຳປາສັກຂອງລາວ

ໃນຕໍ່ໜ້ານີ້ ນອກຈາກຢາງ
ພາລາແລ້ວ ກໍຈະສຸມໃສ່
ໂຄງການອື່ນ ເປັນຕົ້ນການ
ປູກກາເຟ ເລື່ອງການປູກ
ພືດຜັກ ຫຼືວ່າການຜະລິດ
ເຂົ້າເພື່ອໃຫ້ເປັນສິນຄ້າ
ດຽວນີ້ກໍກໍາລັງຂົນຂວາຍ
ເອົາວິສະຫະກິດຈາກທ້ອງ
ຖິ່ນ ທີ່ມີທ່າແຮງຂອງປະ
ເທດຫວຽວນາມ ເປັນຕົ້ນ
ແມ່ນຈາກແຂວງອານຊາງ,
ແຂວງກວນຕູມ ທີ່ນອນຢູ່
ໃນຢູ່ທາງພາກໃຕ້ຂອງ
ຫວຽດນາມ.


ທາງດ້ານພະແນກແຜນການແລະການລົງທຶນ ຂອງແຂວງຈໍາປາສັກ ກໍລາຍງານວ່າ ນັບຈາກ
ປີ 2006-2011 ທີ່ຜ່ານມາ ພາກເອກກະຊົນລາວແລະຕ່າງຊາດໄດ້ລົງທຶນໃນແຂວງຈໍາປາສັກ
ຈໍານວນ 280 ໂຄງການ ຄິດເປັນມູນຄ່າການລົງທຶນຫຼາຍກວ່າ 6,700 ຕື້ກີບ ຫຼືປະມານ 837
ລ້ານໂດລາ ຊຶ່ງໃນນີ້ກໍເປັນການລົງທຶນຂອງເອກກະຊົນລາວ 133 ໂຄງການ ສ່ວນ 147 ໂຄງ
ການນັ້ນ ກໍເປັນການລົງທຶນຈາກ 19 ປະເທດ ແລະປະເທດທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດ
ກໍຄືຫວຽດນາມ ທີ່ກວມເອົາ 51% ຂອງມູນຄ່າລົງທຶນທັງໝົດນັ້ນ.

ໝາກກາເຟທີ່ປູກຢູ່ແຂວງຈໍາປາສັກ
ໝາກກາເຟທີ່ປູກຢູ່ແຂວງຈໍາປາສັກ

ພາຍໃຕ້ສະພາບການດັ່ງກ່າວນີ້
ກໍຍັງເຮັດໃຫ້ທາງການແຂວງຈໍາ
ປາສັກ ໄດ້ວາງເປົ້າໝາຍທີ່ຈະ
ດຶງດູດເອົາການລົງທຶນຈາກຕ່າງ
ປະເທດ ໃຫ້ໄດ້ເພີ່ມຂຶ້ນອີກ
20,230 ຕື້ກີບ ຫຼືເກີນກວ່າ
2.500 ລ້ານໂດລາ ພາຍໃນປີ
2015 ອີກດ້ວຍເຊັ່ນກັນ ແລະ
ປະເທດທີ່ເປັນເປົ້າໝາຍສໍາຄັນ
ທີ່ສຸດຂອງທາງການແຂວງຈໍາ
ປາສັກ ກໍຄືຫວຽດນາມນັ້ນເອງ.

ກ່ອນໜ້ານີ້ ທ່ານທອງມີ ພົມມີໄຊ ລັດຖະມົນຕີຊ່ວຍວ່າການ ກະຊວງແຜນການ ແລະການ
ລົງທຶນ ກໍໄດ້ຢືນຢັນວ່າ ການສົ່ງເສີມບັນດາວິສະຫະກິດຕ່າງໆ ຈາກມິດປະເທດ ກໍ່ຄືຫວຽດ
ນາມ ທີ່ມີການພົວພັນຮ່ວມມືແບບພິເສດກັບລາວ ເພື່ອໃຫ້ຫຼັ່ງໄຫຼເຂົ້າມາລົງທຶນໃນລາວຫຼາຍ
ຂຶ້ນຢ່າງບໍ່ຢຸດຢັ້ງນັ້ນ ຍັງຖືເປັນປັດໃຈທີ່ມີຄວາມສໍາຄັນຕໍ່ການພັດທະນາລາວ ໃຫ້ຫຼຸດພົ້ນຈາກ
ຄວາມຍາກຈົນ ແລະສະພາບດ້ອຍພັດທະນາຕາມເປົ້າໝາຍທີ່ວາງໄວ້ພາຍໃນປີ 2020 ອີກ
ດ້ວຍ ດັ່ງທີ່ ທ່ານທອງມີ ໄດ້ໃຫ້ການຊີ້ແຈງວ່າ:

“ເພື່ອຍາດແຍ່ງກໍາລັງແຮງຈາກຕ່າງປະເທດໃຫ້ໄດ້ດີນັ້ນ ພວກຂ້າພະເຈົ້າໄດ້ສຸມໃສ່ຊຸກຍູ້
ໃຫ້ບັນດາວິສາຫະກິດຫວຽດນາມ ທີ່ໄດ້ຮັບອະນຸຍາດລົງທຶນ ຫຼືເຊັນສັນຍາເພື່ອພັດທະນາ
ໂຄງການຕ່າງໆຢູ່ລາວນັ້ນ ໃຫ້ມີການຈັດຕັ້ງປະຕິບັດການລົງທຶນຕົວຈິງໃຫ້ເປັນຮູບປະທໍາ."

ສວນຢາງຂອງບໍລິສັດເອກກະຊົນຫວຽດນາມແຫ່ງນຶ່ງ ໃນແຂວງຈໍາປາສັກ
ສວນຢາງຂອງບໍລິສັດເອກກະຊົນຫວຽດນາມແຫ່ງນຶ່ງ ໃນແຂວງຈໍາປາສັກ

ນອກຈາກນີ້ ກະຊວງແຜນການ
ແລະການລົງທຶນກໍໄດ້ສະເໜີ
ລາຍງານ ເມື່ອບໍ່ນານມານີ້ວ່າ
ການລົງທຶນຂອງຫວຽດນາມ
ໃນລາວ ມີມູນຄ່າເພີ່ມຂຶ້ນຢ່າງ
ຕໍ່ເນື່ອງ ເຊິ່ງໃນປັດຈຸບັນນີ້ກໍປະ
ກົດວ່າ ບັນດາວິສາຫະກິດທັງ
ຂອງລັດຖະບານ ແລະເອກກະ
ຊົນຈາກຫວຽດນາມນັ້ນ ໄດ້ເຂົ້າ
ມາລົງທຶນຢູ່ໃນລາວແລ້ວເຖິງ
432 ໂຄງການ, ຄິດເປັນມູນຄ່າ
ລົງທຶນລວມ ຫຼາຍກວ່າ 5,100
ລ້ານໂດລາ ໂດຍທີ່ສໍາຄັນກໍຄື ການລົງທຶນຂອງ​ຫວຽດນາ​ມໃນລາວ ໄດ້ແຊງໜ້າຈີນມາ​ເປັນ
ຜູ້ລົງທຶນ​ອັນ​ດັບທີ 1 ທີ່​ມີ​ມູນ​ຄ່າ​ການ​ລົງທຶນ​ໃນ​ລາວ​ຫຼາຍ​ທີ່​ສຸດແລ້ວ ໃນເວລານີ້.

XS
SM
MD
LG