ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າ​ແຂວງໆ ຈຳປາ​ສັກ ຄົນໃໝ່ ຢືນຢັນວ່າ ຈະ​ລົບ​ລ້າງ ​ບັນຫາ​ ຄວາມ​ຍາກຈົນ ຂອງປະຊາຊົນ ​ໃນ​ແຂວງ


ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກຜູ້ເກົ່າ ແລະ ຜູ້ໃໝ່ ຢູ່ທີ່ ປາກເຊ ເມື່ອວັນທີ 23 ກໍລະກົດ 2015.
ພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໆຈຳປາສັກຜູ້ເກົ່າ ແລະ ຜູ້ໃໝ່ ຢູ່ທີ່ ປາກເຊ ເມື່ອວັນທີ 23 ກໍລະກົດ 2015.

ເຈົ້າ​ແຂວງ​ຄົນ​ໃໝ່ ຢືນຢັນ​ວ່າ ລາຍ​ໄດ້​ສະ​ເລ່ຍຂອງ​ປະຊາຊົນ​
ໃນ​ແຂວງ​ຈຳປາ​ສັກ ຈະ​ເພີ້​ມຂຶ້ນ​ເປັນ 3,581 ​ໂດ​ລາ​ຕໍ່​ຄົນ​ໃນ​ປີ
2020 ​ແລະ ​ເສດຖະກິດ ກໍ​ຈະ​ຂະຫຍາຍຕົວ​ເພີ້​ມຂຶ້ນ​ ໃນ​ອັນ​ຕາ
ສະ​ເລ່ຍ​ເຖິງ 8 ​ເປີ​ເຊັນ​ຕໍ່​ປີ.

ທ່ານ​ບຸນ​ຖອງ ດີ​ວິ​ໄຊ ​ເຈົ້າ​ແຂວງ​ຄົນ​ໃໝ່ ​ແລະ ​ເລຂາ​ພັກ​ແຂວງ​ຈຳປາ​ສັກ ​ຖະ​ແຫລ​ງ
ຢືນຢັນ​ວ່າ ​ເປົ້າໝາຍ​ສຳຄັນ​ ຂອງ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ແຂວງ​
ຈຳປາ​ສັກ ຈາກ​ລະຍະ​ປັດຈຸບັນ ​ເຖິງ​ປີ 2020 ຄື​ການ​ລົບ​ລ້າງ​ບັນຫາ​ ຄວາມ​ຍາກຈົນ
​ຂອງປະຊາຊົນ​ໃນ​ແຂວງ ​ໃຫ້​ໄດ້​ຢ່າງ​ສິ້ນ​ເ​ຊີງດ້ວຍ ການ​ພັດທະນາ​ທາງ​ເສດຖະກິດ ​ໃຫ້​
ຂະຫຍາຍຕົວ​ເພີ້​ມຂຶ້ນ ​ໃນ​ອັດຕາ​ສະ​ເລ່ຍບໍ່​ນ້ອຍກວ່າ 8 ​ເປີ​ເຊັນ ຕໍ່​ປີ ຊຶ່ງ​ຈະ​ເຮັດ​ໃຫ້​ຍອດ
​ຜະລິດ​ຕະພັນ​ລວມ (GDP) ສາມາດ​ຖົວ​ສະ​ເລ່ຍ ​ເປັນລາຍ​ໄດ້​ຂອງ​ປະຊາ​ຊົນ​ ໃນ​ແຂວງ​
ຈຳປາ​ສັກ​ໄດ້​ເຖິງ 3,581 ​ໂດ​ລາ​ຕໍ່​ຄົນ​ໃນ​ປີ 2020 ດັ່ງກ່າວ.

ທ່ານ​ບຸນ​ຖອງ ​ໃຫ້ການ​ຢືນຢັນ​ດ້ວຍ​ວ່າ ການ​ຂະຫຍາຍຕົວ​ທາງ​ເສດຖະກິດ ​ໃນ​ລະ​ດັບ​
ດັ່ງກ່າວ ກໍ​ຈະ​ເປັນ​ການ​ຂະຫຍາຍຕົວ​ຂອງ​ຂະ​ແໜງ​ກະສິກຳ-ປ່າ​ໄມ້ ​ໃນ​ອັນ​ຕາສະ​ເລ່ຍ
2.3 ​ເປີ​ເຊັນ​ຕໍ່​ປີ ອຸດສາຫະກຳ 9.4 ​ເປີ​ເຊັນ ຕໍ່​ປີ ການ​ບໍລິການ 10.6 ​ເປີ​ເຊັນ ຕໍ່​ປີ ​ແລະ
​ໃນ​ຂະນະ​ດຽວ​ກັນ​ ສະພາບປ່າ​ໄມ້ ​ກໍ​ຈະ​ມີ​ອັດຕາ​ຄວາມ​ໜາ​ແໜ້ນ ບໍ່​ຕ່ຳ​ກວ່າ 70 ​ເປີ​ເຊັນ
ຂອງ​ພື້ນ​ທີ່​ທັງ​ໝົດ​ ຂອງ​ແຂວງ​ຈຳປາ​ສັກ ​ໃນ​ປີ 2020 ອີກ​ດ້ວຍ.

ການລົງທຶນຂອງບໍລິສັດເອກະຊົນຈີນ ໃນສູນພັດທະນາ ເທັກໂນໂລຈີ ດ້ານກະສິກຳ ໃນແຂວງຈຳປາສັກ.
ການລົງທຶນຂອງບໍລິສັດເອກະຊົນຈີນ ໃນສູນພັດທະນາ ເທັກໂນໂລຈີ ດ້ານກະສິກຳ ໃນແຂວງຈຳປາສັກ.

ສ່ວນ​ໃນ​ສັງຄົມ​ວັດທະນະທຳ​ນັ້ນ ທ່ານ​ບຸນ​ຖອງ ກໍໝັ້ນ​ໃຈ​ວ່າ
ອັດຕາ​ການ​ເຂົ້າຮຽນ​ສຸດທິ ​ໃນ​ລະດັບ​ຊັ້ນປະຖົມ​ຈະ​ບັນລຸ​ໄດ້​ເຖິງ
99 ​ເປີ​ເຊັນ ຂອງ​ເດັກນ້ອຍ​ທີ່ຢູ່​ໃນ​ໄວ​ຮຽນ​ທັງ​ໝົດ ສ່ວນ​ອັດຕາ​
ການ​ປະລະ​ການ​ຮຽນ ​ຕັ້ງ​ແຕ່​ລະດັບ ​ຊັ້ນປະຖົມ​ຈົນ​ເຖິງ​ມັດ​ທະຍົມ
​ປາຍ ຈະ​ຍັງ​ເຫຼືອພຽງ​ແຕ່ 1 ​ເປີ​ເຊັນ ​ເທົ່າ​ນັ້ນ ທັງ​ກໍ​ຍັງ​ຈະ​ສາມາດ​
ສ້າງ​ຄອບຄົວ ​ແລະ ບ້ານ​ວັດທະນະທຳ ​ໄດ້ຫຼາຍກວ່າ 95 ​ເປີ​ເຊັນ
ຂອງ​ຄອບຄົວ ​ແລະ ບ້ານ​ທັງ​ໝົດ​ໃນ​ປີ 2020 ດັ່ງກ່າວ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ການ​ປະ​ເມີນ​ຮ່ວມ​ກັນ​ລະຫວ່າງ​ລັດຖະບານ​ລາວ ກັບ​ອົງການ​ສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະນາ (UNDP) ກ່ຽວ​ກັບ​ຜົນ​ການຈັດຕັ້ງປະຕິ​ບັດ​ແຜນການ ພັດທະນາ​ເສດຖະກິດ​ສັງຄົມ ​ໃນ​ລາວ​ນັບ​ຈາກ​ປີ 2011 ​ເປັນຕົ້ນມາ ​ແລະ ຈະ​ສິ້ນສຸດ​ແຜນການ​ໃນ​ທ້າຍ​ເດືອນ​ກັນຍາ 2015 ນີ້ ກໍ​ພົບ​ວ່າ ລາວຈະ​ບໍ່​ສາມາດບັນ​ລຸ​ເປົ້າໝາຍ ສະຫັດ​ສະ​ວັດ ການ​ພັດທະນາ​ໃນ 6 ດ້ານ​ຈາກ​ທັງ​ໝົດ 9 ດ້ານ ທີ່​ໄດ້​ຕົກລົງ​ໄວ້​ກັບ UNDP.

ໂດຍ​ທັງ 6 ດ້ານ​ດັ່ງກ່າວ​ນີ້ ກໍ​ປະກອບ​ດ້ວຍ​ການ​ທີ່​ເດັກນ້ອຍ ອາຍຸ​ຕ່ຳ​ກວ່າ 5 ປີ ຍັງ​ມີ​ສ່ວນ​ສູງ ​ແລະ​ ນ້ຳໜັກ​ຕ່ຳ​ກວ່າ​ເກນ​ມາດຕະຖານ ການ​ເຂົ້າ​ໂຮງຮຽນ ​ແລະ ສືບ​ຕໍ່ການ​ຮຽນ​ຈົນ​ຈົບ​ຊັ້ນປະຖົມ​ປີ​ທີ 5 ຍັງ​ເພີ້​ມຂຶ້ນຢ່າງ​ຊັກ​ຊ້າ ອັດຕາ​ການ​ຕາຍ ຂອງ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 1 ປີ ຍັງ​ສູງ ອັດຕາ​ການ​ຕາຍ​ຂອງ​ແມ່ຍິງ​ຂະນະ​ຖືພາ​ກໍ​ຍັງ​ສູງ ສ່ວນ​ການ​ເພີ້​ມອັດຕາ​ການ​ປົກ​ຫຸ້ມ​ປ່າ​ໄມ້​ກໍ​ຍັງ​ປະຕິບັດ​ໄດ້​ຕ່ຳ​ຫຼາຍ ​ແລະ ການ​ເກັບ​ກູ້​ລະ​ເບີດ​ບໍ່​ທັນ​ແຕກ (UXO) ກໍ​ປະຕິບັດ​ໄດ້​ໃນ​ພື້ນ​ທີ່​ຢ່າງ​ຈຳ​ກັດ.

ທາງ​ດ້ານ ທ່ານ​ນາງ​ຄຳ​ແສງ ພິລາ​ວົງ ຮອງ​ຫົວໜ້າ​ສູນ​ໂຄ​ສະນາ​ການ ກະ​ຊົວງສາທາ
ລະນະ​ສຸກ ຍອມຮັບ​ວ່າ ​ເດັກນ້ອຍ​ລາວ​ທີ່​ມີ​ໂອກາດ​ໄດ້​ຮັບ​ການ​ລ້ຽງ​ດູ​ດ້ວຍ​ນ້ຳນົມ​ແມ່
ນັບ​ຕັ້ງ​ແຕ່​ມື້​ເກີດ​ຈົນ​ຮອດ ອາ​ຍຸ 6 ​ເດືອນ​ຍັງ​ຄິດ​ເປັນ​ອັດຕາ​ສະ​ເລ່ຍພຽງ​ແຕ່ 40 ​ເປີ​ເຊັນ
​ເທົ່າ​ນັ້ນ ຈຶ່ງ​ບໍ່​ພຽງ​ຈະ​ເປັນ​ລະດັບ​ທີ່​ຕ່ຳ​ສຸຸດ​ໃນ​ກຸ່ມ​ອາ​ຊຽນດ້ວຍ​ກັນ​ເທົ່າ​ນັ້ນ ​ແຕ່​ວ່າ ກໍ​ຍັງ​
ເຮັດ​ໃຫ້​ເດັນ​ນ້ອຍ​ໃນ​ລາວ ມີ​ຄວາມ​ສ່ຽງ​ສູງ ທີ່​ຈະ​ເສຍ​ຊີວິດ​ຈາກ​ໂຣກທີ່​ສາມາດ​ປ້ອງ​ກັນ​
ໄດ້​ອີກ​ດ້ວຍ ດັ່ງ​ທີ່ ທ່ານ​ນາງ​ຄຳແສງ ​ໄດ້​ຢືນຢັນ​ວ່າ:

“ລ້ຽງ​ລູກ​ດ້ວຍ​ນົມ​ແມ່ ຢ່າງ​ດຽວ​ນີ້​ນ່ະ ​ແຕ່​ມື້​ເກີດ​ຮອດ​ຫົກ​ເດືອນ​ນີ້ ດຽວ​ນີ້​ເຮົາ​ໄດ້
40 ​ເປີ​ເຊັນ ນີ້​ແມ່ນ​ຍັງ​ຕ່ຳ​ໂພດ ​ເຮົາ​ຕ້ອງ​ໄດ້​ບືນ​ຕື່ມ ​ເພິ່ນ​ໄດ້​ເຮັດ​ການຄົ້ນຄວ້າ ​
ແລະ ສົມ​ທຽບ​ກັນ​ແລ້ວ ​ເຫັນ​ວ່າ ​ເດັກນ້ອຍ ທີ່​ບໍ່​ໄດ້​ຖືກ​ລ້ຽງ​ລູກ​ດ້ວຍ​ນ້ຳນົມ​ແມ່
ຫັ້ນນ່ະ ​ຫຼະ​ແມ່ນ​ມີ​ຄວາມ​ສ່ຽງ​ຕໍ່​ການ​ຕາຍ​ຍ້ອນ​ພະຍາດ​ຖອກທ້ອງ 7 ເທົ່າ​ ​ແລ້ວ​
ກະ​ມີ​ຄວາມ​ສ່ຽງ ຕໍ່​ການ​ຕາຍ​ຍ້ອນ​ພະຍາດ​ອັກ​ເສບ​ປອດ 5 ​ເທົ່າ​.”

ນອກຈາກ​ນັ້ນ ອັດຕາ​ການ​ເສຍ​ຊີວິດ​ຂອງ​ແມ່ ​ໃນ​ຂະນະ​ຖືພາ ທີ່​ເຖິງ​ແມ່ນ​ວ່າ ຈະຫລຸດລົງ​
ຈາກ 650 ​ໃນ​ທຸກ​ໜຶ່ງ​ແສນ​ຄົນ​ໃນ​ປີ 1995 ມາ​ເປັນ 339 ຄົນກໍ​ຕາມ​ຫາກ​ແຕ່​ວ່າ ການ​ທີ່​
ຈະ​ບັນ​ລຸ​ໃຫ້​ໄດ້ 260 ຄົນ​ໃນ​ປີ 2015 ນີ້ ກໍ​ຖື​ເປັນ​ບັນຫາ​ທີ່​ຍາກ​ຢ່າງ​ຍິ່ງ ​ແລະ ການ​ເສຍ​
ຊີວິດ​ຂອງ​ແມ່​ຂະນະ​ຖືພາ​ດັ່ງກ່າວ​ນີ້ ​ໃນ​ລາວ​ຍັງ​ຖື​ເປັນ​ອັດຕາ ທີ່​ສູງ​ທີ່​ສຸດ ​ໃນ​ປະເທດ
ສະມາຊິກ​ ໃນ​ອາ​ຊຽນດ້ວຍ​ກັນ​ອີກ​ດ້ວຍ.

XS
SM
MD
LG