ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າແຂວງຈຳປາສັກ ເຊື່ອວ່າບັນດາ ວິສາຫະກິດ ຂອງ ຫວຽດນາມ ຈະກ້າວຂຶ້ນ ເປັນຜູ້ລົງທຶນ ອັນດັບທີ 1


ບັນດາເຈົ້າໜ້າທີ່ ລາວ ແລະ ຫວຽດນາມ ເຂົ້າຮ່ວມພິທີເປີດ
ການກໍ່ສ້າງເຂື່ອນໄຟຟ້າ ເຊຂະໝານ 3.
ບັນດາເຈົ້າໜ້າທີ່ ລາວ ແລະ ຫວຽດນາມ ເຂົ້າຮ່ວມພິທີເປີດ ການກໍ່ສ້າງເຂື່ອນໄຟຟ້າ ເຊຂະໝານ 3.

ເຈົ້າແຂວງຈຳປາສັກ ເຊື່ອໝັ້ນວ່າ ບັນດາວິສາຫະກິດຂອງ ຫວຽດນາມ ຈະສາມາດ
ກ້າວຂຶ້ນເປັນຜູ້ລົງທຶນອັນດັບທີ 1 ໃນແຂວງຈຳປາສັກໄດ້ແນ່ນອນ ໂດຍໃນປັດຈຸບັນນີ້
ກໍຢູ່ໃນອັນດັບທີ 2 ແລ້ວ.

ທ່ານ ບຸນຖອງ ດີວິໄຊ ເຈົ້າແຂວງ ແລະ ເລຂາພັກແຂວງຈຳປາສັກ ຖະແຫຼງຢືນຢັນວ່າ
ການພົວພັນຮ່ວມມືລະຫວ່າງແຂວງຈຳປາສັກກັບບັນດາ 15 ແຂວງ 3 ນະຄອນ 1 ສະ
ຖາບັນຢູ່ໃນເຂດພາກກາງ ແລະ ພາກໃຕ້ຂອງ ຫວຽດນາມ ໄດ້ຂະຫຍາຍຕົວເພີ່ມຂຶ້ນ
ໃນທຸກໆດ້ານ ໂດຍສະເພາະແມ່ນການຮ່ວມມືໃນດ້ານເສດຖະກິດນັ້ນ ກໍເຊື່ອໝັ້ນວ່າ
ບັນດາວິສາຫະກິດຂອງ ຫວຽດນາມ ຈະສາມາດກ້າວຂຶ້ນເປັນຜູ້ລົງທຶນອັນດັບທີ 1
ໃນແຂວງຈຳປາສັກໄດ້ຢ່າງແນ່ນອນ ດັ່ງທີ່ທ່ານ ບຸນຖອງ ໄດ້ໃຫ້ການອະທິບາຍວ່າ

"ມາຮອດປັດຈຸບັນແຂວງພວກເຮົາໄດ້ພົວພັນກັບບັນດາແຂວງພາກກາງ-ພາກໃຕ້ຂອງ
ຫວຽດນາມ ນີ້ 15 ແຂວງ 3 ນະຄອນ ແລະ 1 ສະຖາບັນ ຜົນງານທີ່ພວກເຮົາໄດ້ຮ່ວມື
ກັນນີ້ ກະສະແດງອອກໃນພາກປະຕິບັດຕົວຈິງ ເປັນຕົ້ນທາງດ້ານວັດທະນະທຳສັງຄົມ,
ທາງດ້ານການສຶກສາ ແຕ່ລະປີນີ້ໄດ້ສົ່ງລູກຫຼາຍເຮົາໄປຮໍ່າໄປຮຽນໃນຂະແໜງວິຊາ
ອາຊີບອື່ນໆ ນອກຈາກນັ້ນອີກ ທາງດ້ານເສດຖະກິດນີ້ ບັນດາບໍລິສັດ ບັນດາແຂວງຢູ່
ພາກກາງ-ພາກໃຕ້ນີ້ມາລົງທຶນຢູ່ແຂວງເຮົາມີ 44 ໂຄງການ 300 ກວ່າລ້ານໂດລາ
ສະຫະລັດ ເປັນອັນດັບທີ 2 ຂອງການລົງທຶນຊຶ່ງແຂວງເຮົາມີ 18 ປະເທດມາລົງທຶນ."

ແຕ່ຢ່າງໃດກໍຕາມ ທ່ານ ບຸນທຽມ ເພຍສາຂາ ຫົວໜ້າພະແນກແຜນການ ແລະ ການ
ລົງທຶນແຂວງຈຳປາສັກ ໄດ້ໃຫ້ການຢືນຢັນກ່ອນໜ້ານີ້ວ່າ ອຳນາດການປົກຄອງແຂວງ
ຈຳປາສັກ ໄດ້ອອກຄຳສັ່ງໃຫ້ຍົກເລີກການລົງທຶນຂອງບໍລິສັດຕ່າງຊາດ 51 ໂຄງການ
ເພາະກວດພົວວ່າມີຄວາມຄືບໜ້າ ແລະ ບໍ່ໄດ້ນຳເງິນລົງທຶນມາໃນໂຄງການແຕ່ຢ່າງໃດ
ຊຶ່ງໃນນີ້ກໍລວມເຖິງການລົງທຶນຂອງບັນດາວິສາຫະກິດຂອງ ຫວຽດນາມ ດ້ວຍຈຳນວນ
20 ໂຄງການທີ່ມີບັນຫາທາງດ້ານເງິນທຶນ ແລະ ບໍ່ສາມາດດຳເນີນໂຄງການຕໍ່ໄປໄດ້ນັ້ນ
ເອງ.

ກ່ອນໜ້ານີ້ ກຸ່ມບໍລິສັດ Hoang Anh Gia Lai ຂອງ ຫວຽດນາມ ລາຍງານວ່າບໍລິສັດກຳ
ລັງຈະຂາຍສຳປະທານສວນຢາງພາລາໃນເນື້ອທີ່ 20,000 ກວ່າເຮັກຕາ ແລະ ໂຮງງານ
ປຸງແຕ່ງນໍ້າຕານທີ່ບໍລິສັດໄດ້ລົງທຶນໃນແຂວງອັດຕະປື ເພາະວ່າບໍລິສັດກຳລັງປະເຊີນ
ກັບບັນຫາຂາດທຶນ ແລະ ເປັນໜີ້ຢ່າງໜັກໜ່ວງອັນເປັນຜົນຈາກການຕົກຕໍ່າຂອງລາຄາ
ຢາງພາລາໃນຕະຫຼາດໂລກທີ່ຫຼຸດລົງຈາກລາຄາສະເລ່ຍ 14,000 ກີບຕໍ່ກິໂລກຣາມໃນປີ
2013 ມາເປັນ 5,000 ກີບຕໍ່ກິໂລກຣາມໃນປັດຈຸບັນ.

ທັງນີ້ໂດຍກຸ່ມບໍລິສັດ Hoang Anh Gia Lai ມີໜີ້ສິນເຖິງ 366 ລ້ານໂດລາທີ່ຈະຕ້ອງ
ຊຳລະຄືນໃຫ້ກັບບັນດາທະນາຄານໃນ ຫວຽດນາມ ທັງຍັງເປັນໜີ້ກອງທຶນ Temasek
ຂອງລັດຖະບານ ສິງກະໂປ ອີກ 50 ລ້ານໂດລາ ຈຶ່ງຕ້ອງຂາຍສຳປະທານສວນຢາງພາ
ລາ ແລະ ໂຮງງານປຸງແຕ່ງນໍ້າຕານໃນ ລາວ ໃຫ້ກຸ່ມທຸລະກິດຈາກ ຈີນ ເພື່ອນຳເອົາເງິນ
ໄປຊຳລະຄືນໃຫ້ກັບເຈົ້າໜ້າທີ່ດັ່ງກ່າວ.

ທາງດ້ານເຈົ້າໜ້າທີ່ຂັ້ນສູງໃນກະຊວງໂຍທາທິການ ແລະ ຂົນສົ່ງຂອງ ລາວ ເປີດເຜີຍ
ວ່າ ບັນຫາໜີ້ສິນຂອງກຸ່ມບໍລິສັດ Hoang Anh Gia Lai ຍັງສົ່ງຜົນກະທົບເຖິງໂຄງ
ການກໍ່ສ້າງສະໜາມບິນໃໝ່ຢູ່ທີ່ບ້ານໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ທີ່ລົງທຶນ
ກໍ່ສ້າງໂດຍກຸ່ມບໍລິສັດ Hoang Anh Gia Lai ດ້ວຍ ເພາະການດຳເນີນງານນັບຈາກປີ
2014 ເປັນຕົ້ນມາ ໄດ້ຄືບໜ້າໄປແລ້ວພຽງ 40 ເປີເຊັນ ເທົ່ານັ້ນ ແລະ ຖືວ່າຊັກຊ້າໃນ
ທຸກດ້ານ ເພາະຕາມແຜນການໄດ້ກຳນົດໃຫ້ການກໍ່ສ້າງຈະຕ້ອງແລ້ວສຳເລັດ ແລະ ເປີດ
ໃຊ້ໃຫ້ໄດ້ພາຍໃນທ້າຍປີ 2016 ທີ່ຜ່ານມາ.

ຍິ່ງໄປກວ່ານັ້ນ ການກໍ່ສ້າງຍັງບໍ່ໄດ້ມາດຕະຖານຕາມແບບທີ່ລັດຖະບານ ລາວ ກຳນົດ
ອີກດ້ວຍ ຊຶ່ງກໍໄດ້ເປັນຜົນເຮັດໃຫ້ທ່ານ ບຸນຈັນ ສິນທະວົງ ລັດຖະມົນຕີວ່າການກະຊວງ
ໂຍທາທິການ ແລະ ຂົນສົ່ງອອກຄຳສັ່ງໃຫ້ໂຈະການກໍ່ສ້າງສະໜາມບິນເປັນການຊົ່ວຄາວ
ນັບຈາກກາງປີ 2015 ເປັນຕົ້ນມາ.

ກຸ່ມບໍລິສັດ Hoang Anh Gia Lai ເປັນບໍລິສັດໃຫຍ່ອັນດັບທີ 2 ໃນຕະຫຼາດຫຸ້ນ ຫວຽດ
ນາມ ໄດ້ເນັ້ນໜັກການລົງທຶນໃນການປູກຢາງພາລາ, ການຂຸດຄົ້ນແຮ່ທາດ, ການກໍ່ສ້າງ
ເຂື່ອນໄຟຟ້າ ແລະ ອຸດສາຫະກຳແປຮູບໄມ້ ໂດຍມີມູນຄ່າລົງທຶນໃນ ລາວ ຫຼາຍກວ່າ
1,000 ລ້ານໂດລາໃນປັດຈຸບັນນີ້.

XS
SM
MD
LG