ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ທາງການແຂວງ ຈຳປາສັກ ຈະສົ່ງເສີມການທ່ອງທ່ຽວ ພາຍໃນປະເທດ ໃຫ້ຫຼາຍຂຶ້ນ


ວັດພູຈຳປາສັກ.
ວັດພູຈຳປາສັກ.

ທາງການແຂວງຈຳປາສັກ ຈະສົ່ງເສີມການທ່ອງທ່ຽວພາຍໃນປະເທດ ໃຫ້ຫຼາຍຂຶ້ນດ້ວຍຈຸດພິເສດທີ່ຮອງຮັບໄດ້ທັງການທ່ອງທ່ຽວປະຫວັດສາດ, ວັດທະນະທຳ, ທຳມະຊາດ, ກະສິກຳ ແລະ ຜະຈົນໄພ.

ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ຖະແຫຼງວ່າສະພາບການທ່ອງທ່ຽວໃນປີ 2021 ນີ້ຈະປັບຕົວດີຂຶ້ນ ເມື່ອທຽບກັບປີ 2020 ທີ່ຜ່ານມາ ໂດຍເຖິງແມ່ນວ່າຈະຍັງບໍ່ສາມາດເປີດປະເທດເພື່ອຮອງຮັບນັກທ່ອງທ່ຽວຊາວຕ່າງຊາດໄດ້ຕາມປົກກະຕິກໍຕາມ ຫາກແຕ່ວ່າດ້ວຍການສົ່ງເສີມການທ່ອງທ່ຽວພາຍໃນປະເທດທີ່ເອີ້ນວ່າ ລາວ ທ່ຽວ ລາວ ນັ້ນໂດຍສົມທົບກັບການທີ່ແຂວງຈຳປາສັກມີຈຸດພິເສດເຖິງ 5 ດ້ານທີ່ຮອງຮັບໄດ້ທັງການທ່ອງທ່ຽວປະຫວັດສາດ, ວັດທະນະທຳ, ທຳມະຊາດ, ກະສິກຳ ແລະ ການຜະຈົນໄພດ້ວຍນັ້ນ ຈຶ່ງໝັ້ນໃຈວ່າຈະສາມາດດຶງດູດນັກທ່ອງທ່ຽວ ລາວ ແລະ ຕ່າງຊາດໃຫ້ເດີນທາງມາແຂວງຈຳປາສັກ ເພີ່ມຂຶ້ນໃນປີ 2021 ນີ້ດັ່ງທີ່ທ່ານ ວິໄລວົງ ໄດ້ໃຫ້ການຢືນຢັນວ່າ

“ຈະສຸມໃສ່ສົ່ງເສີມການທ່ອງທ່ຽວພາຍໃນໂຄງການ ລາວທ່ຽວລາວ ເພາະວ່າແຂວງຈຳປາສັກພວກເຮົານີ້ເປັນແຂວງທີ່ມີຈຸດພິເສດແຕກຕ່າງແຂວງອື່ນ ແຂວງອື່ນອາດຈະມີໂຄງການທ່ອງທ່ຽວມີແຕ່ 2-3 ໂຄງການ ເຮົາແມ່ນ 5 ໂຄງການທີ່ພວກເຮົາສິບຸກບືນ ລາວທ່ຽວລາວ ນຶ່ງລະພວກເຮົາແມ່ນມີວັດຖຸເປັນມໍລະດົກໂລກໃນການທ່ອງທ່ຽວປະຫວັດສາດ ເຮົາມີການທ່ອງທ່ຽວວັດທະນະທຳ ເຮົາມີການທ່ອງທ່ຽວກະສິກຳສະອາດ ເຮົາມີການທ່ອງທ່ຽວທຳມະຊາດ ແລະ ມີການທ່ອງທ່ຽວຜະຈົນໄພ.”

ໃນຕະຫຼອດປີ 2020 ທີ່ຜ່ານມາກໍປາກົດວ່າ ມີນັກທ່ອງທ່ຽວ ລາວ ແລະ ຊາວຕ່າງຊາດເດີນທາງມາໃນແຂວງຈຳປາສັກພຽງ 1 ແສນກວ່າຄົນເທົ່ານັ້ນ ໃນຂະນະທີ່ແຜນການໄດ້ວາງເປົ້າໝາຍເອົາໄວ້ເຖິງ 1 ລ້ານຄົນ ໝາຍຄວາມວ່າມີຄົນ ລາວ ແລະ ຊາວຕ່າງຊາດເດີນທາງມາທ່ອງທ່ຽວໃນແຂວງຈຳປາສັກພຽງ 10 ເປີເຊັນນຂອງແຜນການຕະຫຼອດປີ 2020 ທີ່ຜ່ານມາ.

ສ່ວນເຈົ້າໜ້າທີ່ຂັ້ນສູງໃນກົມສົ່ງເສີມການທ່ອງທ່ຽວເປີດເຜີຍວ່າ ຫົວໜ່ວຍທຸລະກິດທີ່ໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກການລະບາດຂອງໄວຣັສ COVID-19 ຄືພາກທຸລະກິດບໍລິການ ແລະ ທ່ອງທ່ຽວ ໂດຍສະເພາະແມ່ນຢູ່ໃນເຂດນະຄອນຫຼວງວຽງຈັນ ຊຶ່ງມີໜ່ວຍທຸລະກິດບໍລິການ ແລະ ທ່ອງທ່ຽວ ໂຮງແຮມ, ບ້ານພັກ, ຮ້ານອາຫານ, ຮ້ານກິນດື່ມ ແລະ ສະຖານບັນເທີງຕ່າງໆຫຼາຍທີ່ສຸດໃນ ລາວ ນັ້ນຍ່ອມເປັນເຂດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ເພາະວ່າການປິດດ່ານຊາຍແດນຕິດຕໍ່ກັບປະເທດເພື່ອນບ້ານນັບຕັ້ງແຕ່ເດືອນເມສາ 2020 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ໄດ້ສົ່ງຜົນເຮັດໃຫ້ບໍ່ມີນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ເລີຍນັ້ນເອງ.

ໂດຍໃນຊ່ວງ 3 ເດືອນຕົ້ນປີ 2020 ມີນັກທ່ອງທ່ຽວຊາວຕ່າງຊາດ 886,000 ກວ່າຄົນ ທີ່ເດີນທາງເຂົ້າມາໃນ ລາວ ກໍຄືເຂດນະຄອນຫຼວງວຽງຈັນ ຄິດເປັນ 40 ເປີເຊັນຂອງແຜນການປີ 2020 ທີ່ໄດ້ວາງຄາດໝາຍຈະດຶງດູດເອົານັກທ່ອງທ່ຽວຕ່າງຊາດໃຫ້ເດີນທາງມານະຄອນຫຼວງວຽງຈັນຫຼາຍກວ່າ 2.2 ລ້ານຄົນ ຊຶ່ງເປັນໄປບໍ່ໄດ້ຢ່າງຄັກແນ່ແລ້ວນັ້ນ ເພາະລັດຖະບານ ລາວ ຍັງຄົງສືບຕໍ່ມາດຕະການປິດດ່ານຊາຍແດນ ແລະ ບໍ່ອະນຸຍາດໃຫ້ນັກທ່ອງທ່ຽວຊາວຕ່າງຊາດເດີນທາງເຂົ້າມາໃນ ລາວ ຈົນເຖິງປັດຈຸບັນນີ້.

ແຕ່ຢ່າງໃດກໍຕາມ ການທີ່ນະຄອນຫຼວງວຽງຈັນ ໄດ້ຕົກລົງເຂົ້າຮ່ວມເປັນສະມາຊິກຂອງອົງການສົ່ງເສີມການທ່ອງທ່ຽວໃນເອເຊຍປາຊີຟິກ ຢ່າງເປັນທາງການເມື່ອບໍ່ນານມານີ້ກໍເຮັດໃຫ້ທາງການລາວເຊື່ອວ່າຈະສົ່ງຜົນດີຕໍ່ການດຶງດູດເອົານັກທ່ອງທ່ຽວຊາວຕ່າງຊາດໃຫ້ເດີນທາງເຂົ້າມາໃນ ລາວ ເພີ່ມຂຶ້ນ ໃນປີ 2021 ນີ້ໂດຍສະ ເພາະກໍແມ່ນພາຍຫຼັງຈາກທີ່ ລາວ ກັບນານາຊາດສາມາດຄວບຄຸມການລະບາດຂອງໄວຣັສ COVID-19 ໄດ້ຢ່າງຄັກແນ່ແລ້ວນັ້ນ ເພາະວ່າທັງ 128 ເມືອງທີ່ເປັນສະມາຊິກຂອງອົງການສົ່ງເສີມການທ່ອງທ່ຽວໃນເອເຊຍປາຊີຟິກ ທີ່ມີປະຊາກອນລວມກັນຫຼາຍກວ່າ 300 ລ້ານຄົນນັ້ນ ຍ່ອມຈະສົ່ງຜົນດີຕໍ່ພາກທຸລະກິດບໍລິການ ແລະ ທ່ອງທ່ຽວໃນເຂດນະຄອນຫຼວງວຽງຈັນດ້ວຍນັ້ນເອງ.

ທັງນີ້ອົງການທ່ອງທ່ຽວໂລກຄາດການວ່າ ນັກທ່ອງທ່ຽວສາກົນທີ່ເດີນທາງໃນຕະຫຼອດປີ 2020 ໄດ້ຫຼຸດລົງ ລະຫວ່າງ 60-80 ເປີເຊັນຊຶ່ງກະທົບຕໍ່ການຈ້າງງານໃນຂະແໜງການທ່ອງທ່ຽວຈຳນວນ 100-120 ລ້ານຄົນ ຊຶ່ງຈະເຮັດໃຫ້ລາຍຮັບໃນພາກບໍລິການ ແລະ ທ່ອງທ່ຽວຫຼຸດລົງເຖິງ 1,200 ຕື້ໂດລາໃນທົ່ວໂລກ ໃນນີ້ກໍລວມເຖິງການສູນເສຍລາຍໄດ້ຂອງພາກບໍລິການ ແລະ ທ່ອງທ່ຽວໃນ ລາວ ທີ່ຄິດເປັນມູນຄ່າລວມເກີນກວ່າ 700 ລ້ານໂດລາດ້ວຍ.

XS
SM
MD
LG