ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ Chad ຊ່ວຍເຫຼືອ ຊາວໄນຈີເຣຍ ທີ່ຖືກກຸ່ມໂບໂກ ຮາຣາມ ລັກຈັບໄປ


ແຜນທີ່ປະເທດ Chad ໃນອາຟຣິກາ.
ແຜນທີ່ປະເທດ Chad ໃນອາຟຣິກາ.

ເຈົ້າໜ້າ​ທີ່​ກ່າວ​ວ່າ ກຳລັງ​ຮັກສາ​ຄວາມ​ໝັ້ນຄົງ ​ໃນປະ​ເທດ
Chad ​ໄດ້​ຊ່ວຍ​ເຫຼືອຊາວໄນ​ຈີ​ເຣຍ ທີ່​ຖືກ​ພວກ​ຫົວ​ຮຸນ​ແຮງ ​
ໂບ​ໂກ ຮາຣາມ ຊຶ່ງ​ເປັນ​ກຸ່ມອິສລາມ​ກໍ່​ການ​ຮ້າຍໄນຈີ​ເຣຍ
​ລັກ​ພາ​ຕົວ​ໄປ​ເມື່ອ​ບໍ່​ດົນ​ມາ​ນີ້.

ພວກ​ຄົນເຫຼົ່ານັ້ນ ຖືກ​ພວກ​ຫົວ​ຮຸນ​ແຮງ​ດັ່ງກ່າວ ຈັບ​ໄປ​ເມື່ອ
​ວັນ​ອາທິດ​ແລ້ວ​ນີ້ ​ໃນ​ການ​ບຸກ​ໂຈມ​ຕີ​ເມືອງ​ນຶ່ງ​ ​ໃກ້​ກັບ​ຊາຍ
​ແດນ​ຕິດ​ກັບປະ​ເທດ Chad ນັ້ນ.

ພວກ​ກໍ່​ການ​ຮ້າຍ ພ້ອມ​ດ້ວຍຊາວໄນ​ຈີ​ເຣຍ ທີ່ຖືກ​ລັກ​ພາ​ຕົວ
ໄປ ຈຳນວນ 100 ຄົນ ​ໄດ້​ຖືກ​ກອງທະຫານ Chad ຢຸດ​ໄວ້​
ຢູ່​ຊາຍ​ແດນ.

ບໍ່ເປັນ​ທີ່​ແຈ້ງຂາວ​ໃນ​ທັນທີນີ້​ເທື່ອ ວ່າ ພວກທະຫານ Chad ​ເຮັດ​ຢ່າງ​ໃດ​ກັບ​ພວກໂບ​ໂກ ຮາຣາມ ຫຼືວ່າ ​ພວກ​ຊາວໄນ​ຈີ​ເຣີຍ ທີ່​ຖືກ​ຊ່ວຍ​ມາ​ໄດ້​ນັ້ນ ​ໄດ້​ສົ່ງກັບ​ຄືນ​ເມືອ​ບ້ານ​ແລ້ວ​ບໍ່?

ພວກໂບໂກ ຮາຣາມ ຢາກ​ຈັດ​ຕັ້ງ​ລັດ​ອິສລາມຂຶ້ນ​ຢູ່​ໄນ​ຈີ​ເຣຍ ທີ່ພົນລະ ​ເມືອງ ຫຼາຍກວ່າ 170 ລ້ານ​ຄົນ ​ແບ່ງ​ເປັນ​ສອງ​ສ່ວນເກືອບເທົ່າໆ​ກັນ​ລະຫວ່າງ ຊາ​ວມຸສລິ​ມສ່ວນ​ໃຫຍ່​ຢູ່​ໃນ​ພາກ​ເໜືອ ​ແລະຊາວ​ຄຣິສຕຽນ ສ່ວນຫຼາຍ​ຢູ່ພາກ​ໃຕ້.

ກຸ່ມ​ດັ່ງກ່າວ​ ໄດ້​ຖືກ​ກ່າວ​ຫາ​ວ່າ ​ລັກ​ພາ​ຕົວຫຼາຍຮ້ອຍ​ຄົນ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງເໜືອ ​ເພື່ອ​ນຳ​ມາໃຊ້ເປັນ ທະຫານ​ເກນ​ ​ເປັນ​ເມຍ ​ແລະ ຂ້າ​ທາດ.

ການ​ລັກ​ພາ​ຕົວ​ພ​ວກເດັກນັກຮຽນຍິງ ຈາກ​ເມືອງ Chibok ທີ່ຢູ່​ຫ່າ​ງໄກ​ສອກຫຼີກ ຂອງ
ພວກໂບ​ໂກ ຮາຣາມ ​ເມື່ອວັນ​ທີ 14 ​ເ​ດືອນເມສາ​ປີ​ນີ້​ ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈຈາກ​ນາໆ​
ຊາດ ​ໄປ​ຍັງ​ບັນຫາ​ຂໍ້ຂັດ​ແຍ້​ງດັ່ງກ່າວ ​ ນັ້ນ ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ ​ແລະມີ​ການສະ​ເໜີໃຫ້​
ຄວາມ​ຊ່ວຍ​ເຫຼືອ ຈາກບັນດາມະຫາ​ອຳນາດ​ຕາ​ເວັນ​ຕົກ​ ອີກ​ດ້ວຍ.

XS
SM
MD
LG