ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

Chad ກ່າວວ່າ ກໍາລັງຂອງຕົນ ສັງຫານ ຜູ້ບັນຊາການ ອາລກາອີດາ


ພາບຖ່າຍທ້າວ Abou Zeid ທີ່ເຜີຍແຜ່ໃນ ວັນທີ່ 25 ເດືອນທັນວາ ປີ 2012
ພາບຖ່າຍທ້າວ Abou Zeid ທີ່ເຜີຍແຜ່ໃນ ວັນທີ່ 25 ເດືອນທັນວາ ປີ 2012
ປະທານາທິບໍດີ Chad ກ່າວ​ວ່າ ກໍາລັງ​ທະຫານ​ຂອງ​ທ່ານໄດ້​ສັງ
ຫານ ຜູ້​ບັນຊາ​ການ ກຸ່ມ​ກໍ່​ການ​ຮ້າຍອາລກາ​ອີ​ດາ​ ທີ່ເປັນ​ໜ້າ
ຢ້ານ​ກົວ ທ້າວ Abdelhamid Abou Zeid ​ໃນ​ລະຫວ່າງການ
​ສູ້​ລົບ​ກັນ​ທີ່​ພາກ​ເໜືອ ​ຂອງມາລີ.

ລາຍງານ​ທີ່ຍັງ​ບໍ່​ທັນ​ໄດ້ຮັບ​ການ​ຢືນຢັນກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງທ້າວ Abou Zeid ໄດ້​ເລີ້ມຂຶ້ນ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ນີ້​ໃນຂະນະ​ທີ່ກຳລັງ​ຂອງ ຝຣັ່ງ ​ແລະ​ Chad ສູ້​ລົບ​ກັບ​ພວກ​ຫົວ​ຮຸນ​ແຮງອິສລາມ ຢູ່​ໃນ​ເຂດພູ​ຜາ ໃກ້​ບໍລິ​ເວນ​ຊາຍ​ແດນ​ Mali ​ຕິດ​ກັບ Algeria.

ລາຍ​ລະ​ອຽດກ່ຽວກັບ​ການ​ສັງຫານ ຍັງບໍ່​ທັນເປັນ​ທີ່​ແຈ່ມ​ແຈ້ງ ​ໃນ​ຕອນ​ແລງ​ວັນ​ສຸກ​ວານນີ້. ​ໃນ​ການ​ຖະ​ແຫຼງ​ທີ່​ນະຄອນ​ N’Djamena ເມືອງ ​ຫລວງ​ຂອງ Chad ປະທານາທິບໍດີ Idriss Deby ກ່າວ​ວ່າ ກໍ​າລັງ​ທະຫາ​ນຂອງ​ທ່ານ ​ໄດ້​ສັງຫານ​ຜູ້​ນໍາກຸ່ມ​ຫົວ​ຮຸນ​ແຮງສອງ​ຄົນ ຮວມ​ທັງ ທ້າວ Abou Zeid. ​ກ່ອນ​ໜ້ານີ້ ສື່​ມວນ​ຊົນ Algeria ລາຍ​ງາ​ນວ່າ ທ້າວ Abou Zeid ​ແລະ​ພວກ​ລູກ​ນ້ອງປະມານ 40 ຄົນ​ ໄດ້​ຖື​ກສັງ ຫານ ໃນ​ວັນ​ຈັນຜ່ານ​ມາ ​ໃນ​ການ​ໂຈມຕີທາງ​ອາກາດ​ຂອງຝຣັ່ງ. ​ແຕ່​ພວກ​ເຈົ້າໜ້າ​ທີ່ຝຣັ່ງ ມາລີ ​ແລະອາລຈີ​ເຣຍ ​ຕ່າງ​ກໍບໍ່ໄດ້​ໃຫ້ການ​ຢືນ ຢັນ​ກ່ຽວ​ກັບ​ການຕາຍ​ຂອງ ທ້າວ Abou Zeid.

ລາຍ​ງານ​ຂ່າວຂອງອາລຈີ​ເຣຍ ​ແລະຝຣັ່ງ ​ແຈ້ງ​ວ່າ ​ໂຕ​ຢ່າງ DNA ​ໄດ້​ນໍາ​ມາ​ຈາກຍາດ
ຕິ​ພີ່ນ້ອງ​ຂອງ ຜູ້​ບັນຊາ​ການກຸ່ມ​ຫົວ​ຮຸນ​ແຮງ ​ແລະ​ເຈົ້າ​ໜ້າ​ທີ່​ໄດ້​ພະຍາຍາມສົມ​ທຽບ​ກັບ​ໂຕ​ຢ່າງ​ ກັບຊາກ​ສົບ​ທີ່​ພົບ​ເຫັນ​ຢູ່​ໃນ​ພາກ​ເໜືອ​ຂອງມາລີ.

ທ້າວ Abou Zeid ​ທີ່ເກີດ​ຢູ່ອາລຈີ​ເຣຍ ​ແມ່ນຄົນ​ນຶ່ງ ​ໃນ​ບັນດາຜູ້ນໍາ ກຸ່ມ​ກໍ່​ການ​ຮ້າຍ Al-Qaida ​ໃນ​ເຂດ​ອິສລາມ Maghreb ຫລື AQIM ຊຶ່ງ​ເປັນສາຂາກຸ່ມ​ກໍ່​ການ​ຮ້າຍ​ອາລກາ​ອີີ​ດາ​ໃນພາກ​ເໜືອ​ຂອງອາ​ຟຣິກາ.

ລາວໄດ້​ມີ​ສ່ວນ​ພົວພັນກັບ​ການລັກພາ​ໂຕ​ຊາວ​ຢູ​ໂຣບຫລາຍ​ຄົນ ຊຶ່ງ​ໄດ້ ຮັບ​ເງິນ​ຄ່າ​ໄຖ່​ຫຼາຍລ້ານ​ໂດ​ລາ ​ເພື່ອ​ໃຊ້​ໃນ​ການ​ປະຕິບັດ​ງານຂອງ​ກຸ່ມ AQIM.
XS
SM
MD
LG