ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ຊົ່ວຄາວຂອງ ຊາດ ປະເຊີນໜ້າ ກັບການຍາດແຍ່ງອຳນາດ


ປະທານາທິບໍດີຊາດ ທ່ານອີດຣິສ ເດີບີ ອິດໂນ (ກາງ) ກຳລັງລົງຄະແນນສຽງທີ່ໜ່ວຍປ່ອນບັດ ຢູ່ນະຄອນ N'djamena ເມື່ອວັນທີ 11 ເມສາ 2021.
ປະທານາທິບໍດີຊາດ ທ່ານອີດຣິສ ເດີບີ ອິດໂນ (ກາງ) ກຳລັງລົງຄະແນນສຽງທີ່ໜ່ວຍປ່ອນບັດ ຢູ່ນະຄອນ N'djamena ເມື່ອວັນທີ 11 ເມສາ 2021.

ຢູ່ໃນປະເທດຊາດ (Chad) ພັກຝ່າຍຕ່າງໆກຳລັງສ້າງຄວາມບໍ່ແນ່ນອນກ່ຽວກັບ ຄະນະ
ນຳພາຂອງປະເທດທີ່ຕັ້ງຢູ່ໃນເຂດອາຟຣິກາກາງ ຫຼັງຈາກການເສຍຊີວິດ ຢ່າງກະທັນຫັນ
ຂອງຜູ້ນຳ ມາເປັນເວລາດົນນານ ປະທານາທິບໍດີ ອິດຣິສ ເດບີ ອິດໂນ ໃນອາທິດນີິ້.

ໃນວັນພຸດວານນີ້ ສະພາປົກຄອງທະຫານໃນໄລຍະຂ້າມຜ່ານ ໄດ້ແຕ່ງຕັ້ງລູກຊາຍຂອງ
ທ່ານເດບີ ອາຍຸ 37 ປີ ນາຍພົນມະຫາໝັດ “ກາກາ” ອິດຣິສ ເດບີ ອິດໂນ ເປັນຜູ້ນຳຊົ່ວ
ຄາວ. ແຈ້ງການດັ່ງກ່າວ ໄດ້ມີຂຶ້ນນຶ່ງມື້ ຫຼັງຈາກທະຫານ ໄດ້ປະກາດກ່ຽວກັບການເສຍຊີ
ວິດບິດາ|ຂອງທ່ານອາຍຸ 68 ປີຍ້ອນໄດ້ຮັບບາດ ເຈັບໃນທ້າຍອາທິດທີ່ຜ່ານມາ ໃນຂະນະ
ທີ່ໄປຢ້ຽມຢາມກອງທະຫານຢູ່ເຂດແນວໜ້າ.

ທະຫານຊາດພວມສູ້ລົບຢູ່ເຂດແນວໜ້າ ກັບກຸ່ມແນວໂຮມເພື່ອການປ່ຽນແປງ ແລະສ້າງ
ຄວາມປອດດອງຊາດ ຊຶ່ງເປັນກຸ່ມພວກກະບົດຈາກລີເບຍ ທີ່ຮູ້ກັນ ໃນຊື້ຫຍໍ້ ເປັນພາສາ
ຝຣັ່ງວ່າ FACT ທີ່ພວມບຸກຄືບໜ້າ ໄປສູ່ນະຄອນຫຼວງ ນະຈາເມນາ.

ຢູ່ໃນຄວາມເຫັນທີ່ພິມເຜີຍແຜ່ຢູ່ໜ້າເວັບໄຊຂອງປະທານາທິບໍດີ ໃນວັນພຸດວານນີ້ ທ່່ານ
ເດບີ ຜູ້ເປັນລູກຊາຍກ່າວວ່າ ສະພາທະຫານທີ່ແນໃສ່ການຟື້ນຟູໃນການ ປົກຄອງຂອງພົນ
ລະເຮືອນນັ້ນ ແລະຈະຈັດໃຫ້ມີການເລືອກຕັ້ງແບບປະຊາທິປະ ໄຕ ພາຍໃນ 18 ເດືອນ
ຂ້າງໜ້ານີ້.

ທ່ານເດບີ ກ່າວຢູ່ໃນຄຳປາໄສຕໍ່ບັນດາຜູ້ຕາງໜ້າພັກການເມືອງ ອີງຕາມລາຍງານຂອງ
ອົງການຂ່າວຣອຍເຕີ ວ່າ “ສະພາທະຫານບໍ່ມີຄວາມໄຝ່ຝັນທີ່ຈະບໍລິ ຫານປະເທດຕາມ
ລຳພັງ.”

ສະພາທະຫານໄດ້ນຳສະເໜີິກົດບັດໃໝ່ ແທນລັດຖະທຳມະນູນຂອງຊາດ ແລະໃຫ້ທ່ານ
ເດບີມີອຳນາດເປັນປະທານາທິບໍດີ ພ້ອມທັງຄວບຄຸມການທະຫານ ອີງຕາມລາຍງານຂອງ
ອົງການຂ່າວຣອຍເຕີ.

ໃນຂະນະດຽວກັນ ຮອຍແຕກແຫງໄດ້ປາກົດໃຫ້ເຫັນໃນຄະນະນຳພາທະຫານຂອງຊາດ
ອີງຕາມນາຍພົນອິດຣິສ ມະຫາໝັດ ອັບເດີຣາມານ ດິກໂກ ກ່າວ ຕໍ່ວີໂອເອ ຢູ່ໃນການສຳ
ພາດທາງໂທລະສັບ ເມື່ອວັນພຸດວານນີ້.

ທ່ານດິກໂກ ກ່າວວ່າ ທ່ານຕາງໜ້າໃຫ້ “ພວກທະຫານທີ່ນິຍົມສາທາລະນະລັດແຫ່ງຊາດ.”
ທ່່ານກ່າວຕື່ມວ່າ ທ່ານເດີບີ ຜູ້ເປັນລູກຊາຍ ໄດ້ຖືກແຕ່ງຕັ້ງ ໂດຍ “ບັນດາແວດວົງໝູ່ເພື່ອນ
ທະຫານກຸ່ມນ້ອຍໆ” ແລະໄດ້ກ່າວຫາເຂົາເຈົ້າວ່າຕ້ອງ ການທີ່ຈະ “ບໍ່ປະຕິບັດຕາມຂອບເ
ຂດກົດໝາຍ ເພື່ອເຮັດລັດຖະປະຫານນ້ອຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG