N'DJAMENA —
ປະເທດ Chad ເວົ້າວ່າ ກໍາລັງທະຫານຂອງຕົນຢູ່ໃນພາກເໜືອຂອງມາລີ ໄດ້ສັງຫານນາຍ Mokhtar Belmoghtar ຫົວຮຸນແຮງທີ່ເຊື່ອມໂຍງກັບກຸ່ມອາລຄາອີດາ ແລະໄດ້ອ້າງເອົາຄວາມຮັບຜິດຊອບ ສໍາລັບການເຂົ້າຍຶດໂຮງງານແກັສທໍາມະຊາດແຫ່ງນຶ່ງຂອງ ອາລຈີເຣຍໃນຕົ້ນປີນີ້ ທີ່ຍັງຜົນໃຫ້ ມີຜູ້ບາດເຈັບລົ້ມຕາຍນັ້ນ.
ຖະແຫຼງການຂອງກອງທັບ Chad ສະບັບນຶ່ງ ທີ່ອ່ານອອກທາງໂທລະພາບ ເວົ້າວ່າ ນາຍ Belmokhtar ທີ່ມີຕາດຽວ ຖືກສັງຫານເມື່ອວັນເສົາວານນີ້ ເວລາທະຫານ Chad ບຸກລຸກຄ້າຍພວກຫົວຮຸນແຮງແຫ່ງນຶ່ງໃນເຂດພູດອຍ ທາງພາກເໜືອຂອງມາລີ ໃກ້ກັບຊາຍແດນອາລຈີເຣຍ. ການສັງຫານດັ່ງກ່າວ ຍັງບໍ່ໄດ້ຮັບການຢືນຢັນເທື່ອ.
ລາຍງານການຕາຍຂອງນາຍ Belmokhtar ມີຂຶ້ນ 24 ຊົ່ວໂມງ
ຫຼັງຈາກ ປະທານາທິບໍ ດີຂອງ Chad ເວົ້າວ່າ ກໍາລັງທະຫານ Chad ຍັງໄດ້ສັງຫານຜູ້ບັນຊາການທີ່ຊົ່ວຮ້າຍຂອງກຸ່ມອາລຄາອີດາອີກຄົນນຶ່ງ ຄືນາຍ Abdelhamid Abou Zeid ຜູ້ບັນຊາການສູງສຸດຂອງສາຂາອາຟຣິກາ ເໜືອຂອງກຸ່ມອາລຄາອີດາ ທີ່ຮູ້ກັນໃນນາມ ອາລຄາອີດາ ໃນເຂດ Islamic Maghreb ຫຼື AQIM.
ແຫຼ່ງຂ່າວຂອງອາລຈີເຣຍແລະຝຣັ່ງລາຍງານວ່າ ທາງການກໍາລັງພະຍາຍາມຈະເອົາຕົວ
ຢ່າງ DNA ຈາກພີ່ນ້ອງຂອງນາຍ Abou Zeid ໄປ ທຽບໃສ່ກັບ DNA ຈາກ ຊາກສົບທີ່ພົບເຫັນຢູ່ທາງເຂດພາກເໜືອຂອງມາລີ ຫຼັງຈາກການບຸກໂຈມຕີ ທີ່ນໍາໂດຍຝຣັ່ງເມື່ອຕົ້ນອາທິດນີ້.
ຖ້າການເສຍຊີວິດຖືກຢືນຢັນວ່າແມ່ນແທ້ ກໍຖືວ່າການສູ້ລົບທີ່ນໍາໂດຍຝຣັ່ງ ໃນພາກເໜືອຂອງມາລີນັ້ນ ໄດ້ສັງຫານຜູ້ນໍາສູງສຸດຂອງກຸ່ມອາລຄາອີດາ ຂອງຂົງເຂດນັ້ນໄປ ສອງຄົນ ພາຍໃນເວລານຶ່ງອາທິດ.