ທ້າວ ເຊຊາ ຊາຢອກ, ຜູ້ສະໜັບສະໜູນຫົວຮຸນແຮງ ຂອງປະທານາທິບໍດີ ສະຫະລັດ
ທ່ານ ດໍໂນລ ທຣຳ ໄດ້ຖືກກ່າວຫາ ກ່ຽວກັບ ການສົ່ງວັດຖຸ ທີ່ບັນຈຸລະເບີດຢ່າງໜ້ອຍ
13 ກ່ອງ ໄປໃຫ້ຜູ້ຕໍາໜິວິຈານທ່ານປະທານາທິບໍດີນັ້ນ, ໄດ້ຖືກກຳນົດ ສຳລັບການປາ
ກົດຕໍ່ສານຄັ້ງທຳອິດຂອງລາວ ໃນວັນຈັນມື້ນີ້.
ຄົນຮ້າຍອາຍຸ 56 ປີຜູ້ນີ້ ມີກຳນົດທີ່ຈະໄປປາກົດຕົວຕໍ່ຜູ້ພິພາກສາ ລັດຖະບານກາງ
ໃນນະຄອນ ໄມອາມີ, ເຊິ່ງຕັ້ງຢູ່ບໍ່ໄກຈາກບ່ອນທີ່ເຈົ້າໜ້າທີ່ລັດຖະບານກາງໄດ້ຈັບລາວ
ໃນວັນສຸກທີ່ຜ່ານມາ ໃກ້ກັບລົດຕູ້ ບ່ອນທີ່ບັນດາເຈົ້າໜ້າທີ່ເວົ້າວ່າ ທ້າວ ຊາຢັອກ ໄດ້
ອາໄສຢູ່. ປ່ອງຢ້ຽມຫຼາຍປ່ອງຂອງລົດຕູ້ນັ້ນ ໄດ້ຕິດ ສຕິກເກີ ທີ່ເວົ້າເຖິງການສະໜັບ
ສະໜູນທ່ານ ທຣຳ ຫຼື ກາຂີດໄຂວ່ໃສ່ໜ້າຂອງຄູ່ປໍລະປັກຂອງທ່ານ ທຣຳ. ທ້າວ ຊາຢັອກ
ໄດ້ຖືກກ່າວຫາ ກ່ຽວກັບ ການສົ່ງວັດຖຸຕ່າງໆໄປ.
ຫຼັງຈາກການໃຫ້ປາກຄຳ ໃນວັນຈັນມື້ນີ້ແລ້ວ, ຄະດີດັ່ງກ່າວ ກໍຄາດວ່າຈະຍ້າຍໄປສານ
ລັດຖະບານກາງໃນນະຄອນ ນິວຢອກ.
ທ້າວ ຊາຢັອກ ໄດ້ປະເຊີນກັບຂໍ້ກ່າວຫາລັດຖະບານກາງຫ້າກະທົງ ທີ່ເຊື່ອມໂຍງກັບ
ການວາງແຜນສົ່ງຫໍ່ລະເບີດເປັນເວລານຶ່ງສັບປະດາ. ກ່ອງຈົດໝາຍພ້ອມກັບລະເບີດ,
ເຊິ່ງບໍ່ມີກ່ອງໃດໄດ້ແຕກນັ້ນ, ແມ່ນໄດ້ຖືກສົ່ງໄປ ໃຫ້ຜູ້ນຳສັງກັດພັກເດໂມແຄຣັດຫຼາຍ
ຄົນ ທີ່ເປັນຄູ່ປໍລະປັກກັບທ່ານ ທຣຳ, ລວມມີອະດີດປະທານາທິບໍດີ ບາຣັກ ໂອບາມາ,
ອະດີດຮອງປະທານາທິບໍດີ ທ່ານ ໂຈ ບາຍເດັນ ແລະ ຄູ່ແຂ່ງຂອງທ່ານ ທຣຳ ໃນການ
ເລືອກຕັ້ງປີ 2016, ອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ ຮິລແລຣີ ຄລິນຕັນ,
ພ້ອມກັບບັນດາເຈົ້າໜ້າທີ່ຮັກສາຄວາມປອດໄພລະດັບສູງ ຜູ້ທີ່ໄດ້ປະຕິບັດໜ້າທີ່ໃນ
ລັດຖະບານຂອງທ່ານ ໂອບາມາ.
ລັດຖະມົນຕີກະຊວງຍຸຕິທຳ ທ່ານ ເຈັຟ ເຊັສເຊິນ ກ່າວວ່າ ທ້າວ ຊາຢັອກ, ຜູ້ທີ່ຫຼາຍຄັ້ງ
ໄດ້ເຮັດວຽກເປັນ ດີເຈ, ເປັນຄົນຍາມຢູ່ໄນຄລັບ ແລະ ເປັນຄົນສົ່ງພິດຊານັ້ນ, ອາດປະ
ເຊີນກັບການຖືກຂັງຄຸກດົນເຖິງ 48 ປີ ຖ້າຖືກຕັດສິນວ່າມີຄວາມຜິດ.
ຜູ້ອຳນວຍການອົງການ FBI ທ່ານ ຄຣິສໂຕເຟີ ເວຣ ກ່າວວ່າ ອຸປະກອນລະເບີດ 13
ໜ່ວຍໄດ້ຖືກສົ່ງໄປໃນກ່ອງໄປສະນີ, ແລະ ແຕ່ລະອັນນັ້ນ ລວມມີທໍ່ແປັບຍາວ 15 ຊັງຕີ
ແມັດ, ມີໂມງນ້ອຍ ແລະ ວັດຖຸທີ່ອາດເປັນລະເບີດ.
ທ່ານ ເວຣ ໄດ້ກ່າວກ່ຽວກັບ ລະເບີດນັ້ນວ່າ “ອຸປະກອນພວກນີ້ ບໍ່ແມ່ນສິ່ງຫຼອກຫຼິ້ນ.”
ບັນດາເຈົ້າໜ້າທີ່ໄດ້ກ່າວຕໍ່ອົງການຂ່າວ AP ວ່າ ອຸປະກອນດັ່ງກ່າວບໍ່ໄດ້ຖືກຕັ້ງໃຫ້ລະ
ເບີດໃນເວລາເປີດກ່ອງອອກມາ, ແຕ່ເຂົາເຈົ້າໄດ້ເວົ້າວ່າ ເຂົາເຈົ້າບໍ່ແນ່ໃຈ ວ່າເປັນ
ຍ້ອນອຸປະກອນດັ່ງກ່າວນັ້ນ ບໍ່ໄດ້ເຮັດເປັນຢ່າງດີ ຫຼື ບໍ່ໄດ້ມີເຈຕະນາເພື່ອການທຳ
ຮ້າຍ.