ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ນັກບິນ ອະວະກາດ ສຫລ ທ່ານ Cernan ທີ່ຍ່າງຢູ່ໜ້າດວງຈັນ ເສຍຊີວິດແລ້ວ ຮວມອາຍຸໄດ້ 82 ປີ


ອະດີດນັກບິນອະວະກາດ Apollo ຮ້ອຍເອກ Gene Cernan "ມະນຸດທີ່ລົງສູ່ດວງຈັນຄົນສຸດທ້າຍ."
ອະດີດນັກບິນອະວະກາດ Apollo ຮ້ອຍເອກ Gene Cernan "ມະນຸດທີ່ລົງສູ່ດວງຈັນຄົນສຸດທ້າຍ."

ອະດີດ​ນັກບິນອະ​ວະ​ກາດ ທ່ານ Gene Cernan ມະນຸດ​ຄົນ​ສຸດ​ທ້າຍ ​ທີ່​ໄດ້​ຍ່າງ​ຢູ່​ໜ້າ ດວງ​ຈັນ ​ໄດ້ເສຍ​ຊີວິດ​ໄປ​ແລ້ວ ​ໃນ​ວັນ​ຈັນ​ວານ​ນີ້ ຮວມອາຍຸ​ໄດ້ 82 ປີ.

ອົງການ​ອະ​ວະ​ກາດ​ສະຫະລັດ ຫລື NASA ບໍ່​ໄດ້​ແຈ້ງໃຫ້ຊາບ ກ່ຽວ​ກັບ​ສາ​ເຫດ​ຂອງ​ການເສຍ​ຊີວິດ ​ຢູ່​ໃນ​ຄຳ​ປະກາດ​ຂ່າວ.

ນັກບິນອະວະກາດ ສະຫະລັດ ທ່ານ Gene Cernan ສະແດງໃຫ້ເຫັນຢູ່ໃນຊຸດອະວະກາດ ການປະຕິບັດງານ Apollo 17.
ນັກບິນອະວະກາດ ສະຫະລັດ ທ່ານ Gene Cernan ສະແດງໃຫ້ເຫັນຢູ່ໃນຊຸດອະວະກາດ ການປະຕິບັດງານ Apollo 17.

ທ່ານ Cernan ​ໄດ້​ເປັນ​ນັກ​ບິນ​ກອງທັບ​ເຮືອ ​ເວລາອົງການ NASA ​ໄດ້​ເລື​ອກ​ເອົາ​ທ່ານ ​ແລະ​ນັກ​ບິນ​ອະ​ວະ​ກາດ​ອີກ 13 ຄົນເຂົ້າຮ່ວມ​ໃນ​ໂຄງການ Appolo ທີ່ໄດ້ກໍ່​ຕັ້ງ​ຂຶ້ນຫລັງ​ຈາກ​ປະທານາທິບໍດີ John F. Kennedy ​ປະກາດ​ເຖິງ​ເປົ້າ​ໝາ​ຍຂອງ​ກາ​ນນຳ​ເອົາ​ມະນຸດ ໄປ​ລົງ​ທີ່​ດວງ​ຈັນ ​ໃນ​ທ້າຍ​ຊຸມ​ປີ 1960.

ນັກບິນອະວະກາດ ອົງການ NASA ທ່ານ Gene Cernan ຂັບລົດຢູ່ໜ້າດວງຈັນ ຂອງການປະຕິບັດງານ Apollo 17 ທີ 11 ທັນວາ 1972.
ນັກບິນອະວະກາດ ອົງການ NASA ທ່ານ Gene Cernan ຂັບລົດຢູ່ໜ້າດວງຈັນ ຂອງການປະຕິບັດງານ Apollo 17 ທີ 11 ທັນວາ 1972.

ທ່ານ Cernan ​ໄດ້​ບິນ​ຂຶ້ນ​ໄປ​ກັບ​ຍານ Appolo 10 ​ໃນ​ເດືອນ​ພຶດສະພາ ປີ 1969 ຊຶ່ງ​ເປັນ​ການ​ທົດ​ສອບ​ຄັ້ງ​ສຸດ​ທ້າຍ ກ່ອນ​ການ​ລົງ​ສູ່ດວງ​ຈັນຢ່າງ​ແທ້​ຈິງ ​ໃນ​ສອງ​ເດືອນ​ຕໍ່​ມາ.

ທ່ານ​ໄດ້​ເປັນ​ພາກ​ສ່ວນການ​ປະຕິບັດ​ງານ ​ທີ່​ນຳ​ເອົາ​ມະ​ນຸດ​ໄປຍັງ​ດວງ​ຈັນ ​ໃນ​ເດືອນ​ທັນວາ ປີ 1972 ​ໂດຍ​ຍານ Appolo 17.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US Gene Cernan Obit
please wait
Embed

No media source currently available

0:00 0:01:17 0:00

XS
SM
MD
LG