ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການສະເຫຼີມສະຫຼອງວັນພັກ ວັນແຮງງານ ຂອງປະຊາຊົນຢູ່ໃນສະຫະລັດ


ປະຊາຊົນຢູ່ສະຫະລັດ ພາກັນມາກິນເຂົ້າ​ປ່າ picnic ຢູ່ສວນສາທາລະນະ ໃນວັນພັກ.
ປະຊາຊົນຢູ່ສະຫະລັດ ພາກັນມາກິນເຂົ້າ​ປ່າ picnic ຢູ່ສວນສາທາລະນະ ໃນວັນພັກ.

ວັນ​ແຮງ​ງານ ຫຼື Labor Day ຈະມີການສະເຫຼີມສະຫຼອງກັນ ໃນວັນ​ຈັນ​ທຳ​ອິດ​ຂອງ​ເດືອນ​ກັນ​ຍາ ເຊິ່ງຖືເປັນວັນພັກສໍາຄັນຂອງສະຫະລັດ ສະນັ້ນ, ປະຊາຊົນທົ່ວທຸກແຫ່ງໃນສະຫະລັດຈຶ່ງພາກັນສະເຫຼີມສະຫຼອງວັນດັ່ງກ່າວໃນທົ່ວປະເທດ, ດັ່ງທີ່ປະຊາຊົນຜູ້ໃຊ້ແຮງງານທ່ານນຶ່ງ ໄດ້ກ່າວໃຫ້ VOA ພາກພາສາລາວຟັງວ່າ:

Labor Day ກໍໄດ້ພັກຜ່ອນ ເພາະເຮັດວຽກໜັກໃນທຸກໆມື້, ເຮັດວຽກ 6 ມື້ຕໍ່ອາທິດ, ເຊິ່ງ 6-7 ມື້ຕໍ່ອາທິດ ແລະເວລານີ້ ຂ້ອຍກໍໄດ້ມື້ພັກ ຂ້ອຍດີໃຈຫຼາຍ, ມີເວລາພາລູກໆມາຕະຫຼາດ ມາຊື້ເຄື່ອງຂອງໃນສິ່ງທີ່ເຂົາເຈົ້າຕ້ອງການສໍາລັບໂຮງຮຽນ, ພັກຜ່ອນຢູ່ເຮືອນ, ທໍາຄວາມສະອາດເຮືອນເລັກນ້ອຍ ກໍພໍແລ້ວ ເຊິ່ງປົກກະຕິແລ້ວເຮັດວຽກ 6-7 ມື້, ກະຖືວ່າດີຫຼາຍທີ່ໄດ້ພັກທ້າຍອາທິດຍາວແບບນີ້”

ສໍາລັບວັນແຮງງານຂອງສະຫະລັດ ມີຂຶ້ນທໍາອິດໃນວັນອັງຄານ ເດືອນກັນຍາຂອງປີ 1882 ຢູ່ລັດນິວຢອກ, ເພື່ອສະເຫຼີມສະຫຼອງ ແລະມີວັນພັກ ໃຫ້ແກ່ຜູ້ໃຊ້ແຮງງານ ແລະພະນັກງານທີ່ອອກແຮງງານໜັກ ເພື່ອສ້າງສາພັດທະນາປະ ເທດຊາດແຫ່ງນີ້ໃຫ້ເຂັ້ມແຂງ ແລະເປັນປະເທດທີ່ຈະເລີນຮັ່ງມີທີ່ສຸດໃນໂລກ.

XS
SM
MD
LG