ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຂດ​ພາກ​ກາງ ສ​ຫລ ປະ​ເຊີນ​ກັບພາ​ຍຸ​ທີ່​ຮ້າຍ​ແຮງ​ຂຶ້ນ ໃນ​ຂະ​ນະ​ທີ່​ເຂດ​ພາກ​ໃຕ້ ສືບ​ຕໍ່ໍ່​ມີ​ອາ​ກາດ​ທີ່​ຮ້ອນ​ເອົ້າ


ພ​າບ​ຖ່າຍທາງ​ອາ​ກາດ ຢູ່​ເຂດນຶ່ງ​ຂອງ​ເມືອງ El Reno ຂອງ​ຣັດ​ໂອກ​ລາ​ໂຮ​ມາ ພາຍ​ຫລັງ​ຖືກ​ລົມ​ພາ​ຍຸ​ໝຸນ ຫລ​ື tornado, ວັນ​ທີ 26 ພຶດ​ສະ​ພາ, 2019.
ພ​າບ​ຖ່າຍທາງ​ອາ​ກາດ ຢູ່​ເຂດນຶ່ງ​ຂອງ​ເມືອງ El Reno ຂອງ​ຣັດ​ໂອກ​ລາ​ໂຮ​ມາ ພາຍ​ຫລັງ​ຖືກ​ລົມ​ພາ​ຍຸ​ໝຸນ ຫລ​ື tornado, ວັນ​ທີ 26 ພຶດ​ສະ​ພາ, 2019.

ນັກ​ພະ​ຍາ​ກອນ​ອາ​ກາດ​ຂອງ​ສະ​ຫະ​ລັດ ກຳ​ລັງ​ເຕືອນ​ວ່າ ຈະ​ມີ​ຄວາມສ່ຽງ​ຕໍ່ການ​ມີ​ລົມພາ​ຍຸທີ່​ຮ້າຍ​ແຮງ ​ຢູ່​ໃນ​ທົ່ວ​ເຂດພາກ​ກາງ​ຂອງ​ປະ​ເທດ ໃນ​ວັນ​ອັງ​ຄານມື້ນີ້ ຊຶ່ງ​ອາດ​ຈະ​ລວມ​ມີ​ທັງ​ລົມ​ພາ​ຍຸ​ໝຸນ ຫລື tornado ຫລາຍ​ຫົວ ຢູ່​ໃນ​ເຂດ​ທີ່ໄດ້​ເຫັນວ່າ ເລີ້ມ​ມີ​ລົມ​ພາ​ຍຸ​ຂຶ້ນ​ແດ່ແລ້ວ ຢູ່​ໃນ​ຄືນ​ວັນ​ຈັນ​ວານນີ້.

ຫ້ອງ​ການ​ບໍ​ລິ​ການ​ດ້ານ​ອາ​ກາດລາຍ​ງານ​ວ່າ ​ມີລົມ​ພາ​ຍຸ​ໝຸນ ຫລື tornado ຫລາຍ​ຫົວ​ຕິດ​ຕໍ່​ກັນ ​ຢູ່​ທົ່ວ​ພາກ​ຕາ​ເວັນ​ອອກ​ຂອງ​ລັດ​ອິນ​ເດຍ​ນາ ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ລັດ​ໂອ​ຮາຍ​ໂອ ຢູ່​ໃນ​ຄືນ​ວານນີ້, ໂດຍ​ທີ່​ມີ​ລົມ​ພາ​ຍຸ​ຢູ່​ໃນ​ເຂດອ້ອມ​ແອ້ມ​ເມືອງເດ​ຕັ​ນ (Dayton) ຂອງ​ລັດ​ໂອ​ຮາຍ​ໂອ ຊຶ່​ງ​ໄດ້​ທຳ​ລາຍ​ເຮືອນ​ຊານ​ບ້ານ​ຊ່ອງ​ຫລາຍ​ຫລັງ ແລະ​ເຮັດ​ໃຫ້​ຖະ​ໜົນ​ຫົນ​ທາງ​ໃຊ້​ການບໍ່​ໄດ້.

ພວກ​ເຈົ້າ​ໜ້າ​ທີ່​ຍັງ​ກຳ​ລັງ​ປະ​ເມີນ​ຜົນ​ເສຍ​ຫາຍ​ຢູ່ຫລັງ​ຈາກ​ມີ​ລົມ​ພາ​ຍຸ​ເຫລົ່າ​ນີ້​ ໃນ​ວັນ​ອັງ​ຄານມື້ນີ້ ແຕ່​ວ່າ ເທົ່າ​ທີ່​ຜ່ານ​ມາ​ຍັງ​ບໍ່​ມີ​ລາຍ​ງານ​ວ່າ​ມີ​ຄົນ​ເສຍ​ຊີ​ວິດເທື່ອ.

ເຂດ​ພາກ​ກາງ​ຂອງ​ສະ​ຫະ​ລັດ ໄດ້​ຮັບ​ມື​ກັບສະ​ພາບ​ທີ່​ມີ​ຝົນ​ຕົກ​ໜັກ ແລະ​ລົມ​ພັດ​ແຮງ ບວກ​ກັບ​ຟ້​າ​ຮ້ອງ ຟ້​າຜ່າ ນັບ​ແຕ່​ອາ​ທິດ​ແລ້ວນີ້ ​ເປັນ​ຕົ້ນ​ມາ ໂດຍ​ທີ່​ພາ​ຍຸ​ດັ່ງ​ກ່າວ​ໄດ້ເຮັດ​ໃຫ້​ມີ​ການ​ເສຍ​ຊີ​ວິດ​ຂອງ​ຄົນ​ຢູ່​ໃນ​ຫລາຍ​ລັດ, ລວມ​ມີ ລັດມິ​ສ​ຊູ​ຣີ (Missouri), ໂອກ​ລາ​ໂຮ​ມາ (Oklahoma), ໄອ​ໂອ​ວາ (Iowa) ແລະ​ອິນ​ເດຍ​ນາ (Indiana).
ໃນ​ຂະ​ນະ​ທີ່​ມີ​ອາ​ກາດເຕັມ​ໄປ​ດ້ວຍ​ພາ​ຍຸ​ຖະ​ຫລົ່ມ ​ເຂດ​ພາກ​ກາງ​ຂອງ​ສະ​ຫະ​ລັດ ຢູ່ນັ້ນ ກໍມີ​ຫລາຍ​ເມືອງ​ທີ່​ຢູ່ເຂດ​ພາກ​ໃຕ້​ຂອງ​ປະ​ເທດ ຜັດພົບ​ກັບອາ​ກາດ​ທີ່​ມີ​ອຸນ​ນະ​ພູມ​ສູງ​ ແບບທຳ​ລາຍ​ສະ​ຖິ​ຕິ​ເລີຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG