ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໗ ກຸມພາ ໒໐໒໕

ພາກກາງຂອງ ສະຫະລັດ ໄດ້ຮັບຜົນກະທົບຈາກຫິມະ, ແລະນໍ້າແຂງ ຂະນະທີ່ພາຍຸຂະໜາດໃຫຍ່ ພວມມຸ່ງໜ້າສູ່ພາກຕາເວັນອອກ


ບັນດາພະນັກງານ ພາກັນກວາດ ແລະດຸດຫິມະອອກຈາກທາງຍ່າງ ຢູ່ເມືອງ St. Louis, ລັດ ມິສຊູລີ, ວັນທີ 5 ມັງກອນ ປີ 2025.
ບັນດາພະນັກງານ ພາກັນກວາດ ແລະດຸດຫິມະອອກຈາກທາງຍ່າງ ຢູ່ເມືອງ St. Louis, ລັດ ມິສຊູລີ, ວັນທີ 5 ມັງກອນ ປີ 2025.

ສະພາບໜາວເຢັນທີ່ອັນຕະລາຍໄດ້ພັດເຂົ້າມາທົ່ວບໍລິເວນພາກກາງຂອງ ສະຫະລັດ ໃນວັນອາທິດວານນີ້, ຂະນະທີ່ລະບົບລົມພະຍຸຮ້າຍແຮງດັ່ງກ່າວ ກໍາລັງເຄື່ອນຕົວໄປທາງທິດຕາເວັນອອກ, ສົ່ງຜົນເຮັດໃຫ້ການເດີນທາງ ແລະການເຮັດວຽກຕັ້ງແຕ່ເມືອງ ແຄນຊັສ ຊິຕີ້ ໄປຫານະຄອນຫຼວງວໍຊິງຕັນ ໄດ້ຖືກລົບກວນ.

ມີປະມານສິບກວ່າລັດ ຈາກລັດແຄນຊັສ ຫາ ລັດ ນິວເຈີຊີ ແມ່ນຢູ່ພາຍໃຕ້ການເຕືອນໄພຂອງພາຍຸລະດູໜາວ ໃນຕອນບ່າຍຂອງວັນອາທິດ, ອີງຕາມໜ່ວຍງານບໍລິການສະພາບອາກາດແຫ່ງຊາດ ຫຼື NWS, ໃນຂະນະທີ່ຫຼາຍຂົງເຂດທົ່ວພາກໃຕ້ຂອງສະຫະລັດ ມີຄວາມເປັນໄປໄດ້ທີ່ຈະປະເຊີນກັບໄພຂົ່ມຂູ່ຂອງພະຍຸທໍນາໂດ ແລະອາກາດທີ່ໜາວເຢັນ.

ອີງຕາມການອອກອາກາດຂອງອົງການຂ່າວ CNN, ໃນ​ທົ່ວ​ປະ​ເທດ, ມີ​ຫຼາຍ​ກວ່າ 60 ລ້ານ​ຄົນແມ່ນ​ຢູ່​ພາຍ​ໃຕ້​ການ​ເຕືອນ​ໄພຂອງສະພາບ​ອາກາດ​ໃນຮູບແບບໃດຮູບແບບນຶ່ງ, ​ໃນ​ຂະນະ​ທີ່ເວັບໄຊທ໌​ຕິດຕາມ​ການ​ຈະລາຈອນ​ທາງ​ອາກາດ FlightAware ​ເປີດເຜີຍ​ໃຫ້​ເຫັນຖ້ຽວບິນ​ປະມານ 2,200 ​ຖ້ຽວຕ້ອງຖືກຍົກເລີກ ​ແລະ ມີຖ້ຽວບິນ​ຫຼ້າຊ້າຫຼາຍກວ່າ 25,000 ຖ້ຽວ.

ເປັນຄັ້ງທຳອິດຂອງປີທີ່ລົມພັດແຮງຈາກລະບົບພະຍຸ ໄດ້ພາໃຫ້ເກີດພາຍຸຫິມະມາສູ່ລັດ ແຄນຊັສ ແລະລັດ ມິສຊູຣີ, ໃນຂະນະທີ່ລັດຕ່າງໆທາງທິດຕາເວັນອອກທີ່ໄກອອກໄປນັ້ນ ແມ່ນປົກຄຸມດ້ວຍຫິມະໜາຫຼາຍນິ້ວ.

ຜູ້ປົກຄອງລັດ ເຄັນທັກກີ້ ທ່ານ ແອນດີ ບີເຊຍ (Andy Beshear) ໄດ້ຮຽກຮ້ອງໃຫ້ປະຊາຊົນ “ກະລຸນາຢູ່ໃນເຮືອນ” ລຸນຫຼັງມີລາຍງານວ່າ ເກີດອຸບັດຕິເຫດທາງລົດໃຫຍ່ຫຼາຍຄັນ ສົ່ງຜົນໃຫ້ປິດເສັ້ນທາງຫຼວງສາຍສໍາຄັນ.

ໜ່ວຍງານ NWS ຍັງ​ໄດ້​ອອກມາເຕືອນອີກ​ວ່າ ​ນ້ຳ​ກ້ອນ​ທີ່ທັບຖົມກັນຂຶ້ນຮອດ​ເຄິ່ງ​ນິ້ວ​ໃນ​ບາງ​ພື້ນ​ທີ່ ເຊັ່ນ​ດຽວກັບ​ຄວາມ​ເສຍ​ຫາຍ​ຂອງ​ຕົ້ນ​ໄມ້ເປັນຈໍານວນຫຼາຍຕົ້ນຈາກ​ລົມທີ່​ພັດ​ແຮງ ອາດ​ສົ່ງຜົນເຮັດໃຫ້ເກີດ “ໄຟ​ຟ້າ​ມອດເປັນເວລາດົນນານ.”

ຝົນທີ່ຕົກລົງມາປົນກັບນໍ້າກ້ອນ, ຝົນນໍ້າກ້ອນ ແລະ ຫິມະ ໄດ້ເລີ້ມພັດເຂົ້າສູ່ລັດ ແຄນຊັສ ໃນຕອນເຊົ້າຂອງວັນອາທິດວານນີ້ ອີງຕາມການກ່າວຂອງ ທ່ານ ໄບຣແອນ ເອັມຟິງເງິ (Brian Emfinger) ຜູ້ຕິດຕາມພະຍຸ ໃນສື່ສັງຄົມ X ວ່າ ຖະໜົນຫົນທາງອ້ອມຮອບເມືອງ ແຄນຊັສ ຊິຕີ້ ແມ່ນກາຍເປັນ “ລານສະເກັດ.”

ວິດີໂອທີ່ໂພສໂດຍ Weather Channel ໄດ້ສະແດງໃຫ້ເຫັນຍານພາຫະນະຫຼາຍຄັນແລ່ນເຈືອກອອກຈາກທາງຫຼວງທີ່ປົກຫຸ້ມດ້ວຍນ້ຳກ້ອນ ແລະລົດບັນທຸກຂົນເຄື່ອງຂວໍ້າຢູ່ລັດ ແຄນຊັສ, ໃນບ່ອນທີ່ບາງພື້ນທີ່ຄາດວ່າ ຈະມີຫິມະຕົກຫຼາຍກວ່າ 30 ຊັງຕີແມັດ.

ໜ່ວຍງານ NWS ອອກມາລາຍງານຕື່ມວ່າ “ຫິມະຕົກໜັກໃນຫຼາຍພື້ນທີ່ໄປທາງທິດຕາເວັນອອກຜ່ານຮ່ອມພູລັດ ໂອໄຮໂອ ແລະບໍລິເວນພາກກາງຂອງສາຍພູ ອັບປາລາຈຽນ (Appalachians) ໃນຕອນແລງມື້ນີ້, ແລະຈະໄປຮອດພາກເໜືອຂອງມະຫະສະໝຸດແອັດແລນຕິກຕອນກາງໃນຕອນເຊົ້າຂອງມື້ວັນຈັນ.”

ຫຼາຍພື້ນທີ່ອ້ອມຮອບນະຄອນຫຼວງວໍຊິງຕັນ ອາດມີຫິມະປົກຄຸມຮອດ 10 ນິ້ວໃນຕອນກາງຄືນຂອງວັນອາທິດຈົນເຖິງວັນຈັນ, ສົ່ງຜົນເຮັດໃຫ້ “ການເດີນທາງເປັນອັນຕະລາຍ ແລະມີການປິດເມືອງ,” ອີງຕາມລາຍງານຂອງໜັງສືພິມ Washington Post.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG