ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ມາລີ ຂໍໃຫ້ສົ່ງກຳລັງ ໄປເຂດພາກກາງ ຫຼັງຈາກໄດ້ມີການໂຈມຕີ ທີ່ຮ້າຍແຮງ


ປະທານາທິບໍດີຂອງມາລີ ທ່ານອີບຣາຮີມ ບູບາຄາຣ ຄີດຕາ ຕັ້ງທ່າໃຫ້ຖາຍຮູບ ໃນລະຫວ່າງ ກອງປະຊຸມສຸດຍອດ G5 ຂອງເຂດຊາແຮລ ໃນນະຄອນຫຼວງນວກຊົດຂອງມໍຣິເຕເນຍ.
ປະທານາທິບໍດີຂອງມາລີ ທ່ານອີບຣາຮີມ ບູບາຄາຣ ຄີດຕາ ຕັ້ງທ່າໃຫ້ຖາຍຮູບ ໃນລະຫວ່າງ ກອງປະຊຸມສຸດຍອດ G5 ຂອງເຂດຊາແຮລ ໃນນະຄອນຫຼວງນວກຊົດຂອງມໍຣິເຕເນຍ.

ບັນດາເຈົ້າໜ້າທີ່ທ້ອງຖິ່ນໃນພາກກາງຂອງມາລີຮ້ອງຂໍໃຫ້ລັດຖະບານສົ່ງກຳລັງທະຫານຕື່ມອີກ ໄປປະຈຳການຢູ່ທີ່ຂົງເຂດທີ່ສະຫງົບງຽບ ຫຼັງຈາກທີ່ມີການໂຈມຕີຫຼາຍບັ້ນ ທີ່ໄດ້ແນເປົ້າໝາຍໃສ່ພວກພົນລະເຮືອນເມື່ອອາທິດແລ້ວນີ້.

ການໂຈມຕີຫຼາຍບັ້ນໃນເວລາດຽວກັນທີ່ໄດ້ສັງຫານພວກພົນລະເຮືອນຢ່າງໜ້ອຍ 30 ຄົນ ໄດ້ເກີດຂຶ້ນຢູ່ໃນ 4 ບ້ານ ໃນເມືອງບານກັດສ໌ ເມື່ອວັນພຸດທີ່ຜ່ານມາ ອີງຕາມຄຳເວົ້າຂອງບັນດາເຈົ້າໜ້າທີ່ໃນທ້ອງຖິ່ນ.

ໃນຂະນະດຽວກັນ ຍັງບໍ່ມີກຸ່ມໃດ ອອກມາອ້າງເອົາຄວາມຮັບຜິດຊອບສຳລັບການໂຈມຕີທັງຫຼາຍເຫຼົ່ານັ້ນ ບັນດາເຈົ້າໜ້າທີ່ຂອງທ້ອງຖິ່ນ ໄດ້ຖິ້ມໂທດໃສ່ພວກນັກລົບເພື່ອສາສະໜາ ຫຼືພວກຈີຮາດດິສ ໃນການປະຕິບັດການໂຈມຕີທີ່ຮ້າຍແຮງນັ້ນ.

ທ່ານອາລາເຢ ກູວິນໂດ ເຈົ້າເມືອງບານກັດສ໌ ໄດ້ກ່າວວ່າ “ການໂຈມຕີເຫຼົ່ານີ້ ໄດ້ດຳເນີນການໂດຍພວກຈີຮາດດິສ. ພວກເຂົາມາຈາກບ້ານບາເຢ ທີ່ເປັນບ້ານຊາຍແດນ ລະຫວ່າງມາລີ ແລະເບີກີນາຟາໂຊ ເພື່ອປະຕິການໂຈມເຫຼົ່ານີ້ ຢູ່ໃນເຂດເທດສະບານເມືອງບານກັດສ໌.”

ທ່ານກູວິນໂດ ໄດ້ກ່າວຕໍ່ວີໂອເອວ່າ ຊາວບ້ານ 33 ຄົນ ລວມທັງພວກແມ່ຍິງແລະເດັກນ້ອຍ ໄດ້ຖືກຂ້າຕາຍໃນການໂຈມຕີດັ່ງກ່າວ. ທ່ານໄດ້ກ່າວວ່າ ພວກຜູ້ເຄາະຮ້າຍທັງໝົດແມ່ນເປັນຊົນເຜົ່າໂດກອນ.

ເຈົ້າເມືອງທ່ານນີ້ ໄດ້ກ່າວຕື່ມວ່າ ການໂຈມຕີ ໄດ້ກົດດັນພວກຊາວບ້ານ ຫຼາຍຮ້ອຍຄົນໃຫ້ໜີອອກຈາກເຮືອນຊານຂອງພວກເຂົາເຈົ້າ ເພາະຢ້ານວ່າ ພວກກຸ່ມຕິດອາວຸດ ອາດຈະເລີ້ມເປີດສາກໂຈມຕີອີກ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG