ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສາທາລະນະລັດ ອາຟຣິກາກາງ ລົງຄະແນນສຽງ ໃນການ ແຂ່ງຂັນ ຊີ້ຂາດ ເພື່ອເລືອກເອົາຕຳແໜ່ງ ປະທານາທິບໍດີ


ປະຊາຊົນລຽນແຖວເພື່ອປ່ອນບັດເລືອກຕັ້ງ ໃນການແຂ່ງຂັນ
ຮອບທີສອງຂອງການເລືອກຕັ້ງປະທານາທິບໍດີ ແລະ ຮອບ
ທຳອິດຂອງການເລືອກຕັ້ງໃນສະພານິຕິບັນຍັດ ທີ່ເມືອງ Fatima ນະຄອນຫຼວງ Bangui,ສາທາລະນະລັດ ອາຟຣິກາກາງ. 14 ກຸມພາ, 2016.
ປະຊາຊົນລຽນແຖວເພື່ອປ່ອນບັດເລືອກຕັ້ງ ໃນການແຂ່ງຂັນ ຮອບທີສອງຂອງການເລືອກຕັ້ງປະທານາທິບໍດີ ແລະ ຮອບ ທຳອິດຂອງການເລືອກຕັ້ງໃນສະພານິຕິບັນຍັດ ທີ່ເມືອງ Fatima ນະຄອນຫຼວງ Bangui,ສາທາລະນະລັດ ອາຟຣິກາກາງ. 14 ກຸມພາ, 2016.

ບັນດາຜູ້ມີສິດປ່ອນບັດ ຢູ່ໃນປະເທດສາທາລະນະລັດ ອາຟຣິກາ ກາງ ກຳລັງຈະເລືອກເອົາປະທານາທິບໍດີ ຄົນໃໝ່ ໃນວັນອາທິດ ມື້ນີ້ ໃນຂະນະທີ່ ອະດີດນາຍົກລັດຖະມົນຕີສອງທ່ານ ແຂ່ງຂັນກັນ ເອົາຕຳແໜ່ງຢູ່ນັ້ນ ຊຶ່ງທັງສອງທ່ານໄດ້ປະຕິຍານວ່າ ຈະນຳມາຊຶ່ງ ສັນຕິພາບ ແລະ ຄວາມໝັ້ນຄົງ ແກ່ປະເທດຊາດ ໃນຂະນະທີ່ປະ ເທດກຳລັງປະເຊີນໜ້າກັບບັນຫາຂັດແຍ້ງກັນມາໄດ້ຫຼາຍກວ່າ ສອງປີແລ້ວ.

ການລົງຄະແນນສຽງໃນການເລືອກຕັ້ງປະທານາທິບໍດີ ໂດຍມີຜູ້ລົງ ສະໝັກແຂ່ງຂັນ ຄື: ທ່ານ Anicet Georges Dologuele ຜູ້ທີ່ໄດ້ ຮັບໄຊຊະນະ ການເລືອກຕັ້ງຮອບທຳອິດ ໃນວັນທີ 30 ທັນວາຜ່ານ ມາ ດ້ວຍຄະແນນສຽງ 24 ເປີເຊັນ ແລະ ທ່ານ Faustin Archange Touadera ຜູ້ເປັນທີ ສອງດ້ວຍຄະແນນສຽງ 19 ເປີເຊັນ. ການປ່ອນບັດລົງຄະແນນສຽງ ໃນວັນອາທິດມື້ນີ້ ມີກຳນົດ ຈະເລີ່ມຕົ້ນຂຶ້ນ ຕັ້ງແຕ່ຕອນເຊົ້າໆ ແຕ່ມັນໄດ້ຖືກເລື່ອນອອກໄປສອງສາມຄັ້ງແລ້ວ.

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ Faustin Archange Touadera, ຂວາ, ແລະ ທ່ານ Anicet Georges Dologuele, ຊ້າຍ, ເຂົ້າຮ່ວມໃນການໂຕ້ວາທີ ອອກອາກາດສົດທາງໂທລະພາບ ໃນນະຄອນຫຼວງ Bangui, ສາທາລະນະລັດ ອາຟຣິກາກາງ. 12 ກຸມພາ 2016.
ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ທ່ານ Faustin Archange Touadera, ຂວາ, ແລະ ທ່ານ Anicet Georges Dologuele, ຊ້າຍ, ເຂົ້າຮ່ວມໃນການໂຕ້ວາທີ ອອກອາກາດສົດທາງໂທລະພາບ ໃນນະຄອນຫຼວງ Bangui, ສາທາລະນະລັດ ອາຟຣິກາກາງ. 12 ກຸມພາ 2016.

ນອກຈາກການແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ແລ້ວ ບັນດາຜູ້ມີສິດປ່ອນບັດຍັງຈະໄດ້ ທຳການຕັດສິນໃຈ ກ່ຽວກັບກົດໝາຍການເລືອກຕັ້ງນຳດ້ວຍ ຫຼັງຈາກ ສານສູງສຸດ ໄດ້ຍົກເລີກ ຜົນການລົງຄະແນນສຽງ ຈາກເດືອນທັນວາ ຜ່ານມາ ຍ້ອນວ່າ ມີຄວາມຜິດປົກກະຕິຕ່າງໆ.

ບັນດາຜູ້ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງ ຈະໄປແທນລັດຖະບານໄລຍະຂ້າມຜ່ານ ທີ່ໄດ້ ຖືກກໍ່ຕັ້ງຂຶ້ນມາຮັບໜ້າທີ່ ໃນປີ 2014 ໜຶ່ງປີ ຫຼັງຈາກທີ່ ພວກກະບົດ Seleka ໄດ້ກົດດັນປະ ທານາທິບໍດີ Francois Bozize ອອກຈາກຕຳແໜ່ງ. ການຖືກກົດດັນໃຫ້ທ່ານ Bozize ອອກ ຈາກຕຳແໜ່ງນັ້ນ ໄດ້ກໍ່ໃຫ້ເກີດ ວິກິດການທາງການເມືອງຂອງປະເທດ ແລະ ຕັ້ງແຕ່ນັ້ນມາກໍ ໄດ້ເກີດມີການແບ່ງແຍກສາສະໜາ ຢ່າງຮຸນແຮງ ລະຫວ່າງ ມຸສລິມ ແລະ ຄຣິສຕຽນ ຊຶ່ງເຮັດ ໃຫ້ປະຊາຊົນ ເກືອບໜຶ່ງລ້ານຄົນ ໄດ້ພັດພາກຈາກຖິ່ນຖານໄປ

C.A.R. Elections
please wait
Embed

No media source currently available

0:00 0:00:46 0:00

XS
SM
MD
LG