ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສາທາລະນະລັດ ອາຟຣິກາກາງ ລົງຄະແນນສຽງ ເລືອກເອົາ ຣັຖທັມມະນູນສະບັບໃໝ່


ປະຊາຊົນຜູ້ມີສິດອອກສຽງ ພາກັນລຽນແຖວ ຢູ່ນອກ ໜ່ວຍເລືອກຕັ້ງ ໃນເມືອງ Bangui ຂອງອາຟຣິກາກາງ ເມື່ອວັນທີ 13 ທັນວາ 2015 ເພື່ອລົງປະຊາມະຕິ ຮັບຮອງຣັຖທັມມະນູນສະບັບໃໝ່ ທີ່ເຫັນວ່າ ເປັນການທົດສອບການລົງສະໝັກ ເປັນປະທານາ
ທິບໍດີ ແລະ ສະພາຊຸດໃໝ່.
ປະຊາຊົນຜູ້ມີສິດອອກສຽງ ພາກັນລຽນແຖວ ຢູ່ນອກ ໜ່ວຍເລືອກຕັ້ງ ໃນເມືອງ Bangui ຂອງອາຟຣິກາກາງ ເມື່ອວັນທີ 13 ທັນວາ 2015 ເພື່ອລົງປະຊາມະຕິ ຮັບຮອງຣັຖທັມມະນູນສະບັບໃໝ່ ທີ່ເຫັນວ່າ ເປັນການທົດສອບການລົງສະໝັກ ເປັນປະທານາ ທິບໍດີ ແລະ ສະພາຊຸດໃໝ່.

ການລົງປະຊາມະຕິ​ໃນ ສາທາລະນະລັດ ອາຟຣິກາກາງ​ຜູ້ລົງ
ຄະແນນສຽງ ສາທາລະນະລັດອາຟຣິກາກາງ ພາກັນປ່ອນບັດ
ໃນວັນອາທິດມື້ນີ້​ລົງຄະແນນສຽງເອົາຣັຖທັມມະນູນສະບັບໃໝ່
ເພື່ອໃຫ້ຍຸຕິສົງຄາມທີ່ຮຸນແຮງແລະແບ່ງແຍກປະເທດ ທີ່ມີມາ
ເປັນເວລາເກືອບສາມປີ.

ການດຳເນີນດັ່ງກ່າວໄດ້ຢຸດສງັກລົງເປັນບາງເຂດໃນນະຄອນ
ຫຼວງບັນກູ ບ່ອນທີ່ມີລາຍງານວ່າ ເກີດການຍິງກັນ ແລະ ປະທະ
ກັນເລັກນ້ອຍ ໂດຍພວກທີ່ເຫັນດີ ກັບ ພວກບໍ່ເຫັນດີກັບຣັຖທັມ
ມະນູນດັ່ງກ່າວ.​ ພວກກະບົດບາງຄົນຍັງຂູ່ວ່າ ຈະທຳລາຍການ
ລົງຄະແນນສຽງທີ່ວ່ານີ້.

ຣັຖທັມມະນູນໃໝ່ ຮຽກຮ້ອງໃຫ້ຈັດຕັ້ງສະພາສູງຂຶ້ນ ໃຫ້ຈຳກັດສໄມປົກຄອງຂອງປະທາ
ນາທິບໍດີ ເປັນສອງປີ ແລະໃຫ້ຈັດຕັ້ງການຄຸ້ມຄອງເສລີພາບ ໃນການນັບຖືສາສນາ.
ການລົງຄະແນນສຽງ ວັນອາທິດມື້ນີ້ ຈະຕິດຕາມມາດ້ວຍການເລືອກຕັ້ງ ປະທານາທິບໍດີ
ແລະສະພາຊຸດໃໝ່.

ສາທາລະນະລັດ ອາຟຣິກາກາງໄດ້ສູ້ທົນ ຄວາມຮຸນແຮງແຮງມາເກືອບສາມປີແລ້ວ ຕັ້ງ
ແຕ່ ກຸ່ມກະບົດມຸສລິມໄດ້ໂຄ່ນລົ້ມ ປະທານາທິບໍດີ ຟຣັງຊົວ ໂບຊີເຊ ໃນເດືອນມີນາ ປີ
2013 ເປັນຕົ້ນມາ. ​ການຂ້າລ້າງຜານໂດຍພວກເຊເລກາ ໄດ້ຊຸກຍູ້ໃຫ້ເກີດກຳລັງທະຫານ
ບ້ານຊາວຄິິສຕຽນຂຶ້ນ ຣູ້ກັນວ່າ ພວກຕໍ່ຕ້ານບາລາກາ.


XS
SM
MD
LG