ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສາທາລະນະລັດອາຟຣິກາກາງ ປະສົບກັບຄວາມບໍ່ໝັ້ນຄົງທາງດ້ານອາຫານ ໃນລະດັບທີ່ບໍ່ເຄີຍມີມາກ່ອນ


ແຟ້ມຮູບ-ປະຊາຊົນທີ່ໜີອອກຈາກ ບັງກາສຊູ (Bangassou) ກໍາລັງລໍຖ້າການແຈກຢາຍອາຫານ ຢູ່ໃນໝູ່ບ້ານ ບ່ອນທີ່ພວກເຂົາເຈົ້າພັກອາໄສ, ເມືອງຊີວາ, ສາທາລະນະລັດອາຟຣິກາກາງ, ເມື່ອວັນທີ 13 ກຸມພາ 2021.
ແຟ້ມຮູບ-ປະຊາຊົນທີ່ໜີອອກຈາກ ບັງກາສຊູ (Bangassou) ກໍາລັງລໍຖ້າການແຈກຢາຍອາຫານ ຢູ່ໃນໝູ່ບ້ານ ບ່ອນທີ່ພວກເຂົາເຈົ້າພັກອາໄສ, ເມືອງຊີວາ, ສາທາລະນະລັດອາຟຣິກາກາງ, ເມື່ອວັນທີ 13 ກຸມພາ 2021.

ໂຄງການອາຫານໂລກ ຫຼື WFP ເຕືອນວ່າ ສາທາລະນະລັດອາຟຣິກາກາງ ກໍາລັງປະເຊີນກັບຄວາມບໍ່ໝັ້ນຄົງທາງດ້ານອາຫານ ໃນລະດັບທີ່ບໍ່ເຄີຍມີມາກ່ອນ ອັນເນື່ອງມາຈາກ ບັນ​ຫາຂັດແຍ້ງ, ການຍົກຍ້າຍຖິ່ນຖານຂອງປະຊາ ກອນ, ຄວາມທຸກຍາກລໍາບາກ ທີ່ແຜ່ລາມໄປຢ່າງກວ້າງຂວາງ ແລະການເຮັດວຽກທີ່ບໍ່ເຕັມເວລາ. ລິຊາ ສໄລນ໌ ມີລາຍງານໃຫ້ VOA ຈາກນະຄອນເຈເນວາເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ເຈົ້າໜ້າທີ່ຂອງໂຄງການ WFP ກ່າວວ່າ ພວກເຂົາເຈົ້າຄາດການວ່າ ລາຄາສິນ ຄ້າໃນປີນີ້ ຈະເພີ້ມສູງຂຶ້ນຢ່າງໄວລາ ແລະແກ່​ຍາວໄປຈົນເຖິງປີ 2023. ພວກເຂົາເຈົ້າກ່າວວ່າ ໄດ້ມີການຄາດການວ່າລາຄາຂອງເຂົ້າຈະເພີ້ມສູງຂຶ້ນເຖິງ 30 ເປີເຊັນ, ແປ້ງເຂົ້າເບ​ລ່ 67 ເປີເຊັນ ແລະລາຄາຂອງນໍ້າມັນພືດມີທ່າອ່ຽງເພີ້ມຂຶ້ນ 70 ເປີເຊັນ.

ນັ້ນ ພວກເຂົາເຈົ້າຕັ້ງຂໍ້ສັງເກດວ່າ ຈະເຮັດໃຫ້ສິນຄ້າປະເພດອາຫານຫລັກ ມີລາຄາທີ່ສູງ ຈົນຜູ້ຄົນຫຼາຍລ້ານຄົນບໍ່ສາມາດຊື້ໄດ້, ອັນນໍາໄປສູ່ຄວາມທຸກຍາກ ລໍາບາກ ແລະອຶດຢາກຫຼາຍຂຶ້ນ ໃນ​ຂະ​ນະ​ທີ່ປະຊາຊົນໄດ້ຖືກບັງຄັບໃຫ້ຫັນປ່ຽນໄປໃຊ້ມາດຕະການ​ແບບ​ຮຸນ​ແຮງ ​ເ​ພື່ອນໍາອາຫານມາສູ່ພາເຂົ້າ.

ໂຄສົກຂອງໂຄງການ WFP, ທ່ານທອມຊັນ ຟີຣີ (Tomson Phiri) ກ່າວວ່າ ປະຊາຊົນຈໍານວນ 2 ລ້ານ 2 ແສນຄົນ ຢູ່ໃນ ສາທາລະນະລັດອາຟຣິກາກາງ ບໍ່ໄດ້ມີຄວາມໝັ້ນຄົງທາງດ້ານອາຫານ, ເຊິ່ງ ທ່ານ ຟີຣີ ກ່າວວ່າ:

“ໂຕເລກດັ່ງກ່າວນັ້ນ ອາດຈະບໍ່ເຮັດໃຫ້ພວກເຈົ້າຕົກໃຈ ຈົນຕົກອອກຈາກຕັ່ງທີ່ພວກເຈົ້ານັ່ງຢູ່, ແຕ່ເມື່ອພວກເຈົ້າເບິ່ງກ່ຽວກັບຂະໜາດຂອງຈໍານວນປະຊາກອນ ແລ້ວ ແມ່ນເກືອບເຄິ່ງນຶ່ງຂອງຈໍານວນປະຊາກອນ ຂອງສາທາລະນະລັດອາຟຣິກາກາງ. ແລະປັດຈຸບັນນີ້ປະເທດດັ່ງກ່າວກໍເຂົ້າຮ່ວມຫຼາຍໆ​ປະ​ເທດ ເຊິ່ງລວມມີ ອັຟການິສຖານ, ເຢເມນ, ຊູດານໃຕ້ ​ເຊິ່ງ​ສ່ວນ​ໃຫຍ່ຂອງປະຊາກອນ ແມ່ນບໍ່ມີຄວາມໝັ້ນຄົງທາງດ້ານອາຫານຢ່າງຮຸນແຮງທີ່ສູງ.”

ເມື່ອອາຫານມີຈໍານວນທີ່ໜ້ອຍລົງ, ທ່ານ ຟີຣີ ກ່າວວ່າ ເດັກນ້ອຍຈໍານວນຫຼາຍຈະປະສົບກັບບັນຫາກ່ຽວກັບການຂາດສານອາຫານທີ່ເພີ້ມຂຶ້ນ.

ແຟ້ມຮູບ-ຫ້ອງການ ເພື່ອການຮ່ວມມືທາງດ້ານມະນຸດສະທໍາ ແລະໂຄງການອາຫານໂລກຢູ່ໃນໝູ່ບ້ານ ມາກັນຊີ ວາລີ (Makunzi Wali), ສາທາລະນະລັດອາຟຣິກາກາງ, ເມື່ອວັນທີ 27 ເມສາ 2017.
ແຟ້ມຮູບ-ຫ້ອງການ ເພື່ອການຮ່ວມມືທາງດ້ານມະນຸດສະທໍາ ແລະໂຄງການອາຫານໂລກຢູ່ໃນໝູ່ບ້ານ ມາກັນຊີ ວາລີ (Makunzi Wali), ສາທາລະນະລັດອາຟຣິກາກາງ, ເມື່ອວັນທີ 27 ເມສາ 2017.

ທ່ານ ຟີຣີ ກ່າວວ່າ ໂຄງການ WFP ກໍາລັງຮີບຮ້ອນ ໃນການຈັດສົ່ງອາຫານ ແລະການຮັກສາຕ່າງໆທີ່ມີຄວາມຈໍາເປັນສໍາລັບບັນດາແມ່ຍິງ, ເດັກນ້ອຍ ແລະຜູ້ຄົນທີ່ມີຄວາມອ່ອນແອອື່ນໆຢູ່ໃນຂົງເຂດສາທາລະນະລັດອາຟຣິກາກາງ, ເຊິ່ງການຂາດແຄນເງິນຕາແມ່ນສິ່ງກີດຂວາງຕໍ່ຄວາມພະຍາຍາມຕ່າງເຫຼົ່ານັ້ນ, ເຊິ່ງ ທ່ານຟີຣີ ກ່າວວ່າ:

“ຄ່າໃຊ້ຈ່າຍໃນການປະຕິບັດງານຂອງພວກເຮົາ ແມ່ນສູງຫຼາຍ. ໂຄງການອາ ຫານໂລກແຫ່ງອົງການສະຫະປະຊາຊາດ ຫຼື UNWFP ກໍາລັງລະດົມທຶນຢ່າງຮີບດ່ວນ ຈໍານວນ 68 ລ້ານ 4 ແສນໂດລາ. ຖ້າບໍ່ມີເງິນທຶນສຸກເສີນດັ່ງກ່າວ, ຄວາມບໍ່ໝັ້ນຄົງທາງດ້ານຫານ ແລະໂພຊະນາການ ຈະເພີ້ມສູງຂຶ້ນຕໍ່ປະຊາຊົນຫຼາຍລ້ານຄົນ.”

ທ່ານ ຟີຣີ ກ່າວວ່າ ຄວາມທ້າທາຍທີ່ສາທາລະນະລັດອາຟຣິກາກາງກໍາລັງປະເຊີນຢູ່ ໄດ້ຖືກບັນທຶກໄວ້ເປັນເອກະສານ, ແລະການປະຕິບັດດັ່ງກ່າວ ມີຂຶ້ນກ່ອນວິກິດການຢູ່ໃນ ຢູເຄຣນ. ແຕ່ ເມື່ອສັງເກດເຖິງຜົນກະທົບຂອງສົງຄາມກ່ຽວກັບການເພີ້ມຂຶ້ນຂອງລາຄາສິນຄ້າ ແລະລາຄານໍ້າມັນ, ທ່ານ ຟີຣີ ກ່າວວ່າ ການຊ່ວຍເຫຼືອທາງດ້ານມະນຸດສະທໍາ ຈະມີຄວາມຈໍາເປັນຫຼາຍຂຶ້ນໃນປີນີ້ ແລະໄປເຖິງ ປີ 2023.

ອ່ານບົດລາຍງານນີ້ເປັນພາສາອັງກິດ

XS
SM
MD
LG