ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະຫານ ອາຟຣິກາໃຕ້ ເສຍຊີວິດ ໃນການສູ້ລົບ ຢູ່ ສທລ ອາຟຣິກາກາງ (ວີດິໂອ)


Michel Djotodia ຫົວໜ້າພວກກະບົດ ທີ່ເຂົ້າຍຶດຄອງ ນະຄອນຫຼວງບັງກີ ຂອງສາທາລະນະລັດອາຟຣິກາກາງ ໃນວັນອາທິດວານນີ້, ທີ 24 ມີນາ 2013.
Michel Djotodia ຫົວໜ້າພວກກະບົດ ທີ່ເຂົ້າຍຶດຄອງ ນະຄອນຫຼວງບັງກີ ຂອງສາທາລະນະລັດອາຟຣິກາກາງ ໃນວັນອາທິດວານນີ້, ທີ 24 ມີນາ 2013.
ລັດຖະບານອາຟຣິກາໃຕ້ເວົ້າວ່າ ທະຫານຂອງຕົນ 13 ຄົນ
ເສຍຊີວິດ ແລະ ອີກ 27 ຄົນໄດ້ຮັບບາດເຈັບ ໃນການສູ້ລົບ ກັບພວກກະບົດໃນນະຄອນຫຼວງ ບັງກີຂອງສາທາລະນະລັດ
ອາຟຣິກາກາງ ຫລື CAR.

ປະທານາທິບໍດີ Jacob Zuma ເວົ້າວ່າ ທະຫານຜູ້ນຶ່ງ ຍັງ
ຫາຍສາບສູນຢູ່ ລຸນຫລັງການປະທະກັນທີ່ເລີ້ມຕົ້ນຂຶ້ນໃນ
ວັນເສົາຜ່ານມາ ຢູ່ນະຄອນຫຼວງບັງກີ.

ພວກກະບົດ Seleka ໃນ CAR ໄດ້ເຂົ້າຍຶດເອົານະຄອນ
ຫຼວງບັງກີ ໃນວັນອາທິດວານນີ້ ຊຶ່ງໄດ້ບັງຄັບໃຫ້ປະທານາ
ທິບໍດີ Francois Bozize ຕ້ອງຫລົບໜີອອກຈາກເມືອງໄປ.

ທ່ານ Zuma ກ່າວຕໍ່ໄປອີກວ່າ ອາຟຣິກາໃຕ້ “ບໍ່ຮັບຮູ້ຕໍ່ການດໍາເນີນຄວາມພະຍາຍາມ
ໃດໆ ເພື່ອຍຶດເອົາອໍານາດດ້ວຍການໃຊ້ກໍາລັງ” ແລະວ່າ ການເສຍຊີວິດຂອງທະຫານ
ຈະບໍ່ເຮັດໃຫ້ປະເທດຂອງທ່ານຢຸດເຊົາເຮັດວຽກເພື່ອປ້ອງ ກັນບໍ່ໃຫ້ມີການໂຄ່ນລົ້ມລັດ ຖະບານທີ່ໄດ້ຮັບການເລືອກຕັ້ງນັ້ນ. ອາຟຣິກາໃຕ້ໄດ້ສົ່ງທະຫານ 200 ຄົນໄປຊ່ວຍກອງ
ທັບຂອງ ສາທາລະນະລັດ ອາຟຣິກາກາງ.

ທາງດ້ານ ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານ ພັນ ກິມູນ ກໍໄດ້ປະນາມສິ່ງທີ່ທ່ານ
ເອີ້ນວ່າ “ການຍຶດເອົາອໍານາດ ຢ່າງບໍ່ຖືກຕ້ອງຕາມລັດຖະທໍາມະນູນ” ຂອງພວກກະບົດ
ໃນສາທາລະນະລັດອາຟຣິກາກາງ ຫລື CAR ແລະຮຽກ ຮ້ອງໃຫ້ມີການ “ກູ້ເອົາຄວາມ
ເປັນລະບຽບຮຽບຮ້ອຍຕາມລັດຖະທໍາມະນູນ ກັບຄືນມາ ຢ່າງໄວວາ.”

ທ່ານ ພັນ ກ່າວຕື່ມວ່າ ທ່ານມີຄວາມເປັນຫ່ວງຢ່າງເລິກເຊິ່ງ ນໍາລາຍງານການລະເມີດສິດ
ທິມະນຸດ ແລະການປຸ້ນຈີ້ ຢູ່ນະຄອນບັງກີ “ລວມທັງຊັບສິນຂອງອົງການສະຫະປະຊາຊາດ”
ນໍານັ້ນ.

ທ່ານກ່າວວ່າ ຂໍ້ຕົກລົງລະຫວ່າງລັດຖະບານ ແລະພວກກະບົດທີ່ໄດ້ເຊັນກັນ ໃນເດືອນ
ມັງກອນຜ່ານມາ ຍັງແມ່ນວິທີທາງທີ່ດີທີ່ສຸດໃນການຮັກສາສັນຕິພາບ ແລະຄວາມສະ
ຫງົບສຸກ. ສັນຍາດັ່ງກ່າວກໍານົດໃຫ້ປະທານາທິບໍດີ Bozize ດໍາລົງຕໍາແໜ່ງຂອງທ່ານ
ຕໍ່ໄປ ຈົນກວ່າວ່າວາລະການດໍາລົງຕໍາແໜ່ງຂອງທ່ານ ຈະສິ້ນສຸດລົງໃນປີ 2016 ໂດຍທີ່
ມີສະມາຊິກຝ່າຍຄ້ານ ຖືກແຕ່ງຕັ້ງໃຫ້ ເປັນນາຍົກລັດຖະມົນຕີ.

ຍັງບໍ່ມີການເປີດເຜີຍໃຫ້ມວນຊົນຮູ້ ກ່ຽວກັບບ່ອນຢູ່ຂອງທ່ານ Bozize ເທື່ອ. ບາງລາຍ
ງານເວົ້າວ່າ ທ່ານຂ້າມຊາຍແດນໄປຍັງສາທາລະນະລັດປະຊາທິປະ ໄຕຄອງໂກ ຫລື DRC ແຕ່ວ່າເຈົ້າໜ້າທີ່ຂອງ DRC ເວົ້າວ່າ ທ່ານບໍ່ໄດ້ ຢູ່ໃນທີ່ນັ້ນ.

ທາງດ້ານໂຄສົກກະຊວງການຕ່າງປະເທດສະຫະລັດ ທ່ານນາງ Vicoria Nuland ເວົ້າ
ວ່າ ສະຫະລັດມີຄວາມເປັນຫ່ວງຢ່າງເລິກເຊິ່ງ ກ່ຽວກັບສະຖານະການທີ່ຊຸດໂຊມລົງນັບມື້
ຢູ່ໃນ CAR. ທ່ານນາງຊຸກຍູ້ໃຫ້ພວກກະບົດສ້າງຕັ້ງກົດໝາຍແລະຄວາມເປັນລະບຽບ
ຮຽບຮ້ອຍ ພ້ອມທັງຟື້ນຟູການບໍລິການພື້ນຖານ ເຊັ່ນນໍ້າໃຊ້ ແລະໄຟຟ້າ.

ເບິ່ງວີດິໂອກ່ຽວຂ້ອງກັບເລື້ອງນີ້:

XS
SM
MD
LG