ຍ້າຍຊາວຕ່າງປະເທດ ທີ່ຕົກຄ້າງ ອອກຈາກສາທາລະນະລັດອາ
ຟຣິກາກາງ ໃນວັນເສົາມື້ນີ້ ຫຼັງຈາກໄດ້ມີການຮ້ອງຂໍ ຈາກບັນດາ
ປະເທດເພື່ອນບ້ານ ໃນອາຟຣິກາ.
ການຍົກຍ້າຍຊາວຕ່າງປະເທດ ທີ່ຕົກຄ້າງ ມີຂຶ້ນຫລັງຈາກການ
ລາອອກ ຂອງປະທານາທິບໍດີ Michel Djotodia ແລະນາຍົກ
ລັດຖະມົນຕີ Nicolas Tiengaye ໃນມື້ວັນສຸກວານນີ້ໃນຕອນ ທ້າຍຂອງກອງປະຊຸມສຸດຍອດ ເປັນເວລາ 2 ມື້ ຂອງພວກຜູ້ນຳ
ປະຊາຄົມເສດຖະກິດໃນເຂດອາຟຣິກາກາງຫຼື ECCAS ທີ່ປະ
ເທດ Chad.
ພວກຜູ້ນຳຂອງອົງການ ECCAS ເວົ້າວ່າ ການເຈລະຈາຈະມີຂຶ້ນທີ່ນະຄອນຫຼວງ Bangui ຂອງສາທາລະນະລັດອາຟຣິກາກາງ ເພື່ອຕັດສິນກ່ຽວກັບຄະນະນຳພາໃໝ່. ການປະກາດທີ່ ວ່ານີ້ ມີຂຶ້ນລຸນຫຼັງທີ່ໄດ້ເກີດຄວາມຮຸນແຮງທາງດ້ານສາສະໜາມາເປັນເວລາຫຼາຍໆເດືອນ.
ທ່ານ Djotodia ຊຶ່ງໃນເວລານີ້ຢູ່ທີ່ນະຄອນຫຼວງ N’Djamena ຂອງ Chad ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດນັ້ນ ຍັງບໍ່ທັນໃຫ້ຄວາມເຫັນໃດໆເທື່ອ.
ຖ້ຽວບິນທຳອິດ ໃນຈຳນວນທັງໝົດ 3 ຖ້ຽວ ທີ່ອົງການ IOM ໄດ້ເໝົາ ໃນໄລຍະສອງສາມມື້ ຂ້າງໜ້ານີ້ ແມ່ນຈະຍົກຍ້າຍຊາວ Chad ປະມານ 800 ຄົນ ຈາກນະຄອນ Bangui ໄປຍັງ ນະຄອນ N’Djamena.
ພວກ 800 ຄົນນີ້ ແມ່ນສ່ວນນຶ່ງຂອງຊາວ Chad ຈຳນວນທັງໝົດ 2500 ຄົນທີ່ຢູ່ໃນສູນຊົ່ວ ຄາວໃກ້ໆສະໜາມບິນ Bangui ຊຶ່ງພາກັນອາໄສຢູ່ແບບລຳບາກຍາກເຂັນ ໃນສູນທີ່ມີຜູ້ຄົນ ແອອັດຈົນເກີນໄປ ແລະເປື້ອນເປິເປັນອັນຕະລາຍຕໍ່ສຸຂະພາບ.